ເບສະຫວັນ – ເອັສທີທີ ຮັກສາສະຖິຕິຊະນະລວດ ເກັບໄຊຊະນະນັດທີ 6 ລາວຟຸດຊໍ ລີກ 2024

115

ເບສະຫວັນ ເອັຟຊີ ແລະ ເອັສທີທີ ເອັຟຊີ ບໍ່ມີໃຜຍອມໃຜ ລົງສະໜາມນັດທີ 6 ຊະນະລວດ ໃນການແຂ່ງຂັນກີລາຟຸດຊໍລາຍການ ລາວຟຸດຊໍ ລີກ 2024 ອາທິດທີ 6 ເມື່ອທ້າຍອາທິດທີ່ຜ່ານມາ ພ້ອມຮັກສາສະຖິຕິຊະນະລວດຢຶດທີມນໍາຕໍ່ໄປ.

ທັງສອງທີມເປັນທີມທີ່ຍັງສະກົດຄໍາວ່າສະເໝີ ແລະ ເສຍບໍ່ເປັນ ໃນການແຂ່ງຂັນລາວຟຸດຊໍ ລີກ 2024 ໂດຍ ເບສະຫວັນ ເອັຟຊີ ລົງສະໜາມນັດຫຼ້າສຸດເມື່ອວັນທີ 7 ເມສາ 2024 ເອົາຊະນະ ວີເຊີ້ນ 5-1, ສ່ວນ ເອັສທີທີ ເອົາຊະນະ ເຄເອັມທີ 6-4 ເຮັດໃຫ້ທັງສອງທີມເກັບເພີ່ມເປັນ 18 ຄະແນນ ແຕ່ເປັນ ເບສະຫວັນ ເອັຟຊີ ທີ່ມີຜົນປະຕູໄດ້ເສຍດີກວ່າຢຶດທີມນໍາຕໍ່ໄປ ແລະ ເອັສທີທີ ຢູ່ອັນດັບທີ 2, ສ່ວນອັນດັບທີ 3 ເປັນຂອງ ວີເຊີ້ນ ຢູໄນເຕັດ ມີ 12 ຄະແນນເທົ່າກັບອັນດັບ 4 ຊີໄອທີ ເອັຟຊີ ແລະ ອັນດັບ 4 ເໜືອ-ໃຕ້ ເອັຟຊີ.

ສໍາລັບ ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ ເພື່ອຄັດເອົາສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນໃນ ຮອບ 4 ທີມ.
ຂ່າວ: Larh Creators; ຮູບຈາກ: ສຕລ