ສູດແຊນວິດຈືນ ໄສ້ຊີສ ອາຫານເຊົ້າ ຫຼື ເປັນອາຫານວ່າງກິນຫຼິ້ນ

862

ແຊນວິດຈືນ ອີກໜຶ່ງເມນູອາຫານເຊົ້າຂອງຄົນເຮັດວຽກຫ້ອງການ ເພາະເຮັດງ່າຍໆພາຍໃນບໍ່ເທົ່າໃດນາທີຈະເຮັດກິນຄູ່ກັບນົມສົດ ຫຼື ກາເຟກໍເຂົ້າກັນດີສຸດໆ ບອກເລີຍວ່າເຮັດກິນໄດ້ທຸກມື້ແບບບໍ່ເບື່ອ ເພາະເຮົາສາມາດປ່ຽນໄສ້ໃສ່ໄດ້ຕາມມັກເລີຍ ພ້ອມແລ້ວເຮົາໄປເບິ່ງວັດຖຸດິບ ແລະ ຂັ້ນຕອນການເຮັດພ້ອມກັນເລີຍ.

May be an image of food

ສ່ວນປະສົມ: ເຂົ້າໜົມປັງຕັດຂອບ 4 ແຜ່ນ, ຊັອດ, ມອສຊາເຣລ່າຊີສສະໄລ, ແປ້ງສາລີອະເນກປະສົງ 1 ຖ້ວຍ, ໄຂ່ໄກ່ 2 ໜ່ວຍ, ນົມສົດ 1 ບ່ວງແກງ, ເກືອ, ພິກໄທປົ່ນ, ເກັດເຂົ້າໜົມປັງ 1 ຖ້ວຍ ແລະ ນ້ຳມັນພືດ 2 ຖ້ວຍ.

ຂັ້ນຕອນການເຮັດແຊນວິດຈືນ

May be an image of food and indoor

1 ທາຊັອດໃສ່ແຜ່ນເຂົ້າໜົມປັງແຜ່ນລຸ່ມ ວາງຊີສທັບເຂົ້າໜົມປັງໄວ້ເທິງທີ່ທາຊັອດແລ້ວ.

2 ເອົາແຊນວິດໄປຈຸ່ມກັບແປ້ງຈົນທົ່ວທັງສອງດ້ານ, ຈາກນັ້ນຕອກໄຂ່ກັບນົມສົດໃສ່ຈານປຸງລົດຊາດດ້ວຍເກືອ ແລະ ພິກໄທ ຕີຈົນເຂົ້າກັນ.

3 ເອົາແຊນວິດລົງມາຈຸ່ມຈົນທົ່ວທັງສອງດ້ານແລ້ວເອົາໄປຄຸກກັບເກັດເຂົ້າໜົມປັງໃຫ້ທົ່ວ.

4 ຄ້າງໝໍ້ໃສ່ນ້ຳມັນພືດລົງໄປ ໃຊ້ໄຟປານກາງຂ້ອນຂ້າງແຮງ ພໍນ້ຳມັນຮ້ອນໃສ່ແຊນວິດລົງໄປຈືນຈົນສຸກເຫຼືອງກອບທັງສອງດ້ານ ຕັກຂຶ້ນມາຊັບນ້ຳມັນ ຈັດໃສ່ຈານເສີບໄດ້ເລີຍ.

May be an image of sandwich

ທີ່ມາ: https://laapzaab.com/5-fried-sandwich-recipes/