ທີມງານພິດສະນຸໂລກ ໄຊຄິງ ຊ່ວຍ ເຟຣມລົດຖີບ ໃຫ້ທີມຊາດລາວ ມູນຄ່າ 30 ລ້ານກວ່າກີບ

605

ພິທີມອບ-ຮັບໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 15 ກັນຍາ ຜ່ານມາ ທີ່ຫ້ອງການ ສະຖານີໂທລະພາບ ທີວີລາວ ບ້ານໂພນພະເນົາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຕາງໜ້າທີມງານຮ້ານ phitsanulok cycling ຈັງຫວັດພິດສະນຸໂລກ ປະເທດໄທ ມອບ ເຟຣມລົດຖີບ mtb ຍີ່ຫໍ້ backer ກ່າວມອບໂດຍທ່ານ ກາບຊ້ອນ ສຸວັນນະຣາຊ໌ ຮັກສາການ ເລຂາທິການສະຫະພັນລົດຖີບແຫ່ງຊາດລາວ ແລະ ກ່າວຮັບແມ່ນທ່ານ ຫົງຄໍາ ສຸວັນນະວົງ ປະທານສະຫະພັນລົດຖີບແຫ່ງຊາດລາວ, ມີທ່ານ ວິນລີ ດິດທິບົວ ໂຄ໋ຊນັກກີລາລົດຖີບ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ກາບຊ້ອນ ສຸວັນນະຣາຊ໌ ກ່າວວ່າ: ສຳລັບນໍ້າໃຈໃນການຊ່ວຍເຫຼືອເຟຣມລົດຖີບເຟຣມ ເອັມທີບີ ຍີ່ຫໍ້ backer ຈຳນວນ 4 ເຟຣມ ລວມມູນຄ່າ 30 ລ້ານກວ່າກີບ ຂອງທີມງານຮ້ານ phitsanulok cycling ໃນຄັ້ງນີ ແມ່ນມີຈຸດປະສົງຢາກປະກອບສ່ວນຊ່ວຍເຫຼືອທີມຊາດລາວ ໄດ້ມີຄວາມສະດວກປະກອບລົດໃຫ້ສົມບູນແບບສາມາດນຳໃຊ້ເຂົ້າໃນການເກັບຕົວຝຶກຊ້ອມ ເພື່ອກຽມເຂົ້າຮ່ວມແຂ່ງຂັນງານຕ່າງໆ ທັງພາຍໃນ ແລະ ລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ ໃນອະນາຄົດ ກໍຄື ງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ.

ຢ່າງໃດກໍຕາມ, ປັດຈຸບັນນັກກີລາລົດຖີບທີມຊາດລາວ ມີການເຄື່ອນໄຫວຝຶກຊ້ອມ ຈຳນວນ 6 ຄົນ ແຕ່ບໍ່ທັນມີລາຍການແຂ່ງຂັນ ຄືຮູ້ນຳກັນແລ້ວວ່າໃນປັດຈຸບັນສະພາບການແຜ່ລະບາດຂອງເຊື້ອພະຍາດສາຍພັນໃໝ່ ໂຄວິດ-19 ມີການແຜ່ລະບາດໜັກໜ່ວງ ຈຶ່ງເຮັດໃຫ້ການເຄື່ອນໄຫວມີຄວາມຫຍຸ້ງຍາກລຳບາກ ແລະ ບໍ່ມີການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ. ເຖິງຢ່າງໃດກໍຕາມ, ທາງສະຫະພັນລົດຖີບແຫ່ງຊາດລາວ ກໍໄດ້ຈັດຕາຕະລາງແຜນການຝຶກຊ້ອມຢ່າງປົກກະຕິໃຫ້ນັກກີລາ ເພາະກີລາດັ່ງກ່າວ ນັກກີລາບໍ່ມີການຝຶກຊ້ອມ ກໍຖືວ່າລາວົງການລົດຖີບ ສຳລັບເສັ້ນທາງໃນການຝຶກຊ້ອມຂອງນັກກີລາທີມຊາດ ແມ່ນຈະຈັດແບ່ງບໍ່ໃຫ້ມີການຝຶກຊ້ອມເປັນກຸ່ມ ຈະຈັດໃຫ້ຊ້ອມໃຜລາວ ໂດຍເນັ້ນເສັ້ນທາງ ໝາກຮຽວ ເມືອງຫາດຊາຍຟອງ, ຝຶກຊ້ອມໄຂທິລຽມ ບຶງທາດຫຼວງ ແລະ ເສັ້ນທາງ 450 ປີ. ຂະນະທີ່ ອາລິຍາ ພູນສະຫວັດ ນັກກີລາລົດຖີບມື 1 ທີມຊາດ ປັດຈຸບັນໄດ້ເຄື່ອນໄຫວຝຶກຊ້ອມກັບຕົ້ນສັງກັດສະໂມສອນ ໄທຄອນຕິນິໂທ ທີ່ຈັງຫວັດຊຽງໃໝ່ ປະເທດໄທ ແລະ ກໍໄດ້ເຂົ້າຮ່ວມແຂ່ງຂັນລະດັບມືອາຊີບ ກໍເປັນບາງຄັ້ງຄາວ ຍ້ອນການປ້ອງກັນເຊື້ອພະຍາດດັ່ງກ່າວ.
ໂດຍ ສົງການ