“ເຂົ້າໜົມປັງຊີສໜ້າໄໝ້” ແລະ “ຊີສເຄັກໜ້າໄໝ້” ເຮັດກິນຊ່ວງລັອກດາວຢູ່ບ້ານງ່າຍໆ

193

ມື້ນີ້ຜູ້ຂຽນໄດ້ນຳເອົາເມນູຂອງຫວານມາໃຫ້ທ່ານໄດ້ເຮັດກິນແກ້ເບື່ອໃນຊ່ວງລັອກດາວ ຫຼື ບາງຄົນທີ່ກຳລັງກັກຕົວຢູ່ບ້ານເພື່ອເຮັດໃຫ້ຮູ້ສຶກດີ ແລະ ອາດຈະຊ່ວຍຄາຍຄວາມຄຽດໃນສະຖານະການທີ່ກຳລັງເກີດຢູ່ໃນປັດຈຸບັນນີ້ ໂດຍຜູ້ຂຽນໄດ້ນຳເອົາເມນູຂອງຫວານສອງຢ່າງມາຝາກທຸກທ່ານໄດ້ເອົາໄປເຮັດກິນ ຮັບຮອງວ່າແຊບ ແລະ ຖືກໃຈກັນແນ່ນອນ

ເຮົາມາເລີ່ມຕົ້ນດ້ວຍເມນູຂອງຫວານທຳອິດກັນເລີຍ ນັັ້ນກໍຄື ຊີສເຄັກໜ້າໄໝ້ທີ່ເຮັດກິນໄດ້ຕະຫຼອດແບບບໍ່ເບື່ອ ສູດນີ້ເຮັດໃສ່ພິມຊົງມົນນ້ອຍ ຂະໜາດພໍດີກິນສຳລັບໜຶ່ງຄົນ ບອກເລີຍວ່າແຊບ ເນື້ອສຳຜັດນຽນນຸ້ມບໍ່ລໍຊ້າເຮົາໄປເລີ່ມເຮັດກັນເລີຍ

ສ່ວນປະສົມ ຊີສເຄັກໜ້າໄໝ້ (ສຳລັບ 5 ອັນນ້ອຍ) ປະກອບມີ: ຄຣີມຊີສ 150 ກຣາມ, ນ້ຳຕານ 50 ກຣາມ, ກິ່ນວານິລາ ¼ ບ່ວງແກງ, ວິບປິ້ງຄຣີມ 60 ກຣາມ, ໄຂ່ໄກ່ (ເບີ2) 1 ໜ່ວຍ ແລະ ແປ້ງສາລີ 1 ບ່ວງຊາ

ວິທີເຮັດຊີສເຄັກໜ້າໄໝ້

1 ກຽມພິມຄັບເຄັກໂດຍປົກດ້ວຍເຈ້ຍຮອງອົບ

2 ເອົາຄຣີມຊີສ ແລະ ນ້ຳຕານໃສ່ລົງໄປໃນພາຊະນະປະສົມ ຄົນປະສົມໃຫ້ເຂົ້າກັນ

3 ໃສ່ກກິ່ນວານິລາ ແລະ ວິບປິ້ງຄຣີມລົງໄປປະສົມແລ້ວຕີໃຫ້ເຂົ້າກັນ

4 ຕອກໄຂ່ລົງໄປກັບຄຣີມຊີສ ຕີໃຫ້ເຂົ້າກັນໃສ່ແປ້ງສາລີແລ້ວກໍປະສົມໃຫ້ເຂົ້າກັນດີ

5 ຈາກນັ້ນເອົາສ່ວນປະສົມທີ່ປະສົມແລ້ວເທລົງໃສ່ພິມທີ່ກຽມໄວ້ຕັ້ງແຕ່ຕົ້ນ ເອົາໄປອົບທີ່ອຸນຫະພູມ 225 ອົງສາ ປະມານ 23-25 ນາທີ ຫຼັງຈາກສຸກແລ້ວເອົາອອກມາປ່ະໃຫ້ເຢັນ ແລະ ນຳໄປແຊ່ໃນຕູ້ເຢັນປະມານ 1 ຊົ່ວໂມງ ກ່ອນນຳໄປເສີບ

ຮຽບຮ້ອຍໄປແລ້ວກັບໜຶ່ງເມນູ ຕໍ່ມາອີກເມນູໜຶ່ງນັ້ນກໍຄືເຂົ້າໜົມປັງໜ້າຊີສໄໝ້ ໃສ່ເນີຍສົດກັບນ້ຳເຜິ້ງທີ່ຂາດບໍ່ໄດ້ຄືເຊດດາຊີສ ຢາກຈະບອກວ່າລະມຸນແຮງ ເພາະຄວາມຫວານຂອງນ້ຳເຜິ້ງ ແລະ ຄວາມເຄັມຂອງເຊດດາຊີສມັນເຂົ້າກັນແຮງ ແຖມຫອມເນີຍສົດ ບອກໄດ້ເລີຍວ່າກິນໄດ້ເລື່ອຍໆ ແນ່ນອນ ພ້ອມແລ້ວເຮົາໄປເຮັດກິນກັນຕໍ໋ດີກວ່າ

ວັດຖຸດິບຂອງເຂົ້າໜົມປັງໜ້າຊີສໄໝ້ ປະກອບມີ: ເຊດດາຊີສ 2 ແຜ່ນ, ວິບປິ້ງຄຣີມ 30 ມິນລິລິດ, ນ້ຳເຜິ້ງ 15 ກຣາມ, ເນີຍສົດລົດເຄັມ 30 ກຣາມ ແລະ ເຂົ້າໜົມປັງ 4 ແຜ່ນ

ວິທີເຮັດ

1 ເລີ່ມແລກເຮົາຈະນຳເອົາ ເນີຍສົດລົດເຄັມ, ເຊດດາຊີສ, ນ້ຳເຜິ້ງ ແລະ ວິບປິ້ງຄຣີມລົງໄປໃນພາຊະນະໄປຕຸ໋ນເທິງໝໍ້ນ້ຳຮ້ອນ ຄົນນຈົນທຸກຢ່າງລະລາຍເຂົ້າກັນ

2 ຈາກນັ້ນກໍເອົາສ່ວນປະສົມທີ່ຕຸ໋ນມາທາໃສ່ແຜ່ນເຂົ້າໜົມປັງແລ້ວກໍນຳເອົາໄປອົບຢູ່ອຸນຫະພູມ 200 ອົງສາ ໃຊ້ໄຟເທິງ-ລຸ່ມ ເປັນເວລາ 8-10 ນາທີ ກໍສາມາດພ້ອມເສີບຄວາມແຊບລະມຸນໄດ້ເລີຍ

ນີ້ກໍເປັນເມນູຂອງຫວານທີ່ຜູ້ຂຽນເອົາມາຝາກແຟນຂ່າວທີ່ໜ້າຮັກໄດ້ນຳໄປເລືອກເຮັດ ຫຼື ຈະເອົາໄປເຮັດກິນທັງສອງເມນູເລີຍກໍໄດ້ ຫວັງວ່າຈະເຮັດໃຫ້ທຸກຄົນຜ່ອນຄາຍ ມີຄວາມສຸກກັບການເຮັດ ແລະ ກິນອາຫານທີ່ພວກເຮົານຳຝາກ.