ກຸ່ມບໍລິສັດໂຊກໄຊສຳເລັດເຈລະຈາເຂົ້າຊື້ ແພນດ້າມາກ ຊຸບເປີມາເກັດອອນລາຍຂອງ ຟູດແພນດ້າ ລາວ

49

ໃນວັນທີ 22 ກຸມພາ 2023 ກຸ່ມບໍລິສັດໂຊກໄຊ ໄດ້ລົງທຶນເຂົ້າຊື້ ແພນດ້າມາກ ຈາກບໍລິສັດ ເດລີເວີຣີ ຮີໂຣ ດີມາກ ລາວ ຈຳກັດຜູ້ດຽວ ຫວັງເລັ່ງລັດການຫັນປ່ຽນທຸລະກິດ ຊຸບເປິມາເກັດສູ່ອອນລາຍ ເພື່ອໃຫ້ແທດເໝາະກັບການປ່ຽນແປງ ແລະ ຄວາມຕ້ອງການຂອງສັງຄົມ. ຫຼັງຈາກເຈລະຈາຊື້ ແພນດ້າມາກ ສຳເລັດ, ບໍລິການ ແພນດ້າມາກ ຈະຖືກປ່ຽນຊື່ເປັນ ແພນດ້າມາກ ໂດຍໂຊກໄຊ (pandamart by Sokxay) ພ້ອມດຳເນີນການບໍລິການໃຫ້ກັບລູກຄ້າເປັນປົກກະຕິ ພາຍໃຕ້ໝວດໝູ່ຮ້ານຄ້າ ຫຼື foodpanda shops ໃນ ແອັບ ຟູດແພນດ້າ. ແພນດ້າມາກ ຫຼື ຊຸບເປີມາເກັດອອນລາຍທີ່ຫຼາຍຄົນຮູ້ຈັກເຊິ່ງເປັນໜຶ່ງໃນການບໍລິການຂອງຟູດແພນດ້າທີ່ມີ ການເຕີບໂຕຢ່າງໄວວາ ນອກຈາກ ບໍລິການຈັດສົ່ງອາຫານ ແລະ ເຄື່ອງໃຊ້. ແພນດ້າມາກ ເລີ່ມໃຫ້ບໍລິການລູກຄ້າໃນລາວຕັ້ງແຕ່ເດືອນ ຕຸລາ 2021 ເປັນຕົ້ນມາ, ເຊິ່ງແຕ່ລະປີໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍໂຕຢ່າງຕໍ່ເນື່ອງໃນການຈັດສົ່ງເຄື່ອງໃຊ້ສອຍເຖີງໜ້າບ້ານທ່ານພາຍໃນ 30 ນາທີ. ການເຂົ້າຊື້ແພນດ້າມາກຂອງ ກຸ່ມບໍລິສັດໂຊກໄຊ ໃນຄັ້ງນີ້ ເຮັດໃຫ້ກຸ່ມບໍລິສັດໂຊກໄຊ ເປັນຊຸບເປີມາເກັດເຈົ້າທຳອິດຂອງລາວ ທີ່ມີການຈັດສົ່ງອອນລາຍ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

‘’ຂ້າພະເຈົ້າເຊື່ອວ່າ ແພນດ້າມາກ ໂດຍໂຊກໄຊ (pandamart by Sokxay) ຈະເຮັດໃຫ້ຂະແໜງການຊຸບເປີມາເກັດໃນລາວ ມີການປ່ຽນແປງ ແລະ ພັດທະນາໄປໃນທາງທີ່ດີຂຶ້ນ, ໂດຍການນໍາໃຊ້ຈຸດເດັ່ນຂອງທັງສອງບໍລິສັດມາປະສົມປະສານກັນ ແລະ ໃຫ້ບໍລິການ ທີ່ສະດວກ ແລະ ທັນສະໄໝໃຫ້ກັບລູກຄ້າກໍຄືຜູ້ຊົມໃຊ້. ກຸ່ມໂຊກໄຊໄດ້ດຳເນີນທຸລະກິດ ຊຸບເປີມາເກັດ ຫຼື ໂຊກໄຊມາກມາຍາວນານ, ມີປະລິມານສິນຄ້າທີ່ຫຼວງຫຼາຍ, ມີຈໍານວນສາຂາຄອບຄຸມທົ່ວ ນະຄອນຫຼວງ, ສໍາລັບ foodpanda ພວກເຮົາກໍມີລະບົບຂົນສົ່ງທີ່ທັນສະໄໝ, ແອັບພີເຄຊັ້ນ ອອນລາຍ ທີ່ສະດວກສະບາຍ. ດັ່ງນັ້ນ, ຂ້າພະເຈົ້າຈີ່ງເຊື່ອວ່າ ການຮ່ວມມື ໃນຄັ້ງນີ້ ຈະນໍາຜົນປະໂຫຍດມາໃຫ້ກັບຜູ້ຊົມໃຊ້ຢ່າງຫຼວງຫຼາຍ ແລະ ເຮັດໃຫ້ປະສົບການຊື້ເຄື່ອງຈາກຊຸບເປີມາເກັດຂອງຄົນລາວດີຂຶ້ນກວ່າເກົ່າ’’, ກ່າວໂດຍ ທ່ານ ທັນຍາລັດ ຈະເລີນສຸກ ຜູ້ອຳນວຍການ ບໍລິສັດ ເດລີເວີຣີ ຮີໂຣ ດີມາດ ລາວ ຈຳກັດຜູ້ດຽວ.

อาจเป็นรูปภาพของ 12 คน, ผู้คนกำลังนั่ง, ผู้คนกำลังยืน, สถานที่ในร่ม และ ข้อความพูดว่า "KXAY GROUP "LEADING TRADE& 1 S KXAY GROUP "LEADING TRADE INVESTMENT" SI SOROKAY"

ທ່ານ ໂຊກໄຊ ສົມໃຈນຶກ (ປະທານກຸ່ມບໍລິສັດໂຊກໄຊ) ໄດ້ໃຫ້ສຳພາດແກ່ນັກຂ່າວວ່າ ‘’ ແພນດ້າມາກເປັນທຸລະກິດໜຶ່ງທີ່ເຕີບໂຕຢ່າງໄວວາ ດ້ວຍພຶດຕິກຳຂອງຜູ້ບໍລິໂພກໃນລາວໄດ້ມີການປ່ຽນແປງຕາມຍຸກຕາມສະໄໝ ແລະ ດ້ວຍລະບົບທີ່ທັນສະໄໝຂອງ ຟູດແພນດ້າເອງ ທີ່ເປັນສ່ວນເຮັດໃຫ້ ແພນດາມາກປະສົບຜົນສຳເລັດ. ດ້ວຍເຫດດັ່ງກ່າວ ຂ້າພະເຈົ້າໄດ້ເຫັນໂອກາດທີ່ຈະນຳ ແພນດ້າມາກ ເຂົ້າມາເພີ່ມປັບປຸງ ແລະ ຍົກລະດັບທຸລະກິດຊຸບເປີມາເກັດ ທີ່ກຸ່ມບໍລິສັດໂຊກໄຊໄດ້ໃຫ້ບໍລິການກັບຄົນລາວມາຍາວນານ. ການລົງທຶນໃນແພນດ້າມາກໃນຄັ້ງນີ້ ຂ້າພະເຈົ້າເຊື່ອວ່າ ຜູ້ຊົມໃຊ້ຂອງໂຊກໄຊມາກ, ລູກຄ້າເກົ່າ ແລະ ໃໝ່ຂອງແພນດ້າມາກ ຍັງຈະໄດ້ຮັບຄວາມຫຼາກຫຼາຍ ແລະ ຄວາມສະດວກສະບາຍ. ກຸ່ມບໍລິສັດໂຊກໄຊເອງຈະພະຍາຍາມເພີ່ມຈຳນວນສິນຄ້າ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງລູກຄ້າ ແລະ ພ້ອມດຽວກັນນັ້ນ ພວກເຮົາຈະເຮັດວຽກໃກ້ຊິດກັບທີມງານ ຟູດແພນດ້າລາວ ເພື່ອຮັບປະກັນວ່າ ລູກຄ້າຍັງໄດ້ຮັບປະສົບການທີ່ດີ ແລະ ການຈັດສົ່ງທີ່ໄວ ຄືແຕ່ເກົ່າ’’.

อาจเป็นรูปภาพของ 3 คน, ผู้คนกำลังยืน และ สถานที่ในร่ม

ສຳລັບແພນດ້າມາກໂດຍໂຊກໄຊ ຫຼື pandamart by Sokxay ແມ່ນໄດ້ເລີ່ມໃຫ້ບໍລິການແລ້ວ ແຕ່ຢູ່ໃນໝວດໝູ່ຂອງຮ້ານຄ້າ ໃນແອັບຟູດແພນດ້າ ແລະ ຍັງຄົງຄວາມຫຼາກຫຼາຍຂອງສິນຄ້າ ແລະ ຈັດສົ່ງໃຫ້ກັບລູກຄ້າເປັນປົກກະຕິ.