ຮອງລັດຖະມົນຕີ ຜທ ສສ ຫວຽດນາມ ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

51

ວັນທີ 9 ກໍລະກົດ 2022 ທີ່ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີຕ້ອນຮັບການຢ້ຽມຢາມຂອງ ທ່ານ ເຈິ່ນ ກວັກ ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ( ຜທ ) ສສ ຫວຽດນາມ, ຮອງປະທານຄະນະກຳມະການຮ່ວມມືຫວຽດນາມ – ລາວ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບໂດຍ ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການ ບໍລິສັດ ປີໂຕຣ ລ້ຽມເທຣດດິ້ງ ລາວມະຫາຊົນ ຜູ້ຊີ້ນຳໂຄງການຮ່ວມມືສາກົນ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການ ບໍລິສັດທ່າບົກທ່ານາແລ້ງ ຈຳກັດ ພ້ອມດ້ວຍຄະນະ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 3 people, people sitting and people standing

ທ່ານ ຄຳເຜີຍ ແກ້ວກິນນາລີ ໄດ້ກ່າວສະແດງຄວາມຍິນດີຕ້ອງຮັບ ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ຍາດເວລາມາຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເຊິ່ງການຢ້ຽມຢາມຄັ້ງນີ້ ຈະເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ການພັດທະນາການຮ່ວມມື   ລາວ – ຫວຽດນາມ ໃຫ້ແໜ້ນແຟ້ນດີຍິ່ງໆຂຶ້ນ.

ໂອກາດດັ່ງກ່າວ, ຄະນະຢ້ຽມຢາມໄດ້ຮັບຊົມວີດີໂອ ກ່ຽວກັບ ຄວາມເປັນມາ ແລະ ການພັດທະນາໂຄງການ Laos Logistics Link ( LLL ) ທີ່ລວມມີ 4 ໂຄງການໃຫຍ່ ຄື:

1 ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

2 ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ.

3 ເສັ້ນທາງລົດໄຟ ລາວ -ຫວຽດນາມ.

ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2.000 ເມກາວັດ ທີ່ ແຂວງຄຳມ່ວນ ເຊິ່ງສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວຈາກ Land Lock ສູ່ປະເທດ Land Link ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງ, ເຊື່ອມຈອດອະນຸພາກພື້ນ ແລະ ສາກົນ ໂດຍຈຸດທີ່ຕັ້ງຂອງໂຄງການຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ ໄປ ສປ ຈີນ ແລະ ສປ ຈີນ ໄປສູ່ ເອີຣົບ ໂດຍເສັ້ນທາງລົດໄຟ ລາວ – ຈີນ.

May be an image of 9 people, people standing and road

ການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄດ້ເຊັນສັນຍາສຳປະທານຈາກລັດຖະບານເດືອນກໍລະກົດ 2020 ໄດ້ເວນຄືນທີ່ດິນເຂດສຳປະທານ ໂດຍໂຄງການແບ່ງເປັນ 2 ເຂດ  ຄື: ເຂດໂລຊິດສະຕິກ ເນື້ອທີ່ 327 ເຮັກຕາ ແລະ ທ່າບົກ 90 ເຮັກຕາ ແລະ ລົງມືກໍ່ສ້າງໂຄງການໃນເດືອນທັນວາ 2020, ດຳເນີນການກໍ່ສ້າງ 11 ເດືອນ ຮອດຕົ້ນເດືອນທັນວາ 2021 ໄດ້ເປີດໃຫ້ບໍລິການໃນເບື້ອງຂອງທ່າບົກ. ມາຮອດປັດຈຸບັນໄດ້ພັດທະນາ ຈຸດທ່າບົກສຳເລັດ 90% ແລະ ຄາດວ່າເດືອນກັນຍາ ຈະສຳເລັດ 100%, ໄລຍະການກໍ່ສ້າງຮອດປັດຈຸບັນ ລວມ 16 ເດືອນ ມູນຄ່າໂຄງການ 727 ລ້ານໂດລາສະຫະລັດ ກໍ່ສ້າງໄປແລ້ວ 100 ກວ່າລ້ານໂດລາ ເຊິ່ງເປັນໂຄງການທີ່ໄດ້ເງິນທຶນສະໜັບສະໜູນກູ້ຢືມຈາກກຸ່ມທະນາຄານໂລກ ຄື IFC.

May be an image of 2 people

ທ່ານ ສາຄອນ ພິລາງາມ ກ່າວວ່າ: ໂຄງການທ່າບົກທ່ານາແລ້ງ ມີຄວາມສໍາຄັນຫຼາຍເປັນສະເໝືອນປະຕູເຂົ້າ – ອອກປະເທດ, ການພັດທະນາໄດ້ເອົາຮູບແບບທ່າເຮືອຂອງປະເທດເພື່ອນບ້ານ ເຊິ່ງລວມມີເຂດສາກົນ ໃຫ້ບໍລິການຄ້າຍກັບສະໜາມບິນ. ການສ້າງເຂດສາກົນສິນຄ້າ ໄດ້ແກ້ໄຂບັນຫາການຂົນສົ່ງຜ່ານຂົວມິດຕະພາບລາວ – ໄທ ແຫ່ງທີ 1 ຈາກແຕ່ກ່ອນລົດຂົນສົ່ງສິນຄ້າມາແຕ່ປະເທດໄທ ຕ້ອງໄດ້ແຈ້ງພາສີຫຼາຍຂັ້ນຂອດ ເຊິ່ງເປັນຂອດອັດຕັນ. ສະນັ້ນ, ໂຄງການທ່າບົກທ່ານາແລ້ງ ໄດ້ສ້າງເສັ້ນທາງເຊື່ອມຕໍ່ໂດຍກົງກັບຂົວມິດຕະພາບ ເຊິ່ງລົດຂົນສົ່ງໄທ ຈະແລ່ນໂດຍກົງມາຫາທ່າ ເມື່ອຂົນສິນຄ້າລົງແລ້ວ ກໍສາມາດກັບໄດ້ໂດຍບໍ່ມີພິທີການຫຍັງໃຫ້ສັບສົນ ແລະ ເສຍເວລາ.

May be an image of 6 people, people standing and indoor

ນອກຈາກນີ້, ໂຄງການຍັງມີເຂດໂລຊິດສະຕິກພາກ ທີ່ຈະສ້າງເປັນສູນໂລຊິດສະຕິກ, ສູນການຜະລິດເພື່ອສົ່ງອອກ, ສູນຮັກສາທາດແຫຼວ, ເຂດການຄ້າ, ເຂດປອດພາສີ, ສູນກາງການເງິນ ເຊິ່ງທີ່ຜ່ານມາປະເທດລາວມີແຕ່ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ແຕ່ບໍ່ເຄີຍມີເຂດໂລຊິດຕິກ ແລະ ຈຸດພິເສດໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຄືຕັ້ງຢູ່ເສັ້ນທາງເຊື່ອມຕໍ່ທີ່ມີຄວາມສາມາດໃນການຂົນສົ່ງສູງ ເຊັ່ນ: ເສັ້ນທາງລົດລາວ – ໄທ, ເສັ້ນທາງລົດໄຟ ລາວ – ຈີນ, ໃກ້ເສັ້ນທາງເລກທີ 13, ສະໜາມບິນ ແລະ ຈະເຊື່ອມຕໍ່ເສັ້ນທາງລົດໄຟ ລາວ – ຫວຽດນາມ ໃນອະນາຄົດ.

May be an image of 1 person and text that says 'TỊCH UY BAN HỢP TÁC VIỆT NAM LÀO CÙNG ĐC HÀNG HäA CẢNG CẠN THA NA LENG VÀ KHU LOG Ủ ĐÔ VIÊNG CHĂN, NGÀY 9 THÁNG 7 NĂM 2022'

ໃນຕອນທ້າຍ, ທ່ານ ເຈິ່ນ ກວັກ ເຟືອງ ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ຄະນະບໍລິສັດທ່າບົກທ່ານາແລ້ງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານ, ອະທິບາຍຂໍ້ມູນລະອຽດຄົບຖ້ວນ ກ່ຽວກັບໂຄງການທ່າບົກທ່ານາແລ້ງ ແລະ ຖືເປັນໂຄງການທີ່ມີຄວາມປະທັບໃຈ ກວ່າໝູ່ໃນທຸກໆຂົງເຂດທີ່ໄດ້ໄປຢ້ຽມຢາມມາ ໃນໂອກາດມາເຮັດວຽກຢູ່ ສປປ ລາວ ຄັ້ງນີ້. ນອກຈາກນີ້, ຄະນະຢ້ຽມຢາມຍັງເບິ່ງຫ້ອງການປະຕິບັດງານຂອງ ທ່າບົກທ່ານາແລ້ງ, ຫ້ອງການພາສີ, ລານຕູ້ສິນຄ້າ CY, ສາງຄ່ຽນຖ່າຍສິນຄ້າ ແລະ ຈຸດເຊື່ອມຈອດຄ່ຽນຖ່າຍສິນຄ້າ ລາງລົດໄຟ ລາວ – ຈີນ ແລະ ລົດໄຟ ລາວ – ໄທ.