ເລວານດອຟສະກີ ຕ້ອງການໄປຫາຄວາມທ້າທາຍໃໝ່ ກ່ອນທີ່ ບາເຢິນ ມິວນິກ ຈະຕັ້ງຄ່າຕົວສູງຫຼາຍ

317
Bayern's Robert Lewandowski celebrates after scoring his side's third goal during the German Supercup soccer match between Borussia Dortmund and Bayern Munich in Dortmund, Germany, Tuesday, Aug. 17, 2021. (AP Photo/Martin Meissner)

ໂຣເບິດ ເລວານດອຟສະກີ ກອງໜ້າທີມຊາດໂປໂລຍ ຕ້ອງການອໍາລາ ບາເຢິນ ມິວນິກ ສະໂມສອນໃນບຸນເດສລີກາ ເຢຍລະມັນ ເພື່ອໄປກາຄວາມທ້າທາຍໃໝ່ ກ່ອນທີ່ຕົວເອງຈະອາຍຸຮອດ 35 ປີ ຫຼ້າສຸດ ບາເຢິນ ມິວນິກ ຕັ້ງຄ່າຕົວສູງບໍ່ຕໍ່າກວ່າ 100 ລ້ານປອນ ຕາມການລາຍງານຂອງ ສະກາຍ ສະປອດ ສື່ກີລາຊັ້ນນໍາ ເມື່ອທ້າຍອາທິດ ທີ່ຜ່ານມາ.

ເລວານດອຟສະກີ ມີອາຍຸຄົບ 33 ປີເມື່ອວັນເສົາທີ 21 ສິງຫາ ທີ່ຜ່ານມາ ຍັງມີຄວາມສຸກດີກັບ ບາເຢິນ ມິວນິກ ໃນປັດຈຸບັນ, ແຕ່ກໍມີເປົ້າໝາຍຢາກໄປຫຼິ້ນໃຫ້ກັບສະໂມສອນອື່ນໆໃນເອີຣົບ ກ່ອນອາຍຸຄົບ 35 ປີ ຫຼັງຈາກທີ່ຮັບໃຊ້ ບາເຢິນ ມິວນິກ ມາແຕ່ປີ 2014 ແລະ ໄດ້ແຊັມໃຫຍ່ໆກັບສະໂມສອນມາຄົບໝົດແລ້ວ.

ຢ່າງໃດກໍຕາມ, ບາເຢິນ ມິວນິກ ຫວັງຈະຮັກສາ ເລວານດອຟສະກີ ໄປຈົນໝົດສັນຍາໃນປີ 2023 ແຕ່ຖ້າຫາກສະໂມສອນໃດຕ້ອງການກໍຕ້ອງຈ່າຍຄ່າຕົວບໍ່ຕໍ່າກວ່າ 100 ລ້ານປອນ ເຊິ່ງລະດູການທີ່ຜ່ານມາ ເລວານດອຟສະກີ ກໍຍັງໂດດເດັ່ນຄືເກົ່າຍິງໄປທັງໝົດ 56 ປະຕູທັງໃນທີມຊາດ ແລະ ສະໂມສອນ, ສ່ວນທີ່ຜ່ານມາກໍເຄີຍມີຂ່າວກັບ ເຊລຊີ ທີ່ໃຫ້ຄວາມສົມໃຈ ແລະ ສະໂມສອນໃຫຍ່ອື່ນໆ.
ຮູບຈາກ: AP