ການແຂ່ງຂັນເທັນນິສ ລາວ ແລນໂຣເວີ ຄັບ 2024 ປິດສາກຢ່າງຈົບງາມ, ໄດ້ຜູ້ຊະນະເລີດ 8 ລາຍການ

3107

ການແຂ່ງຂັນເທັນນິສ ລາວ ແລນໂຣເວີ ຄັບ 2024 ( Lao Land Rover Cup 2024) ວັນທີ 6 ເມສາ 2024 ພາຍຫຼັງທີ່ດຳເນີນການແຂ່ງຂັນມາແຕ່ວັນທີ 20 ມີນາ 2024 ໂດຍພິທີປິດການແຂ່ງຂັນໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ທັງເປັນເລຂາທິການໂອແລມປິກແຫ່ງຊາດລາວ, ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ, ທ່ານ ກິດສະໜາ ວົງໄຊ ປະທານບໍລິສັດ ເບຍລາວ ແລະ ທ່ານ Biju Narayana, General Manager ບໍລິສັດ Lao Land Rover ພ້ອມດ້ວຍຄູຝຶກ ແລະ ນັກກີລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວທ່ານ Biju Narayana, General Manager ບໍລິສັດ Lao Land Rover ໃຫ້ກຽດຂຶ້ນກ່າວປິດການແຂ່ງຂັນວ່າ: ລາຍການນີ້ ຈັດຂຶ້ນເປັນຄັ້ງທີ 2 ໂດຍມີນັກກີລາເຂົ້າຮ່ວມ 120 ຄົນ, ທີ່ມາຈາກລາວ, ໄທ ແລະ ປະເທດເອີຣົບ ຈຳນວນໜຶ່ງ ແຂ່ງຂັນ 8 ລາຍການ ເພື່ອສ້າງໂອກາດໃຫ້ນັກກີລາໄດ້ເຄື່ອນໄຫວຝຶກແອບ, ແຂ່ງຂັນຢ່າງຕໍ່ເນື່ອງ ທັງເປັນການຕ້ອນຮັບປີໃໝ່ລາວ, ສ້າງຄວາມສາມັກຄີ, ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບ, ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອພັດທະນາສີມືຄວາມສາມາດ ເພື່ອກ້າວໄປແຂ່ງຂັນໃນລາຍການລະດັບພາກພື້ນ ແລະ ສາກົນຕໍ່ໄປ.

ຜ່ານການແຂ່ງຂັນລະຫວ່າງວັນທີ 20 ມີນາ – 6 ເມສາ 2024 ປາກົດວ່າ:
-ປະເພດດ່ຽວສາຍ ຄ: ຊະນະເລີດ ເປັນຂອງ Gleb ຈາກຣັດເຊຍ ແລະ ຮອງຊະນະເລີດ Casel ຈາກອັງກິດ
-ປະເພດຄູ່ ສາຍ ກ: ຊະນະເລີດ ອານັນດາ ຄູ່ກັບ ວິທະຍາ ຈາກລາວ ແລະ ຮອງຊະນະເລີດ ອະນັນດອນ ຄູ່ກັບ ຄີຣາຕິ.
-ປະເພດຄູ່ ສາຍ ຂ: ຊະນະເລີດ ອາໂນລົງ + ໂດ່ ແລະ ຮອງຊະນະເລີດ ວິຣະກົດ ຄູ່ກັບ ອາຣິຍະ
-ປະເພດຄູ່ ສາຍ ຄ: ຊະນະເລີດ ວັນທອງ + Gleb ແລະ ຮອງຊະນະເລີດ ວັດສະລາກອນ + ເມດ
-ປະເພດຄູ່ ອາຍຸລວມ 75 ປີຂຶ້ນໄປ: ຊະນະເລີດເປັນຂອງ ວິລະກົດ + ສົມໃຈ ແລະ ຮອງຊະນະເລີດ ແສນທະນົງຫວັດ + ພູແກ້ວ
-ຄູ່ປະສົມ ອາວຸໂສ: ຊະນະເລີດ ທ່ານ ອາໂນລົງ + ມະໄລທອງ ແລະ ⁠ຮອງຊະນະເລີດ ທ່ານ ວິສິດ + ສຸພາພອນ
-ຄູ່ຍິງ: ຊະນະເລີດ ມີມີ່ + ມະໄລທອງ ແລະ ⁠ຮອງຊະນະເລີດ 🇱🇦 ແອນນິຕ້າ + ຈູລີ້ແຕັງ
-ຄູ່ອາວຸໂສ 60 ປີຂຶ້ນໄປ: ຊະນະເລີດ ທ່ານ ດາວວີ + ໂທນີ້ ແລະ ⁠ຮອງຊະນະເລີດ ທ່ານ ອາດິສັກ + ຂັນທະນູວຽງ

ສໍາລັບ ຊະນະເລີດໃນແຕ່ລະປະເພດ ໄດ້ຮັບຂັນແຊັມ ແລະ ເງິນລາງວັນ 1.500.000 ກີບ, ສ່ວນ ຮອງຊະນະເລີດ ໃນແຕລະປະເພດໄດ້ຮັບຂັນຮອງຊະນະເລີດ ແລະ ເງິນລາງວັນ 800.000 ກີບ.
ຂ່າວ-ຮູບ: Larh Creators