ລັດຖະມົນຕີກະຊວງ ອຄ ເຂົ້າຮ່ວມພິທີເປີດງານວາງສະແດງນໍາເຂົ້າສາກົນ ສປ ຈີນ ຄັ້ງທີ 4 ໂດຍມີ 3 ບໍລິສັດຈາກສປປລາວ ເຂົ້າຮ່ວມງານວາງສະແດງດັ່ງກ່າວ

359

ງານວາງສະແດງນໍາເຂົ້າສາກົນ ສປ ຈີນ ຄັ້ງທີ 4 ປີ 2021 ໄດ້ຈັດຂຶ້ນທີ່ນະຄອນຊຽງໄຮ ໂດຍມີຫົວໜ່ວຍທຸລະກິດທີ່ມີທ່າແຮງຈາກ ສປປ ລາວ ເຂົ້າຮ່ວມ 3 ບໍລິສັດ.


ໃນຕອນຄ່ຳຂອງວັນທີ 4 ພະຈິກ 2021 ຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມດ້ວຍຄະນະ ແລະ ທ່ານ Zhao WENYU ທູດເສດຖະກິດ-ການຄ້າ ສປ ຈີນ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງນໍາເຂົ້າສາກົນ ສປ ຈີນ ຄັ້ງທີ 4 ປີ 2021 (The 4 China International Import Expo 2021) ແບບອອນລາຍ ເຊິ່ງງານດັ່ງກ່າວຈະຈັດຂຶ້ນໃນລະຫວ່າງ ວັນທີ 5-11 ພະຈິກນີ້ ທີ່ນະຄອນຊຽງໄຮ.


ງານວາງສະແດງນໍາເຂົ້າສາກົນ ສປ ຈີນປີນີ້ ໄດ້ມີການເຂົ້າຮ່ວມຂອງພາກທຸລະກິດໃນ ສປປ ລາວ ມີຫ້ອງວາງສະແດງມາດຕະຖານ ຂະໜາດ 3×3 ແມັດ, ຈໍານວນ 2 ຫ້ອງວາງສະແດງໂດຍບໍ່ໄດ້ເສຍຄ່າ ເພື່ອໂຄສະນາສິນຄ້າທ່າແຮງຂອງລາວ ມີ 02 ບໍລິສັດເຂົ້າຮ່ວມຄື: 1. ບໍລິສັດ Meely Decore Sole Co.,Ldt ແລະ 2. ບໍລິສັດ LAO GUOTONG Livestock Farming Development Co., Ldt. ນອກຈາກນີ້, ຍັງມີຫົວໜ່ວຍທຸລະກິດຈ່າຍຄ່າຫ້ອງວາງສະແດງເອງ ໂດຍຍຜ່ານກົມສົ່ງເສີມການຄ້າ ໄດ້ຮັບສ່ວນຫຼຸດ 10% ເຂົ້າຮ່ວມມີ 1 ບໍລິສັດຄື ບໍລິສັດ Lao Three Six Manor Trade Export-Import Sole Co.,Ldt.


ພ້ອມດຽວກັນ, ຍັງມີຫ້ອງວາງສະແດງແຫ່ງຊາວລາວ ເຊິ່ງການເຂົ້າຮ່ວມຂອງຫ້ອງວາງສະແດງແຫ່ງຊາດລາວ ແມ່ນເຂົ້າຮ່ວມແບບອອນລາຍ ແລະ ສໍາເລັດການອັບເນື້ອໃນ, ຮູບພາບ ແລະ ວີດີໂອ ລົງໃນຫ້ອງວາງສະແດງແຫ່ງຊາດ ດີຈີຕອນ ໂດຍມີເນື້ອໃນຫຍໍ້ຄື: ເນັ້ນໃສ່ເນື້ອໃນກວມເອົາທາງດ້ານການຄ້າ, ການລົງທຶນ, ວັດທະນະທຳ, ທ່ອງທ່ຽວ ແລະ ໂຄສະນາຜະລິດຕະພັນສິນຄ້າທ່າແຮງທີ່ມີເງື່ອນໄຂສາມາດສົ່ງອອກໄປຕະຫຼາດ ສປ ຈີນ ແລະ ຕະຫຼາດສາກົນເຊັ່ນ: ເຂົ້າ, ຊາ, ກາເຟ, ນໍ້າຕານ, ໝາກໄມ້, ສັດ (ງົວ) ແລະ ເຟີນີເຈີ./ ເຊິ່ງຈັດເປັນສອງເຂດ ເພື່ອວາງສະແດງຮູບພາບພ້ອມຂຽນຂໍ້ຄວາມອະທິບາຍ ແລະ ວີດີໂອ ການໂຄສະນາປະເທດລາວ, ຜະລິດຕະພັນສິນຄ້າລາວ ຢູ່ໃນຫ້ອງວາງສະແດງແຫ່ງຊາດ ຫໍວາງສະແດງດີຈີຕອນ.


ການຈັດງານສໍາລັບປີ 2020 ແລະ 2021 ນີ້ ເນື່ອງຈາກມີການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19. ດັ່ງນັ້ນ, ຝ່າຍ ສປ ຈີນ ຈຶ່ງເຊື້ອເຊີນຝ່າຍ ສປປ ລາວ ເຂົ້າຮ່ວມງານແບບອອນລາຍ ໂດຍນໍາໃຊ້ເວບໄຊທາງການຂອງງານ ເພື່ອແນະນໍາສະພາບການຄ້າ, ການລົງທຶນ ແລະ ຂົງເຂດອື່ນໆຂອງປະເທດລາວ ຊຶ່ງໄດ້ສ້າງຫ້ອງວາງສະແດງແຫ່ງຊາດດີຈີຕອນດ້ວຍເຕັກນິກ 3D ເພື່ອບັນລະຍາຍຮູບພາບ, ວິດິໂອ ແລະ ຂໍ້ມູນອື່ນໆເປັນການສະແດງຜົນງານການພັດທະນາຂະແໜງການທີ່ມີທ່າແຮງດ້ານການຄ້າ, ວັດທະນະທຳ, ທ່ອງທ່ຽວ ແລະ ບັນດາຫົວໜ່ວຍທຸລະກິດລາວທີ່ພົ້ນເດັ່ນ, ຝ່າຍ ສປ ຈີນ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອຫ້ອງວາງສະແດງມາດຕະຖານ ຂະໜາດ 3×3 ແມັດ, ຈຳນວນ 2 ຫ້ອງວາງສະແດງໂດຍບໍ່ໄດ້ເສຍຄ່າ.