ວິທີສອນນັກຮຽນຊົນເຜົ່າເຂດຫ່າງໄກຂອງຄູ ສຸກສະຫວັນ

29

ຄູ ສຸກສະຫວັນ ລາວລີ ເປັນຄູສອນຂອງໂຮງຮຽນລັດແຫ່ງໜຶ່ງ ມີຖິ່ນຖານບ້ານເກີດຢູ່ເຂດຫ່າງໄກສອກຫຼີກໃນແຂວງຜົ້ງສາລີ ເປັນຄົນຊົນເຜົ່າຜູ້ນ້ອຍ ແລະ ສອນນັກຮຽນຊົນເຜົ່າອາຄາທີ່ຍັງບໍ່ທັນເກັ່ງພາສາລາວ. ຄູສຸກສະຫວັນ ໄດ້ອະທິບາຍວິທີການສອນຂອງຕົນ ເພື່ອສະແດງໃຫ້ເຫັນວ່າ ນັກຮຽນຂອງລາວສາມາດມີສ່ວນຮ່ວມ ແລະ ມີຄວາມກ້າຫານ ກ້າສະແດງອອກໃນກິດຈະກໍາການຮຽນຮູ້, ພ້ອມກັນນີ້ຍັງແນະນໍາວິທີການຮ່ວມມືກັບຄູທ່ານອື່ນ ແລະ ການປະສານງານກັບຊຸມຊົນ ແລະ ພໍ່ແມ່ນັກຮຽນ.

ຄູ ສຸກສະຫວັນ ໃຫ້ສໍາພາດວ່າ: “ ໂຮງຮຽນທີ່ຂ້າພະເຈົ້າມາສອນ ຕັ້ງຢູ່ເຂດຫ່າງໄກສອກຫຼີກ ແລະ ວັດທະນະທຳຂອງຊົນເຜົ່າອາຄາ ມີເອກະລັກທີ່ແຕກຕ່າງຈາກຊົນເຜົ່າຂອງຂ້າພະເຈົ້າ ( ຊົນເຜົ່າຜູ້ນ້ອຍ ) ແລະ ໂຮງຮຽນແມ່ນຢູ່ໄກຈາກບ້ານຂ້າພະເຈົ້າຫຼາຍຈຶ່ງກັບມາເຮືອນໄດ້ໃນທ້າຍອາທິດເທົ່ານັ້ນ. ການສອນຢູ່ໂຮງຮຽນທີ່ມີນັກຮຽນຊົນເຜົ່າຫຼາຍ ຖືເປັນສິ່ງທ້າທາຍໃນການສອນ ເພາະນັກຮຽນຈະຮູ້ແຕ່ພາສາອາຄາ ຈຶ່ງເກີດຄວາມຫຍຸ້ງຍາກໃນການຮຽນ ຫຼື ການເບິ່ງໂທລະພາບທີ່ເປັນພາສາກາງ ຫຼື ພາສາເພື່ອນບ້ານ ດ້ວຍເຫດຜົນດັ່ງກ່າວນັກຮຽນເຂດບ້ານນີ້ເມື່ອເຖິງເກນອາຍຸເຂົ້າຮຽນອາດຈະຍັງບໍ່ເຂົ້າໃຈພາສາລາວໄດ້ດີ.

ຄູ ສຸກສະຫວັນ ໄດ້ຮຽນຮູ້ວິທີການປັບການສອນຂອງລາວ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນເຂົ້າໃຈ, ມີສ່ວນຮ່ວມ ແລະ ມີຄວາມກ້າວໜ້າໃນການຮຽນ. ລາວໄດ້ອະທິບາຍວ່າ “ ຂ້າພະເຈົ້າໃຊ້ພາສາກາຍ ແລະ ຈະອະທິບາຍກິດຈະກໍາ 3 – 4 ຄັ້ງ ເພື່ອໃຫ້ນັກຮຽນເຂົ້າໃຈ, ນອກຈາກນັ້ນຍັງໄດ້ກະກຽມຊຸດຮູບພາບທີ່ຈະຊ່ວຍໃຫ້ນັກຮຽນຮຽນຮູ້ພາສາລາວ, ໄດ້ປະດິດບັດຮູບພາບດ້ວຍຕົນເອງ ທັງໝົດໄດ້ຮັບແຮງຈູງໃຈຈາກປຶ້ມແບບຮຽນ ຫຼື ການຄົ້ນຄວ້າຊອກຮູບທາງອິນເຕີເນັດ ແລະ ສິ່ງສໍາຄັນກໍຄືໄດ້ຮຽນຮູ້ເຕັກນິກຈາກຫຼັກສູດພາສາລາວ ສະບັບປັບປຸງໃໝ່ ຈາກໂຄງການຝຶກເວົ້າພາສາລາວ, ຈາກເຕັກນິກແນະນຳໃນວິດີໂອສຳລັບການພັດທະນາຄູ ແລ້ວນໍາມາປະຕິບັດ ແລະ ກະກຽມບົດຮຽນຂອງຕົນ. ບັນດາສື່ການສອນດັ່ງກ່າວແມ່ນມີປະໂຫຍດຫຼາຍ ສະດວກສະບາຍຕໍ່ການສອນ ແລະ ນັກຮຽນສາມາດເຂົ້າໃຈຫຼາຍຂຶ້ນ.

ອີກສິ່ງໜຶ່ງ ຄູສຸກສະຫວັນ ຍັງໃຫ້ຄວາມສຳຄັນຕໍ່ການສະໜັບສະໜູນເພື່ອນທີ່ເປັນຄູສອນດ້ວຍກັນ ແລະ ຜູ້ເຮັດວຽກສຶກສານິເທດ ເພື່ອຊ່ວຍແກ້ໄຂສິ່ງທ້າທາຍທີ່ຄູອາດຈະປະເຊີນໃນການສອນ.
ຫ້ອງການສຶກສາທິການ ແລະ ກີລາ ແຂວງຜົ້ງສາລີ ໄດ້ລົງມາຕິດຕາມເປັນປະຈຳ ແລະ ຈັດກອງປະຊຸມພາກຮຽນລະ 2 ຄັ້ງ ເພື່ອໃຫ້ຄູທຸກຄົນໄດ້ແລກປ່ຽນບົດຮຽນ, ຖ້າຄູຫາກປະສົບກັບຄວາມຫຍຸ້ງຍາກໃດໜຶ່ງ, ພວກເຮົາສາມາດຕິດຕໍ່ຫາເມືອງ ໂດຍຜ່ານກຸ່ມວັອດແອັບ ເພື່ອສອບຖາມ ແລ້ວຄູຝຶກຫຼັກແຫຼ່ງ ຫຼື ຄູຝຶກຂັ້ນແຂວງ ຈະໃຫ້ຄໍາແນະນຳ. ຂ້າພະເຈົ້າເອງກໍຍັງໄດ້ໃຫ້ການຊ່ວຍເຫຼືອແກ່ຄູຄົນອື່ນໆໃນໂຮງຮຽນ ໂດຍສະເພາະເມື່ອເຂົາເຈົ້າຕ້ອງການສື່ສານກັບນັກຮຽນທີ່ເວົ້າພາສາອາຄາ ເພາະຕົນເອງຮູ້ຈັກພາສາອາຄາໂດຍການຮຽນພາສາດ້ວຍຕົນເອງ.

ຂ້າພະເຈົ້າເຊື່ອວ່າ ການສະໜັບສະໜູນຈາກຊຸມຊົນ ແລະ ພໍ່ແມ່ນັກຮຽນແມ່ນເປັນປັດໄຈສຳຄັນ ເຄັດລັບຂອງຂ້າພະຈົ້າເພື່ອໃຫ້ສາມາດປັບຕົວເຂົ້າກັບຊຸມຊົນ ຄື: ” ຖ້າພໍ່ແມ່ບໍ່ໄວ້ວາງໃຈຄູ, ເຂົາເຈົ້າຈະບໍ່ສົ່ງລູກຂອງເຂົາເຈົ້າມາໂຮງຮຽນ ຄູຕ້ອງໄດ້ປະສານກັບຜູ້ປົກຄອງ ແລະ ຊຸມຊົນເປັນປະຈຳ ເພື່ອອະທິບາຍຄວາມສຳຄັນຂອງການສຶກສາ ແລະ ແນະນຳວ່າຄວນສົ່ງລູກໄປໂຮງຮຽນທຸກໆມື້. ແຕ່ກ່ອນອື່ນໝົດຕ້ອງສ້າງຄວາມໄວ້ວາງໃຈໃຫ້ພວກເຂົາຮັບຮູ້. ສະນັ້ນ, ຂ້າພະເຈົ້າໄດ້ນຳໃຊ້ປະສົບການຈາກການສອນເພື່ອຮຽນຮູ້ວັດທະນະທຳ ແລະ ພາສາ, ຈາກນັ້ນກໍໄດ້ຮັບການຍອມຮັບຈາກຄົນໃນບ້ານ.
ຄູສອນທີ່ມີຄວາມກະຕືລືລົ້ນ ແລະ ມີສ່ວນຮ່ວມຄືກັບ ຄູສຸກສະຫວັນ ສາມາດປະກອບສ່ວນສ້າງຜົນສຳເລັດໃຫຍ່ຫຼວງຕໍ່ຄຸນນະພາບການສຶກສາ ແລະ ອະນາຄົດຂອງຄົນຮຸ່ນໃໝ່. ລາວເປັນແບບຢ່າງທີ່ສ້າງແຮງບັນດານໃຈໃຫ້ແກ່ຄູສອນຄົນອື່ນໆ.
ລາວໄດ້ເວົ້າວ່າ: “ ຂ້າພະເຈົ້າຂໍສົ່ງຂໍ້ຄວາມໄປເຖິງຄູສອນທ່ານອື່ນ ທີ່ກໍາລັງສອນນັກຮຽນມາຈາກຫຼາຍຊົນເຜົ່າວ່າ: ຈົ່ງຢ່າຍອມທໍ້ຖອຍກັບສິ່ງທ້າທາຍດ້ານພາສາ ແລະ ສະພາບແວດລ້ອມ, ຈົ່ງເຂັ້ມແຂງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແກ້ໄຂສິ່ງທ້າທາຍທີ່ປະເຊີນ, ຈຸດປະສົງກໍແມ່ນເພື່ອຜົນການຮຽນທີ່ດີຂຶ້ນຂອງນັກຮຽນທີ່ເປັນອະນາຄົດຂອງປະເທດເຮົາ.”