ເປີດໂຕລົດ ຊາງອານ 2 ລຸ້ນໃໝ່ ເປັນທາງເລືອກໃຫ້ຜູ້ຊົມໃຊ້ໃນລາວ

79

ບໍລິສັດ ຊາງອານ ໂອໂຕລາວ ນໍາລົດຍີ່ຫໍ້ ຊາງອານ ລົດສັນຊາດຈີນ ເຂົ້າມາຈໍາໜ່າຍໃນຕະຫຼາດລາວ ເພື່ອເປັນທາງເລືອກໃຫ້ລູກຄ້າໄດ້ຊົມໃຊ້ລົດຄຸນນະພາບສູງຈາກຈີນ.

ໃນວັນທີ 20 ມິຖຸນາ 2023 ໄດ້ມີພິທີເປີດຫ້ອງຂາຍ ບໍລິສັດ ຊາງອານ ໂອໂຕ ລາວ ແລະ ນໍາສະເໜີລົດ 2 ລຸ້ນ ( CHANG AN ALL-NEW CS35 PLUS & CS55 PLUS ) ຄຸນນະພາບເປັນເລີດເປີດສູ່ຕະຫຼາດລາວຢ່າງເປັນທາງການ ທີ່ຫ້ອງຂາຍ ຊາງອານ ໂອໂຕ ລາວ ຕັ້ງຢູ່ຖະໜົນ ເຕ2 ( T2 ) ບ້ານອຸບມຸງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.


ລົດ 2 ລຸ້ນທີ່ເປີດໂຕໃໝ່ນີ້ໄດ້ແກ່ All New CS55 plus ແລະ All New CS 35 plus ເປັນລົດ SUV ຂະໜາດນ້ອຍ ແລະ SUV ຂະໜາດກາງ ປະສິດທິພາບສູງ ທີ່ມີການອອກແບບສວຍງາມ ດ້ານໃນຫຼູຫຼາ, ມີກ້ອງເບິ່ງຮອບຄັນ ( ທັງດ້ານລຸ່ມ ), ເບາະນັ່ງແບບສະປອດໃນໂຕ, ໜ້າຈໍຄູ່ທັນສະໄໝ, ຫຼັງຄາລະບາຍອາກາດໄດ້ສະບາຍ, ຖົງລົມນິລະໄພຮອບຄັນ ແລະ ອື່ນໆ.

ທ່ານ ຈູ ຢອງ ໂອ ຜູ້ຈັດການດ້ານການຂາຍ ແລະ ການຕະຫຼາດຂອງໂຊລູມ ຊາງອານ ໂອໂຕ ລາວ ກ່າວວ່າ: ຊາງອານ ໄດ້ຖືກກໍຕັ້ງຂຶ້ນໃນປີ 1862 ທີ່ເມືອງສົງຊິງ ສປ ຈີນ ເປັນຜູ້ຜະລິດລົດທີ່ເກົ່າແກ່ທີ່ສຸດໃນ ສປ ຈີນ. ຄວາມໝາຍຂອງຄຳວ່າ CHANG-AN ແມ່ນມີຄວາມໝາຍສຳຄັນຫຼາຍ “ ຊາງ ” ໝາຍເຖິງອາຍຸການໃຊ້ງານຍາວນານ; “ ອານ ” ໝາຍເຖິງຄວາມປອດໄພ “ ຊາງອານ ” ຈຶ່ງໝາຍເຖິງແບຣນລົດທີ່ໃຫ້ຄວາມປອດໄພກັບລູກຄ້າເປັນຢ່າງສູງ. ບໍລິສັດ ຊາງອານ ມີຄວາມຈະເລີນເຕີບໂຕຢ່າງວ່ອງໄວ ໂດຍມີວິສະວະກຳວິໄຈ ແລະ ພັດທະນາ R&D ຫຼາຍກວ່າ 11.000 ຄົນ, ທີມງານມືອາຊີບຫຼາຍກວ່າ 150.000 ຄົນທົ່ວໂລກ.

ໃນນັ້ນ, All New CS55 plus ເປັນລົດ SUV ຂະໜາດກາງກະທັດຮັດ 5 ບ່ອນນັ່ງ, ເຄື່ອງຈັກ 1.500 ຊີຊີ, ແຮງມ້າ ສູງເຖິງ 185 ແຮງມ້າ, ແຮງບິດ 300 ນິວຕັນແມັດ, ລໍ້ແມັກຄຸນນະພາບສູງແບບ 2 ສີ ຂອບ 19 ຮອງຮັບລະບົບ Apple CarPlay ທີ່ຊ່ວຍໃຫ້ເຊື່ອມຕໍ່ iphone ກັບລົດຂອງທ່ານໄດ້ຢ່າງສະດວກ; ມີກ້ອງແນມຫຼັງແບບ 3D ທີ່ສາມາດເບິ່ງຮອບທິດທາງແບບ 540 ອົງສາ.

ສ່ວນ All New CS 35 plus ເປັນລົດ SUV ຂະໜາດນ້ອຍອະເນກປະສົງທີ່ຂາຍດີທີ່ສຸດ 5 ບ່ອນນັ່ງ, ເຄື່ອງຈັກ 1.400 ຊີຊີ, ມີແຮງມ້າ 158 ແຮງມ້າ, ແຮງບິດ 250 ນິວຕັນແມັດ, ລໍ້ແມັກຂອບ 18, ຮອງຮັບການສາກມືຖືແບບໄຮ້ສາຍດ້ວຍຄວາມໄວສູງ ແລະ ອື່ນໆ.