ທ້າວຊູປິງທຽນ ນັກກິລາແລ່ນ 100 ແມັດໄວທີ່ສຸດຂອງຈີນ

264

ໃນການແຂ່ງຂັນແລ່ນໄວ 100 ແມັດຮອບຊີງຊະນະເລີດຂອງງານກິລາໂອລິມປິກໂຕກຽວ ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 1 ສິງຫານີ້, ທ້າວຊູປິງທຽນ ນັກກິລາຈີນ ໄດ້ອັນດັບ 6 ດ້ວຍສະຖິຕິ 9,98 ວິນາທີ.

ແຕ່ທ່ານອາດຈະບໍ່ຮູ້ວ່າ: ລາວແມ່ນຊາວຈີນຜູ້ທຳອິດທີ່ເຂົ້າຮ່ວມການແຂ່ງຂັນແລ່ນໄວ 100 ແມັດຮອບຊີງຊະນະເລີດໃນງານກິລາໂອລິມປິກ. ນອກນີ້, ສະຖິຕິຂອງການແຂ່ງຂັນຮອບກ່ອນຊີງຊະນະເລີດແມ່ນ 9,83 ວິນາທີ ເຊິ່ງໄດ້ສ້າງສະຖິຕິໃໝ່ສຳລັບອາຊີ.


ຜົນງານຂອງທ້າວຊູປິງທຽນເປັນທີ່ປະຈັກຕາຊາວໂລກ. ພາຍຫຼັງການແຂ່ງຂັນຮອບກ່ອນຊີງຊະນະເລີດ, ມີແຟນກິລາໄດ້ຕັ້ງຊື່ຫຼິ້ນໃໝ່ໃຫ້ລາວຢູ່ທາງທວີເຕີວ່າ: “Su-per Fast”, ໃນນັ້ນ, ບໍ່ພຽງແຕ່ມີນາມສະກຸນຂອງລາວທີ່ວ່າ “su” ເທົ່ານັ້ນ, ຍັງມີຄວາມໝາຍວ່າ: “ໄວທີ່ສຸດ” ອີກດ້ວຍ.


ໃນຖານະເປັນນັກກິລາຜູ້ນຳໜ້າໃນການແຂ່ງຂັນແລ່ນໄວຂອງຈີນ, ທ້າວຊູປິງທຽນ ທີ່ມີອາຍຸ 32 ປີ ໄດ້ທ້າທາຍຕົນເອງຕະຫຼອດມາ ເພື່ອສ້າງສິ່ງມະຫັດສະຈັນແບບຈີນ. ລາວກ່າວວ່າ: “ຂ້ອຍພະຍາຍາມເຮັດທຸກສິ່ງທຸກຢ່າງໃຫ້ດີ ເຊິ່ງລວມທັງສິ່ງທີ່ຂ້ອຍເຮັດໄດ້, ສິ່ງທີ່ຂ້ອຍຄວນເຮັດ ແລະ ສິ່ງທີ່ຂ້ອຍຕ້ອງເຮັດ, ຂ້ອຍຍັງຈະສືບຕໍ່ຍຶດໝັ້ນການຝຶກຊ້ອມຕໍ່ໄປ.”