ໄຕມາດ 1 ຫວຽດນາມສົ່ງອອກເຂົ້າ ເພີ່ມຂຶ້ນ 23%

16

VTV.vn ລາຍງານໃນວັນທີ 27 ເມສາ 2023 ວ່າ: ໃນໄຕມາດ 1 ປີ 2023, ມູນຄ່າການສົ່ງອອກເຂົ້າສານຂອງຫວຽດນາມ ສະເລ່ຍ 529 ໂດລາ/ໂຕນ ເພີ່ມຂຶ້ນ 9% ທຽບໃສ່ລະດັບສະເລ່ຍໄລຍະດຽວກັນຂອງປີ 2022 ດ້ວຍມູນຄ່າທັງໝົດແມ່ນ 981 ລ້ານໂດລາ ເພີ່ມຂຶ້ນ 23%.

อาจเป็นรูปภาพของ 3 คน

ທ່ານ ເຈິ້ນ ກວັກ ຕ໋ວນ ຮອງຫົວໜ້າກົມນໍາເຂົ້າ – ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໄຕມາດ 1 ປີນີ້ ຫວຽດນາມສົ່ງອອກເຂົ້າ ໄດ້ຫຼາຍກວ່າ 1,85 ລ້ານໂຕນ ມີມູນຄ່າ 981 ລ້ານໂດລາ ເພີ່ມຂຶ້ນ 23% ເຊິ່ງມີປະລິມານເພີ່ມຂຶ້ນ 34% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ມູນຄ່າສົ່ງອອກສະເລ່ຍ 529 ໂດລາ/ໂຕນ ເພີ່ມຂຶ້ນ 9% ທຽບກັບລະດັບສະເລ່ຍໄລຍະດຽວກັນຂອງປີ 2022.

อาจเป็นรูปภาพของ 1 คน

ການສົ່ງອອກເຂົ້າ ໄດ້ສົ່ງໄປບັນດາຕະຫຼາດອາຊີຕາເວັນອອກສ່ຽງໃຕ້ ຄື: ອິນໂດເນເຊຍ, ສິງກະໂປ ໄດ້ເພີ່ມຂຶ້ນສູງ, ການສົ່ງອອກໄປສະຫະພາບເອີຣົບ ກໍເພີ່ມຂຶ້ນເກືອບ 50%, ຫຼາຍຕະຫຼາດກໍເພີ່ມຂຶ້ນຢ່າງແຂງແຮງ ເຊັ່ນ: ໂຮນລັງ, ແບນຊິກ ແລະ ໂປໂລຍ ເປັນຕົ້ນ.