ປະກວດນາງສາວເຜົ່າສະຫຼອງປະກາດ 2 ວັດ ເປັນມໍລະດົກລະດັບທ້ອງຖິ່ນ ຢູ່ແຂວງ ອັດຕະປື

119

ງານປະກວດນາງສາວບັນດາເຜົ່າສະຫຼອງກຽມປະກາດ 2 ວັດ ຢູ່ເມືອງໄຊເສດຖາແຂວງ ອັດຕະປື ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ໃນຄືນຂອງວັນທີ 22 ມິຖຸນາ 2023 ທີ່ວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ໂດຍແມ່ນພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສະມາຄົມສຽງແຄນລາວຈັດຂຶ້ນນັ້ນ ແມ່ນຖືເປັນການອະນຸລັກຟື້ນຟູປົກປັກຮັກສາສົ່ງເສີມວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າໃນທົ່ວແຂວງ ອັດຕະປືໃຫ້ມີການຂະຫຍາຍຕົວຄຽງຄູ່ກັບຄົນລາວຕະຫຼອດໄປ.

May be an image of 4 people, dais and text
ໃນງານປະກວດນາງສາວບັນດາເຜົ່າເທື່ອນີ້ ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ປະທານຄະນະກຳມະ ການປະກາດວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ, ມີ ທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານເຈົ້າເມືອງຈາກ 5 ເມືອງ, ຄະນະກຳມະການທຸກພາກສ່ວນ, ມວນຊົນຊາວເມືອງໄຊເສດ ແລະ ຊາວແຂວງ ອັດຕະປື ເຂົ້າຮັບຊົມຮັບເຊຍຢ່າງຫຼວງຫຼາຍ.

May be an image of 7 people and text
ສຳລັບນ້ອງນາງສາວທີ່ເປັນຕົວແທນຈາກ 5 ເມືອງເຂົ້າປະກວດໃນຮອບຄັດເລືອກລວມມີທັງໝົດ 8 ເຜົ່າ, ມີ 35 ນ້ອງນາງສາວໃນນີ້: ເຜົ່າລາວ 10 ນ້ອງນາງສາວ, ເຜົ່າໂອຍ 5 ນ້ອງນາງສາວ, ເຜົ່າເຈັງ 2 ນ້ອງນາງສາວ, ເຜົ່າຢູຣ 4 ນ້ອງນາງສາວ, ເຜົ້າເບຣົາ 5 ນ້ອງນາງສາວ, ເຜົ່າຕາຫຽງ 3 ນ້ອງນາງສາວ, ເຜົ່າອາຫຼັກ 4 ນ້ອງນາງສາວ ແລະ ເຜົ່າເເຢະ 1 ນ້ອງນາງສາວ.

May be an image of 11 people and text

ໃນຈຳນວນ 35 ນ້ອງນາງສາວທີ່ໄດ້ເປັນຕົວແທນເຂົ້າມາປະກວດ ເຊິ່ງຖືເປັນເວທີສົ່ງເສີມ ແລະ ຕໍ່ຍອດວັດ ທະນະທຳອັນດີງາມຂອງລາວເພື່ອຄົ້ນຫາສາວງາມທີ່ມີຄວາມພ້ອມ ທາງດ້ານຄວາມຮູ້ຄວາມສາມາດ ຮູບຮ່າງໜ້າຕາ, ກິລິຍາບຸກຄະລິກກະພາບເພື່ອມາປະຕິບັດໜ້າທີ່ປະກອບສ່ວນເຂົ້າໃນງານສະຫຼອງກຽມປະກາດ 2 ວັດ ຢູ່ເມືອງໄຊເສດຖາແຂວງ ອັດຕະປື ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ສົ່ງເສີມວັດທະນະທຳການທ່ອງທ່ຽວຂອງແຂວງ ອັດຕະປືໃຫ້ດັງໄກໄປທົ່ວໂລກ.

ງານປະກວດນາງສາວເຜົ່າ ຢູ່ເມືອງໄຊເສດຖາແຂວງ ອັດຕະປື ແມ່ນເລີ່ມແຕ່ວັນທີ 22-24 ມິຖຸນາ ຕົວແທນທີ່ໄດ້ຜ່ານຄັດເລືອກເຂົ້າຮອບ 8 ຄົນສຸດທ້າຍຈາກທາງຄະນະກຳມະການ ຈະໄດ້ຖືກຄັດເລືອກເຂົ້າຮອບແຂ່ງຂັນຊິງທີ 1, 2, 3 ຕາມລຳດັບ ໃນຄືນວັນທີ 24 ມິຖຸນານີ້.

May be an image of 5 people and text
ໃນການປະກວດຮອບຄັດເລືອກ ເຊິ່ງທາງຄະນະກຳມະການຍັງໄດ້ມີການມອບລາງວັນໃຫ້ແກ່ບັນດານ້ອງນາງສາວໃນຈຳນວນ 35 ນ້ອງ ແລະ ບັນດາພາກສ່ວນທີ່ໄດ້ນຳເອົາສິລະປະ-ວັນນະຄະດີປະກອບສ່ວນໃນງານປະກວດນາງສາວເຜົ່າ ເພື່ອເປັນການສະໜັບສະໜູນໃຫ້ແກ່ການປະກອບສ່ວນເຂົ້າໃນການເປັນຕົວແທນຈາກແຕ່ລະພາກສ່ວນ, ໃຫ້ກຽດຂຶ້ນມອບໂດຍ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ປະທານຄະນະກຳມະການປະກາດວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຕາມລຳດັບ.

ຂ່າວ: ຂ່າວສານອັດຕະປືອອນລາຍ