ວິທີການຂັບລົດລຸຍນໍ້າຖ້ວມ ຄວນປະຕິບັດແນວໃດ

49

ກ້າວເຂົ້າສູ່ລະດູຝົນເສັ້ນທາງໃນນະຄອນຫຼວງວຽງຈັນ ເວລາຝົນຕົກນໍ້າມັກຈະຖ້ວມກະທັນຫັນ ຍ້ອນນໍ້າໄຫຼບໍ່ທັນ ສ້າງຄວາມລໍາບາກໃນການສັນຈອນ ແລະ ບາງຄັ້ງລົດຂອງທ່ານອາດຈະໄດ້ຮັບຜົນເສຍຫາຍຈາກການຂັບຜ່ານນໍ້າທີ່ຖ້ວມເລິກ. ສະນັ້ນ, ຄໍລໍາລົດມື້ນີ້ ຈະພາທ່ານຜູ້ອ່ານມາຮູ້ຈັກເຕັກນິກການຂັບລົດຜ່ານນໍ້າຖ້ວມ ຕ້ອງປະຕິບັດແນວໃດ ເພື່ອໃຫ້ເກີດຄວາມປອດໄພສູງສຸດ.

1. ສັງເກດຄວາມສູງຂອງລະດັບນໍ້າ ໃຫ້ສັງເກດຈາກລົດຄັນໜ້າ ຖ້າລົດເກັງທົ່ວໄປຄວນຫຼີກລ່ຽງລະດັບນໍ້າສູງ ກວ່າ 25 ຊັງຕີແມັດ ແລະ ຕ້ອງບໍ່ເກີນເຄິ່ງຕີນລົດ ຫາກຍັງຂັບລຸຍຕໍ່ໄປໂອກາດເຄື່ອງຈັກດັບມີສູງ, ສ່ວນລົດກະບະ 40 ຊັງຕີແມັດ.
2. ປິດແອ ເພາະເມື່ອເປີດແອພັດລົມຈະເຮັດວຽກ ແລະ ພັດນໍ້າໃຫ້ກະຈາຍໄປທົ່ວຫ້ອງເຄື່ອງຈັກ ເຊິ່ງນໍ້າຈະເປັນຕົວພາໃຫ້ເຄື່ອງຈັກມອດໄດ້.


3. ຂັບຊ້າໆເພື່ອຫຼີກລ່ຽງການຕົກຂຸມທີ່ແນມບໍ່ເຫັນ ໂດຍສັງເກດຈາກລົດຄັນໜ້າ ແລະ ພະຍາຍາມຈື່ເສັ້ນທາງໄວ້ຂັບລົດຜ່ານນໍ້າຖ້ວມໃຫ້ໃຊ້ຄວາມໄວສະໝໍ່າສະເໝີ ແລະ ຕໍ່າສຸດ ດ້ວຍລະດັບຄວາມໄວທີ່ໝັ້ນຄົງໃຊ້ເກຍຕໍ່າຄືເກຍ 1 – 2 ແລະ ຮັກສາອັດຕາເລັ່ງໄວ້ໃຫ້ໄດ້ປະມານ 1.500 – 2.000 ຮອບ ຖ້າຕໍ່າກວ່ານີ້ເຄື່ອງຈັກອາດຈະມອດໄດ້ ຖ້າສູງເຄື່ອງຈັກອາດຈະດູດອາກາດ ແລະ ນໍ້າ ເຂົ້າໄປເຄື່ອງຈັກ. ສໍາລັບລົດເກຍໂອໂຕ້ ໃຊ້ເກຍ L ໃຫ້ຈື່ໄວ້ວ່າຂັບຊ້າໆ ຢ່າຢຸດ ແລະ ຢ່າເລັ່ງຄວາມໄວ.
4. ຢ່າເລັ່ງເຄື່ອງຈັກ ການຂັບລົດລຸຍນໍ້າຖ້ວມ ໂດຍເລັ່ງເຄື່ອງຈັກ ເພື່ອດັນນໍ້າອອກຈາກທໍ່ໄອເສຍ ເປັນການເຂົ້າໃຈຜິດ ເພາະຖ້າເລັ່ງເຄື່ອງຈັກຈະເຮັດໃຫ້ຈັກຮ້ອນ ເມື່ອເຄື່ອງຈັກຮ້ອນພັດລົມລະບາຍຄວາມຮ້ອນເຮັດວຽກ ກໍຈະພັດນໍ້າໃຫ້ກະຈາຍເຕັມຫ້ອງເຄື່ອງຈັກນັ້ນເອງ.

5. ໃນໄລຍະຝົນຕົກ ອາດມີລົມພັດແຮງເຮັດໃຫ້ເສົາໄຟຟ້າຫັກລົງ, ສະນັ້ນຫຼີກລ່ຽງບໍ່ຂັບຜ່ານຈຸດທີ່ສາຍໄຟຟ້າຈົມນໍ້າເພື່ອບໍ່ໃຫ້ຖືກໄຟຟ້າຊ໊ອດ.
6. ສັງເກດເບິ່ງວ່າມີວັດຖຸອື່ນລອຍຕາມນໍ້າມາ ຫຼື ບໍ່ ເພາະຈະຂວາງທາງເຮັດໃຫ້ທ່ານຂັບຕໍ່ໄປບໍ່ໄດ້.
7. ພະຍາຍາມຮັກສາໄລຍະຫ່າງຈາກລົດຄັນໜ້າ ເພາະລະບົບເບຣກແຊ່ນໍ້າ ອາດຈະເຮັດໃຫ້ປະສິດທິພາບຕໍ່າລົງ.
8. ຫາກເຄື່ອງຈັກມອດກາງນໍ້າ ຫ້າມຕິດຈັກລົດເພາະເຄື່ອງຈັກອາດຈະໄດ້ຮັບ ຄວາມເສຍຫາຍໃຫ້ໂທຂໍ ຄວາມຊ່ວຍເຫຼືອ ຫຼື ເອີ້ນຄົນທີ່ຢູ່ພາຍນອກລົດຊ່ວຍ.
9. ຫຼຸດຄວາມໄວລົງເມື່ອຂັບລົດສວນກັນ ເພາະລົດທີ່ສວນທາງມາຈະມີລະດັບຄື້ນນໍ້າທີ່ດັນຜ່ານມາກັບຄື້ນທີ່ເຮົາດັນໄປ ເຮັດໃຫ້ເກີດການປະທະລະຫວ່າງ 2 ຄື້ນ ແລະ ຄື້ນນໍ້າທີ່ຕໍາກັນຈະກໍ່ໃຫ້ເກີດແຮງກະທົບພ້ອມກັບລະດັບນໍ້າທີ່ສູງຂຶ້ນ ເຊິ່ງມັນສາມາດເຂົ້າໄປສ້າງຄວາມເສຍຫາຍພາຍໃນຫຼື ຖ້ວມຫ້ອງເຄື່ອງຈັກໄດ້.