ຈີນ ຄຸມເຂັ້ມການສົ່ງອອກແຮ່ຫາຍາກ

83

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງການຄ້າ ສປ ຈີນໄດ້ອອກຖະແຫຼງການກ່ຽວກັບການຍົກລະດັບຄວບຄຸມການສົ່ງອອກແຮ່ທາດຫາຍາກ 2 ຊະນິດ ໄດ້ແກ່: ແຮ່ແກລລຽມ ແລະ ເຈີເມນຽມ ເຊິ່ງເປັນແຮ່ທີ່ຈີນເປັນຜູ້ຂຸດຄົ້ນ ແລະ ປຸງແຕ່ງລາຍໃຫຍ່ ແລະ ເປັນສ່ວນປະກອບສຳຄັນເຂົ້າໃນຂະບວນການຜະລິດເຊມີຄອນດັກເຕີ ( ຊິບ ).

ຖະແຫຼງການຂອງກະຊວງການຄ້າຈີນ ລະບຸວ່າ: ນັບແຕ່ວັນທີ 1 ສິງຫາ 2023 ເປັນຕົ້ນໄປ ການສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຫາຍາກ 2 ຊະນິດທີ່ກ່າວມານັ້ນ ຕ້ອງມີໃບອະນຸຍາດ, ໃນຂະນະທີ່ຜູ້ຮັບຊື້ “ ຕ້ອງສະແດງເຈດຈຳນົງຢ່າງຊັດເຈນ ” ໂດຍລັດຖະບານຈີນໃຫ້ເຫດຜົນວ່າ “ ເພື່ອປົກປ້ອງຜົນປະໂຫຍດຂອງຊາດ ”. ທັງນີ້ ຕາມຂໍ້ມູນຂອງຄະນະກຳມາທິການເອີຣົບ ( EC ) ລະບຸວ່າ: ໃນປີ 2020 ປະລິມານການຊົມໃຊ້ແຮ່ທາດຫາຍາກທັງ 2 ຊະນິດຢູ່ໃນໂລກ ກວມເອົາ 80% ມາຈາກ ສປ ຈີນ.