26 ຄົນຈາກໄປລະຫວ່າງສະຫຼອງປີໃໝ່ ດື່ມແລ້ວຂັບຍັງເປັນສາເຫດຫຼັກຂອງອຸບັດຕິເຫດ

81

ພວກເຮົາເຫັນມາທຸກໆປີ ກ່ຽວກັບອຸບັດຕິເຫດລະຫວ່າງສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ ເຊິ່ງໄດ້ເຮັດໃຫ້ຄົນທີ່ຮັກຂອງຫຼາຍຄອບຄົວຕ້ອງຈາກໄປບໍ່ມີວັນກັບຄືນມາ ແລະສ່ວນໃຫຍ່ນັ້ນແມ່ນມາຈາກການດື່ມສິ່ງມືນເມົາແລ້ວຂັບລົດ ປີນີ້ກໍ່ເຊັ່ນດຽວກັນ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ໄດ້ຖະແຫຼງໃນວັນທີ 3 ມັງກອນ 2023 ນີ້ໃຫ້ຮູ້ວ່າ: ໃນໄລຍະການສະເຫຼີມສະຫຼອງປີໃໝ່ສາກົນ 2023 ຜ່ານການຈັກຕັ້ງປະຕິບັດວຽກງານວິຊາສະເພາະຂອງຕໍາຫຼວດຈະລາຈອນ ໃນການປ້ອງກັນ, ລະບາຍລົດ, ຕັ້ງປ້ອມກວດກາເຕັກນິກລົດ, ກວດທາດເຫຼົ້າບັນດານັກຂັບຂີ່ ສົມຄູ່ການໂຄສະນາເຜີຍແຜ່ລະບຽບການສັນຈອນທາງບົກຢ່າງກວ້າງ ຂວາງ ເພື່ອເຕືອນສະຕິ ແລະ ອໍານວຍຄວາມສະດວກໃນການເດີນທາງຂອງປະຊາຊົນລາວບັນດາເຜົ່າໃນການສະເຫຼີມສະຫຼອງປີໃໝ່ສາກົນ 2023 ຂອງກໍາລັງຕໍາຫຼວດຈະລາຈອນທົ່ວປະເທດ ແຕ່ວັນທີ 29 ທັນວາ 2022 ຫາ ວັນທີ 2 ມັງກອນ 2023 ມີອຸບັດຕິເຫດຈະລາຈອນທາງບົກເກີດຂຶ້ນທັງໝົດ 190 ລາຍ, ພາຫະນະເປ່ເພ 323 ຄັນ, ຄົນໄດ້ຮັບບາດເຈັບ 311 ຄົນ, ຄົນເສຍຊີວິດ 26 ຄົນ, ຍິງ 6 ຄົນ.

May be an image of 1 person, standing and military uniform

ໃນໄລຍະ 5 ວັນອັນຕະລາຍ(29 ທັນວາ 2022 ຫາ 2 ມັງກອນ 2023) ຂອງການສະ ເຫລີມສະຫລອງປີໃໝ່ສາກົນ 2023 ທົ່ວປະເທດ ໄດ້ເກີດອຸບັດເຫດ 190 ຄັ້ງນັ້ນແຂວງທີ່ເກີດອຸບັດເຫດຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 26 ຄັ້ງ, ເສຍຊີວິດ 5 ຄົນ; ສະຫວັນນະເຂດ 22 ຄັ້ງ, ເສຍຊີວິດ 5 ຄົນ; ຫລວງພະບາງ 19 ຄັ້ງ, ບໍລິຄຳໄຊ 14 ຄັ້ງເຊິ່ງສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດ ແມ່ນຍ້ອນດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ. ຢ່າງໃດກໍຕາມ ເມື່ອສົມທຽບຈຳນວນອຸບັດເຫດທີ່ເກີດຂຶ້ນໃນປີນີ້ ກັບປີຜ່ານມາແມ່ນຫລຸດລົງ 7 ຄັ້ງ ແລະ ເສຍຊີວິດຫລຸດລົງ 17 ຄົນ.

May be an image of 7 people, people standing and road

ໃນນີ້, ຄົນຕ່າງປະເທດ 2 ຄົນ ເມື່ອທຽບກັບການສະເຫຼີມສະຫຼອງປີໃໝ່ສາກົນ 2022 ມີອຸບັດຕິເຫດເກີດ ຂຶ້ນທັງໝົດ 197 ລາຍ ຫຼຸດລົງ7 ລາຍ ເທົ່າກັບ 3,55%, ພາຫະນະເປ່ເພ 315 ຄັນ ເພີ່ມຂຶ້ນ 8 ຄັນ ເທົ່າກັບ 2,53%, ຄົນໄດ້ຮັບບາດເຈັບ 297 ຄົນ ເພີ່ມຂຶ້ນ 14 ຄົນ ເທົ່າກັບ 4,71% ແລະ ຄົນເສຍຊີວິດ 43 ຄົນ ຫຼຸດລົງ 17 ຄົນ ເທົ່າ ກັບ 39,25%; ເວລາເກີດອຸບັດຕິເຫດສ່ວນໃຫຍ່ແມ່ນປະມານ 18-23 ໂມງ.

May be an image of motorcycle, bicycle, road and text that says 'TOYO'
ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດຕິເຫດຈະລາຈອນທາງບົກແມ່ນມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ພາຫະນະຄວາມໄວເກີນກົດໝາຍກຳນົດ, ບໍ່ປ່ອຍສິດ, ປ່ຽນທິດທາງແບບກະທັນຫັນ ແລະ ອື່ນໆ.

May be an image of 6 people, people standing and bicycle