ກົດ 7 ຂໍ້ ເຮັດວຽກເພື່ອຄວາມສໍາເລັດ

88

 

ຄົນເຮົາເກີດມາລ້ວນຕ້ອງການຄວາມສຳເລັດກັນທັງນັ້ນບໍ່ວ່າຈະເປັນຄວາມສຳເລັດນ້ອຍ ແລະ ໃຫຍ່ ຕາມແຕ່ການຕັ້ງເປົ້າໝາຍຂອງແຕ່ລະບຸກຄົນ. ແຕ່ບາງຄັ້ງເຮົາມຸ່ງເປົ້າໄປແຕ່ທີ່ຄວາມສຳເລັດຫຼາຍເກີນໄປ ໂດຍລືມຄິດວ່າມີສິ່ງໃດແດ່ທີ່ຈະສາມາດພັກດັນເຮົາກ້າວໄປສູ່ຄວາມສຳເລັດໄດ້.

ບຸກຄົນທີ່ປະສົບຄວາມສຳເລັດ ແມ່ນອາໄສຄວາມໃຝ່ຮູ້ ແລະ ສ້າງຄວາມຊໍານິຊໍານານ, ສ້າງທັກສະໃໝ່ໃຫ້ຕົນເອງ. ດັ່ງນັ້ນມື້ນີ້ຜູ້ຂຽນຈະມາແນະນຳ ມີ 7 ວິທີເຮັດວຽກ ໃຫ້ປະສົບຜົນສຳເລັດມານຳສະເໜີໃຫ້ຫຼາຍຄົນທີ່ກຳລັງທົດຖອຍໃນຊີວິດການເຮັດວຽກ, ຍ້າຍຫຼາຍໜ່ວຍງານແຕ່ກໍບໍ່ປະສົບ ຄວາມສໍາເລັດລອງມາອ່ານເບິ່ງວ່າເຮົາຍັງມີຫຍັງແດ່ທີ່ຂາດຫາຍໄປ.


1. ກໍານົດເປົ້າໝາຍຄວາມສໍາເລັດ: ຄວາມສໍາເລັດບໍ່ແມ່ນອີງຕາມສິ່ງທີ່ຄົນອື່ນຄິດ ຄວາມສໍາເລັດຂອງທ່ານ ທ່ານຄວນເປັນຄົນກຳນົດເປົ້າໝາຍເສັ້ນທາງການເດີນທາງ ເພາະຈະໄດ້ປະເມີນດ້ວຍຕົວທ່ານເອງວ່າທ່ານເດີນທາງມາເຖິງຈຸດໃດ? ມາຖືກທາງແລ້ວບໍ?.

2. ທ່ານຢາກເຮັດຫຍັງແດ່: ໃນແຕ່ລະມື້ ຈະມີວຽກເຮັດໃຫ້ເຈັບຫົວເລື້ອຍໆ ບາງຄັ້ງສະໝອງຂອງຄົນເຮົາບໍ່ໄດ້ຖືກຮວບຮວມ, ມັນແມ່ນຄວາມຄິດທີ່ວ່າຈະຕ້ອງການເຮັດສິ່ງນີ້ເພື່ອກາຍເປັນຮູບພາບ ສຸດທ້າຍບໍ່ມີຫຍັງເກີດຂຶ້ນ. ດັ່ງນັ້ນໃຫ້ໃຊ້ວິທີງ່າຍດາຍ ກໍຄືການຂຽນບັນຊີລາຍການປະຈໍາວັນເພື່ອເຮັດສິ່ງຕ່າງໆ ເພື່ອງ່າຍຕໍ່ການຈັດລຽງຄວາມສຳຄັນ ສິ່ງໃດຕ້ອງເຮັດກ່ອນ, ຕ້ອງເຮັດຕາມຫຼັງ.

3. ເວລາເຮັດວຽກຄິດຫຍັງອອກໃຫ້ຮີບຈົດ: ບາງຄັ້ງແນວຄວາມຄິດທີ່ດີອອກມາບໍ່ຖືກເວລາປານໃດ. ບໍ່ວ່າຈະເປັນອາບນ້ຳ, ເວລາຂັບລົດ, ກ່ອນນອນ, ກິນອາຫານ ຖ້າບໍ່ຈົດໄວ້ກໍຈະລືມມັນ. ບາງຄັ້ງມັນສໍາຄັນສໍາລັບການເຮັດວຽກ. ບາງຄັ້ງມັນອາດຈະເປັນຄວາມຄິດຂອງການນໍາສະເໜີວຽກກັບລູກຄ້າ ພໍຈະກັບມາຄິດອີກເທື່ອລືມມັນແລ້ວ, ສະນັ້ນວິທີງ່າຍໆກໍຄືການມີປຶ້ມບັນທຶກໄວ້ຈົດກ່າຍ ຫຼື ໂທລະສັບມືຖືຂອງທ່ານເພື່ອບັນທຶກມັນອີກ.

4. ມີຄວາມອົດທົນ ແລະ ດຸໝັ່ນໃນການເຮັດວຽກ: ພະລັງທີ່ຈະຊຸກຍູ້ໃຫ້ເຮົາປະສົບຜົນສໍາເລັດແມ່ນການອົດທົນປະຕິບັດໜ້າວຽກທີ່ໄດ້ຮັບມອບໝາຍຢ່າງບໍ່ທໍ້ຖອຍ, ອົດທົນຕໍ່ພຶດຕິກໍາຄຳເວົ້າ, ອົດທົນຕໍ່ ຄວາມກົດດັນໃນບ່ອນເຮັດວຽກ, ອົດທົນກັບສະຖານະການທີ່ບໍ່ດີ, ຮຽນຮູ້ການປັບຕົວ ແລະ ຊອກຫາວິທີແກ້ໄຂ.

5. ຢ່າຢຸດການຮຽນຮູ້ພັດທະນາຕົນເອງ: ຜູ້ປະສົບຄວາມສໍາເລັດຕ້ອງໄດ້ຮັບການພັດທະນາຕົນເອງຢູ່ສະເໝີ ບໍ່ວ່າຈະເປັນດ້ານບຸກຄະລິກ, ທັດສະນະຄະຕິ, ພຶດຕິກໍາ, ວິທີການເຮັດວຽກ, ການປະເມີນຄວາມສາມາດຂອງຕົນເອງ ແລະ ຫາວິທີສຶກສາ, ສິ່ງທີ່ເຮົາຄວນຮຽນຮູ້ເພີ່ມເພື່ອປັບປຸງວຽກງານໃຫ້ມີປະສິດທິພາບຫຼາຍຂຶ້ນ.

6. ການເຮັດວຽກແບບເປັນທີມ: ການເຮັດວຽກເປັນທີມມີ ຄວາມສຳຄັນຕໍ່ຄວາມສຳເລັດຂອງທຸກໆວຽກງານ ບໍ່ມີໃຜທີ່ຈະເກັ່ງ ຫຼື ໂດດເດັ່ນພຽງຄົນດຽວແລ້ວຈະນຳພາທີມໄປສູ່ເສັ້ນໄຊ. ດັ່ງນັ້ນຄົນທີ່ຮູ້ຈັກປັບຕົວສາມາດເຮັດວຽກເປັນທີມໄດ້ ນອກຈາກຈະພາອົງກອນກ້າວສູ່ຄວາມສຳເລັດແລ້ວ ຍັງສ້າງຄວາມສາມັກຄີພາຍໃນທີ່ເປັນປຶກແຜ່ນ ໄດ້ຮັບແຮງສະໜັບສະໜູນຈາກຄົນອ້ອມຂ້າງ ເຮັດໃຫ້ວຽກງານທີ່ໄດ້ຮັບມອບໝາຍບັນລຸເປົ້າໝາຍທີ່ວາງ ໄວ້ ແລະ ກ້າວເຂົ້າສູ່ຕຳແໜ່ງທີ່ສູງຂຶ້ນ.

7. ເຮັດສິ່ງທີ່ດີບໍ່ຈໍາເປັນຕ້ອງປະກາດ: ເຮັດສິ່ງທີ່ດີບໍ່ຈໍາເປັນຕ້ອງປະກາດໃຫ້ຫຼາຍຄົນຮັບຮູ້ ເພາະຄົນດີສັງຄົມອ້ອມຂ້າງຈະເປັນຄົນບອກກ່າວເອງ ການເຮັດດີກັບຄົນໃດໜຶ່ງໃນສັງຄົມ ຂໍພຽງເຮົາເຫັນເຂົາມີ ຄວາມສຸກ ນັ້ນກໍຄືຄວາມສຸກຂອງເຮົາໄປດ້ວຍບໍ່ຕ້ອງໄດ້ຄິດເຖິງຜົນຕອບແທນໃດໆ.