ທ່ານຮອງນາຍົກເຂົ້າຮ່ວມພິທີໄວ້ອາໄລ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ທີ່ນະຄອນຫຼວງໂຕກຽວ

216

ທ່ານຊິນໂຊະ ອາເບະ ອະດີດນາຍົກລັດຖະມົນຕີຂອງຍີ່ປຸ່ນເປັນບຸກຄົນສຳຄັນທີ່ໄດ້ເຮັດໜ້າທີ່ໃນການຂະຫຍາຍສາຍພົວພັນຮ່ວມມືກັບຫຼາຍປະເທດໃນໂລກນີ້ລວມທັງ ສປປ ລາວເຮົາ, ການສູນເສຍ ທ່ານ ຊຸນໂຊະ ອາເບະ ແມ່ນໄດ້ສູນເສຍເພື່ອນມິດສະຫາຍທີ່ໃກ້ຊິດຄົນໜຶ່ງຂອງພັກ-ລັດ ແລະປະຊາຊົນລາວ ດັ່ງນັ້ນ ເພື່ອສະແດງຄວາມໄວ້ອາໄລຕໍ່ການຈາກໄປຂອງເພິ່ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຈິ່ງໄດ້ຕາງໜ້າໃຫ້ລັດຖະບານລາວ ເດີນທາງໄປເຂົ້າຮ່ວມໃນພິທີໄວ້ອາໄລເປັນຄັ້ງສຸດທ້າຍທີ່ປະເທດຍີ່ປຸ່ນ.


ໃນລະຫວ່າງວັນທີ 25-29 ກັນຍາ 2022 ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍຄະນະ ໄດ້ເດີນທາງເພື່ອເຄື່ອນໄຫວວຽກງານ ຢູ່ປະເທດຍີ່ປຸ່ນເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ໃຫ້ແກ່ ທ່ານ ອາເບະ ຊິນໂຊະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຢີ່ປຸ່ນ ທີ່ນະຄອນຫຼວງໂຕກຽວ (Tokyo) ປະເທດຍີ່ປຸ່ນ.


ໃນການເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ພາກທຸລະກິດລາວ ແລະ ພາກທຸລະກິດຍີ່ປຸ່ນ ທີ່ AJC Hall, ສູນອາຊຽນ-ຍີ່ປຸ່ນ. ໂດຍການຕ້ອນຮັບຂອງ ທ່ານ ຮິຣະບາຢາຊິ ຄຸນິຮິໂຣະ (Mr. HARABAYASHI Kunihiro), ເລຂາທິ ການໃຫຍ່ ສູນອາຊຽນ-ຢີ່ປຸ່ນ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມດັ່ງກ່າວວ່າ: ກອງປະ ຊຸມໃນມື້ນີ້ ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ ສໍາລັບລັດຖະບານລາວ ເຊິ່ງຈະເປັນກາລະໂອກາດອັນດີ ໃນການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບສະພາບຕົວຈິງຂອງການສົ່ງເສີມການລົງທຶນ ຢູ່ ສປປ ລາວ ແລະ ທິດທາງໃນຕໍ່ໜ້າ ພາຍ ໃຕ້ສະພາບການຂອງໂລກທີ່ມີການປ່ຽນແປງຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ກຳລັງປະເຊີນໜ້າກັບສິ່ງທ້າທາຍໃນຫຼາຍດ້ານໃນທຸກຂົງເຂດ.

ສຳລັບ ສປປ ລາວ ໄດ້ມີຄວາມພະຍາຍາມເປັນຢ່າງສູງ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ຢູ່ພາຍໃນປະເທດ ດ້ວຍການພັດທະນາພື້ນຖານໂຄງລ່າງ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສ້າງບັນຊີຮຽກການລົງທຶນ ເຊິ່ງຈະເປັນການອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການທ່ອງ ທ່ຽວ, ລວມທັງປັບປຸງບັນດາລະບຽບການ, ນະໂຍບາຍ, ນິຕິກຳຕ່າງໆ ເພື່ອຟື້ນຟູເສດຖະກິດ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້້ອພະຍາດ ໂຄວິດ-19, ບັນຫາດ້ານພະລັງງານ ສະພາບເສດຖະກິດຂອງໂລກ ແລະ ໄພພິບັດທາງທໍາມະຊາດ ໃນໄລຍະຜ່ານມາ.


ພ້ອມກັນນີ້, ທ່ານ ຮອງນາຍົກລັດຖະ ມົນ ຕີ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາ ຊົນຍີ່ປຸ່ນ ຕໍ່ການຮ່ວມມື ແລະ ການຊ່ວຍ ເຫຼືອອັນລໍ້າຄ່າໃນດ້ານຕ່າງໆ ອັນໄດ້ປະ ກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະ ສ້າງສາ ສປປ ລາວ ເປັນແຕ່ລະໄລຍະ ເປັນຕົ້ນແມ່ນ ການພັດທະນາພື້ນ ຖານໂຄງລ່າງ, ການພັດທະນາຊັບພະຍາ ກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ ອັນໄດ້ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ.


ໃນເວລາຕໍ່ມາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທີ່ ສະໜາມກິລາໃນຮົ່ມ Nippon Bukkokan ເພື່ອເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ທ່ານ ອາເບະ ຊິນໂຊະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ. ຈາກນັ້ນ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທີ່ ເຮືອນຮັບຮອງຂອງລັດຖະບານ ຍີ່ປຸ່ນ (Akasaka Palace) ເພື່ອພົບປະກັບ ທ່ານ ກິຊິກະ ຟຸມິໂອະ, ນາຍົກ ລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ຕື່ມອີກ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ