ເຕັກນິກການປູກດອກດາວເຮືອງ ໃຫ້ໃຫຍ່ ແລະ ງາມ

80

ດອກດາວເຮືອງ ເປັນດອກໄມ້ຊະນິດໜຶ່ງທີ່ຕິດພັນກັບຮີດຄອງປະເພນີລາວເຮົາ ແລະ ທຸກງານປະເພນີກໍຕ້ອງມີດອກໄມ້ປະດັບ ເຊັ່ນ: ການແຕ່ງຂັນຕ່າງໆ, ການບູຊາ, ຫຍິບໝາກເບັງ, ພາຂວັນ ແລະ ອື່ນໆ. ທີ່ສຳຄັນແມ່ນເປັນທີ່ຕ້ອງການຂອງຕະຫຼາດ ເພາະເປັນດອກໄມ້ທີ່ຖືກນຳໃຊ້ຫຼາຍ ເປັນຕົ້ນແມ່ນປະດັບໃສ່ໝາກເບັງບູຊາ ທຸກວັນສິນນ້ອຍ ແລະ ສິນໃຫຍ່, ຕາມວັດທີ່ແມ່ຄ້າຫຍິບໝາກເບັງ ເພື່ອໃຫ້ຜູ້ທີ່ຈະເຂົ້າໄປຂາບໄຫວ້ຕາມວັດວາອາຮາມ ຊື້ເຂົ້າໄປຂາບໄຫວ້.ດັ່ງນັ້ນ, ປະຊາຊົນລາວເຮົາຈະນິຍົມພາກັນປູກໄວ້ຕາມແຄມຮົ້ົວເຮືອນ ເນື່ອງຈາກປູກງ່າຍ, ຂຶ້ນໄວ ແລະ ດອກສາມາດນຳໄປເຮັດແນວພັນປູກຄັ້ງຕໍ່ໄປໄດ້ ແລະ ມື້ນີ້ພວກເຮົາຈະມາແນະນຳບາງວິທີພື້ນຖານຂອງການປູກດອກດາວເຮືອງ.
ວິທີປູກ: ກ່ອນອື່ນແມ່ນຕ້ອງກະກຽມແນວພັນ ໂດຍໃຊ້ດອກດາວເຮືອງແກ່ ຫຼື ແນວພັນທີ່ຂາຍຕາມທ້ອງຕະຫຼາດໄດ້, ຈາກນັ້ນມາຕາກແດດໃຫ້ແຫ້ງເກັບໄວ້.


+ ການກະກຽມດິນ: ໄຖດິນຕາກໄວ້ 1 ອາທິດ ເພື່ອຂ້າແມງໄມ້ ແລະ ວັດສະພືດ, ຈາກນັ້ນກໍໄຖປົກອີກຮອບໃຫ້ດິນລະອຽດ ໂດຍໃສ່ຝຸ່ນຄອກປະສົມກັບຂີ້ແກບດຳ ແລະ ແກບຂາວ, ຈາກນັ້ນກໍຕີເປັນໜານ ຫຼື ຄູຂຶ້ນ ໂດຍມີໄລຍະຫ່າງກັນ 1 ແມັດ, ແລ້ວນຳແນວພັນມາຫວ່ານ ແລ້ວປົກຄຸມດ້ວຍເຟືອງ. ຈາກນັ້ນກໍຫົດນໍ້າປົກກະຕິເຊົ້າ – ແລງ ຈົນກວ່າຕົ້ນດອກດາວເຮືອງຈະໃຫຍ່ 2 ຊັງຕີແມັດ ກໍສາມາດຍ້າຍໄປໃສ່ເບົ້າ ຫຼື ຈະປະໄວ້ກໍໄດ້ ແລະ ຖ້າຕົ້ນດອກດາວເຮືອງສູງ ປະມານ 10 – 15 ຊັງຕີແມັດ, ຈາກນັ້ນກໍນຳໄປບົງລົງໜານທີ່ກຽມໄວ້ ໂດຍປູກຂຸມໜຶ່ງປະມານ 2 – 4 ຕົ້ນ ແລະ ປູກຫ່າງກັນຂຸມລະ 30 – 50 ຊັງຕີແມັດ ( ໂດຍໄລຍະຫ່າງຂອງການປູກດອກດາວເຮືອງຈະແຕກຕ່າງກັນ ຄື: ຍາມຝົນຕ້ອງປູກຫ່າງກັນ ເພາະຖ້າປູກຖີ່ກັນ ຈະເຮັດໃຫ້ເກີດເຊື້ອຣາ ຫຼື ພະຍາດໄດ້. ສ່ວນລະດູແລ້ງແມ່ນຈະປູກຕິດ ຫຼື ຖີ່ກັນແດ່ ເພາະເງົາຈະຄຸມກັນເຮັດໃຫ້ດິນຊຸ່ມ ແລະ ຮັກສາຄວາມຊຸ່ມຂອງດິນໄດ້ ).

ທີ່ສຳຄັນການປູກດອກດາວເຮືອງ ແມ່ນຕ້ອງໃຫ້ດິນຊຸ່ມຕະຫຼອດ ຖ້າເຮົາຮັກສາ ຫຼື ບົວລະບັດບໍ່ດີ ຈາກປົກກະຕິ 1 ເດືອນປາຍ ຫາ 2 ເດືອນ ຕົ້ນດອກດາວເຮືອງ ກໍຈະເລີ່ມອອກດອກ ແຕ່ຖ້າຮັກສາບໍ່ດີ ການອອກດອກກໍຈະຊ້າໄປອີກ ແລະ ດອກອອກມາກໍຈະບໍ່ ໃຫຍ່ ແລະ ງາມເຕັມທີ່.
ສຳລັບພະຍາດທີ່ມັກເກີດນຳດອກດາວເຮືອງແມ່ນເພ້ຍ, ພະຍາດໃບກູດໃບງໍ, ດັ່ງນັ້ນຈະຕ້ອງຮັກສາຕາມອາການ ໂດຍການໃຊ້ຢາເຂົ້າມາຊ່ວຍ.