ສຸດອາໄລກັບການຈາກໄປຢ່າງບໍ່ມີວັນກັບຂອງທ່ານ ສົມສະໜຸກ ມີໄຊ ອະດີດຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ

109

ມື້ນີ້ມີຂ່າວເສົ້າໃນວົງການສື່ມວນຊົນລາວ ທີ່ໄດ້ສູນເສຍບຸກຄົນສຳຄັນທີ່ເປັນດັ່ງພໍ່, ເປັນດັ່ງອາຈານ ຂອງຄົນສື່ໃນ ສປປ ລາວໄປຢ່າງບໍ່ມີວັນກັບຄືນມາ.

May be an image of 1 person and indoor

ນັ້ນຄື ທ່ານ ສົມສະໜຸກ ມີໄຊ ອາດີດຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ,ອະດີດ ຫົວໜ້າ ບັນນາທິການ ໜັງສືພີມ Vientiane Times, ອະດີດຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອາດີດ ຮອງປະທານ ຄະນະກຳມະການ ສັນຕິພາບ ແລະ ຄວາມ ສາມະຄີ ແຫ່ງ ສປປ ລາວ, ອະດີດ ຮອງປະທານ ສະມາຄົມ ນັກໜັງສືພີມລາວ ແລະ ຄະນະປະທານ ສະມາຄົມ ຫັດຖະກຳລາວ.

May be an image of 1 person, standing and suit

ທ່ານໄດ້ ຈາກໄປແລ້ວດ້ວຍຄວາມສະຫງົບ ໃນເວລາ 21:00 ໂມງ ຂອງ ວັນທີ 24 ມັງກອນ 2023 ຢູ່ທີ່ ເຮືອນຂອງເພີ່ນເອງ ໃນໄວ 84 ປີ.

ສ່ວນສົບຂອງເພີ່ນ ໄດ້ບຳເພັນກຸສົນໄວ້ ທີ່ເຮືອນເພີ່ນເອງຕັ້ງຢູ່ ບ້ານດົງປາແລບ ຮ່ອມ 1 ເມືອງ ຈັນທະບູລີ ນະຄອນຫລວງ ວຽງຈັນ.

May be a black-and-white image of 1 person
ພິທີຊາປະນະກິດສົບ ທ່ານ ມີແຊນ (ສົມສະໜຸກ ມີໄຊ) ຈະໄດ້ຈັດຂື້ນທີ່ວັດ ເທບນິມິດ (ວັດທາດຝຸ່ນ) ໃນວັນ ອາທິດ ທີ 29.1.2023.

ດັ່ງນັ້ນຈື່ງໄດ້ແຈ້ງມາຍັງ ພີ່ນ້ອງທາງໃກ້ ແລະ ໄກ, ເພື່ອນມິດສະຫາຍ, ບັນດານັກຂ່າວ ແລະ ນັກໜັງສືພີມ ເພື່ອຊາບ ແລະ ມາຮ່ວມຄົບງັນນຳກັນດ້ວຍ.

May be an image of 1 person and standing

ທີມຂ່າວເສດຖະກິດ-ການຄ້າຂໍສະແດງຄວາມເສຍໃຈນຳຄອບຄົວເພິ່ນ ແລະຈະຈົດຈຳບຸນຄຸນ ຄວາມດີຂອງທ່ານໄປຕະຫຼອດການ