ເລື່ອງເດັ່ນໆໃນລາວຟຸດຊໍ ລີກ ເມື່ອຜູ້ຮັກສາປະຕູສາມາດຍິງປະຕູໄດ້ຫຼາຍທີ່ສຸດເຖິງ 2 ໜ່ວຍໃນນັດດຽວພາທີມຊະນະ

102

ກາຍເປັນຜູ້ຮັກສາປະຕູທີ່ສາມາດຍິງປະຕູໄດ້ຫຼາຍທີ່ສຸດຕໍ່ນັດ ໃນການແຂ່ງຂັນ ລາວຟຸດຊໍ ລີກ 2024 ໃນຕອນນີ້ສໍາລັບ ບຸນຄົງ ລາດເສນາ ຜູ້ຮັກສາປະຕູຂອງ ສະໂມສອນ ຟຸດຊໍ ລະຊະຕະ ຫຼັງຍິງໄປ 2 ປະຕູນັດເອົາຊະນະ ອາສາ ພາວເວີ້ 10-4 ໃນອາທິດທີ່ຜ່ານມາ.

ບຸນຄົງ ລາດເສນາ ( ຄົງ ) ຜູ້ຮັກສາປະຕູ ລະຊະຕະ Lasata Futsal Club ໄວ 20 ປີຍິງໄດ້ 2 ປະຕູ ນັດທີ່ພາ ລະຊະຕະ ເອົາຊະນະ ອາສາ ພາວເວີ້ 10-4 ຍິງໄດ້ນາທີໆ 29 ກັບ 40 ພາທີມເອົາຊະນະ ອາສາ ພາວເວີ້ 10-4 ພາທີມເກັບເພີ່ມເປັນ 9 ຄະແນນຈາກຜົນງານ 5 ນັດແຊງຂຶ້ນຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມ, ສ່ວນທີມນໍາເປັນຂອງ ເບສະຫວັນ ເອັຟຊີ ມີ 15 ຄະແນນເທົ່າກັບອັນດັບ 2 ເອັສທີທີ ເອັຟຊີ.

ບຸນຄົງ ປັດຈຸບັນອາຍຸ 20 ປີເລີ່ມຫຼິ້ນຟຸດຊໍ ຕັ້ງແຕ່ປີ 2022 ຫຼິ້ນໃຫ້ກັບ ສະໂມສອນ ຟຸດຊໍ ທີເອັມ ເຊິ່ງແມ່ນ ສະໂມສອນ ຟຸດຊໍ ລະຊະຕະ ໃນປັດຈຸບັນ ຜົນງານປີນີ້ລົງສະຫນາມ 5 ນັດ ເສຍ 16 ປະຕູ ພາທີມລົງສະໜາມ 5 ນັດຊະນະ 3 ແລະ ເສຍ 2 ນັດມີ 9 ຄະແນນຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມ.

ພາລະກິດຕໍ່ໄປຂອງ ບຸນຄົງ ກຽມພາ ລະຊະຕະ ລົງສະໜາມນັດທີ 6 ພົບກັບ ນະຄອນຫຼວງ ເວລາ 16:00 ໂມງຂອງວັນເສົາທີ 6 ເມສາ 2024 ທີ່ສະໜາມກີລາຟຸດຊໍ ໃນຮົ່ມຂອງສະຫະພັນບານເຕະແຫ່ງຊາດລາວ, ສ່ວນອີກຄູ່ໃນວັນດຽວກັນເວລາ 14:00 ຊີທີເອ ພາວເວີ້ ພົບ ເໜືອ-ໃຕ້. ຂະນະທີ່ຕາຕະລາງແຂ່ງຂັນວັນອາທິດທີ 7 ເມສາ 2024 ຄູ່ທໍາອິດເວລາ 14:00 ໂມງ ອາສາ ພາວເວີ້ ພົບ ຊີໄອທີ, ຄູ່ທີ 2 ເວລາ 16:00 ໂມງ ວີເຊີ້ນ ພົບ ເບສະຫວັນ ແລະ ຄູ່ທີ 3 ເວລາ 18:00 ໂມງ ເຄເອັນທີ ພົບ ເອັສທີທີ.

ສໍາລັບ ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ ເພື່ອຄັດເອົາສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນໃນ ຮອບ 4 ທີມ.
ຂ່າວ: Larh Creators; ຮູບຈາກ: Lao Futsal League