ສີລັງກາ ກຽມລົງທຶນສ້າງທ່າເຮືອ ມູນຄ່າ 132 ລ້ານໂດລາ

73

ສຳນັກຂ່າວ ຊິນຫົວລາຍງານວ່າ: ທ່ານ ນີມາລ ຊີຣີປາລາ ເດຊີລາວາ ລັດຖະມົນຕີ ກະຊວງ ທ່າເຮືອ, ການເດີນເຮືອ ແລະ ການບິນຂອງສີລັງກາ ເປີດເຜີຍວ່າ ລັດຖະບານສີລັງກາ ຈະລົງທຶນປະມານ 132 ລ້ານໂດລາສະຫະລັດ ເຂົ້າໃນໂຄງການພັດທະນາທ່າເຮືອ.

อาจเป็นรูปภาพของ ท้องฟ้า และ มหาสมุทร

ການລົງທຶນຄັ້ງນີ້ ຈະດຳເນີນການຜ່ານລາຍໄດ້ຈາກການບໍລິຫານຈັດການທ່າເຮືອ. ໃນຂະນະດຽວກັນ, ລັດຖະບານ ຈະຈັດສັນງົບປະມານຫຼາຍກວ່າ 100 ລ້ານໂດລາສະຫະລັດ ໃຫ້ແກ່ສະຖານີຕູ້ຄອນເທັນເນີ ທາງພາກຕາເວັນອອກ ແລະ ຈຳນວນ 32 ລ້ານໂດລາສະຫະລັດ ໃຫ້ແກ່ສະຖານີຕູ້ຄອນເທັນເນີ ຈາຢາ ໂດຍສະຖານີຕູ້ສິນຄ້າທັງສອງຢູ່ໃນເຄືອອົງການທ່າເຮືອຂອງລັດຖະບານສີລັງກາ.

อาจเป็นรูปภาพของ ตึกระฟ้า และ ท้องฟ้า

ໃນຂະນະດຽວກັນ ລັດຖະບານ ສີລັງກາ ຍັງຈະພັດທະນາທ່າເຮືອຕຣິນໂຄມາລີ ເພື່ອດຳເນີນງານດ້ານສິນຄ້າ ແລະ ທ່າເຮືອ ກໍລ ເພື່ອອຸດສາຫະກຳ ການທ່ອງທ່ຽວ ທີ່ມີບໍລິການຂີ່ເຮືອ ແລະ ອຳນວຍຄວາມສະດວກການທຽບທ່າຂອງເຮືອຂະໜາດໃຫຍ່.

ນອກຈາກນີ້, ສີລັງກາ ຍັງຕັ້ງເປົ້າເປັນສູນກາງດ້ານໂລຈິສຕິກ ແລະ ການຂົນສົ່ງ ໃນມະຫາສະໝຸດ ອິນເດຍ ອີກດ້ວຍ.