ສູດມູສເຄັກ ສະໄຕລ໌ໂຮມເມດ

702

ເອົາໃຈຄົນທີ່ມັກກິນຂອງຫວານ ມື້ນີ້ຜູ້ຂຽນເອົາສູດມູສເຄັກຊັອກໂກແລັດມາຝາກ ຖືວ່າເປັນອີກໜຶ່ງຂອງຫວານໃນໃຈຂອງໃຜຫຼາຍຄົນ ແຕ່ຈະໃຫ້ອອກໄປຊື້ກິນຕະຫຼອດກໍບໍ່ຄ່ອຍດີປານໃດ ເພາະສະນັ້ນເຮົາມາເຮັດກິນເອງເຮືອນກັນດີກວ່າ ສູດນີ້ວັດຖຸດິບບໍ່ຫຼາຍ ເຮັດງ່າຍບໍ່ຍາກ.

May be an image of food

ສ່ວນປະສົມ ( ສຳລັບ 6 ຖ້ວຍ ) ປະກອບມີ: ນົມສົດ 1/2 ຖ້ວຍ, ຜົງກາເຟ 1/2 ຖ້ວຍ, ຊັອກໂກແລັດລະລາຍ 200 ກຣາມ, ໄຂ່ໄກ່ 2 ໜ່ວຍ, ເມັດລາແຊັງດຳແຫ້ງ 2 ບ່ວງແກງ, ກິ່ນວານິລາ 1 ບ່ວງຊາ ແລະ ເກືອເລັກໜ້ອຍ.

May be an image of dessert and indoor

ວິທີເຮັດ

1 ໃສ່ນົມສົດກັບຜົງກາເຟລົງໃນໝໍ້ ນຳເອົາໄປຄ້າງໃສ່ໄຟປານກາງຕົ້ມຈົນຟົດ, ຈາກນັ້ນຕື່ມຊັອກໂກແລັດລະລາຍ ຄົນປະສົມຈົນເຂົ້າກັນ ຕົ້ມປະມານ 5 ນາທີ ປິດໄຟຍົກລົງຈາກເຕົາ.

May be an image of dessert

2 ໃສ່ໄຂ່ໄກ່, ໝາກລາແຊັງ, ກິ່ນວານິລາ ແລະ ເກືອ ຕີປະສົມຈົນເຂົ້າກັນດີພັກປະໄວ້, ຈາກນັ້ນເທໃສ່ຖ້ວຍ ຫຼື ຈອກ ປະໄວ້ປະມານ 2 ຊົ່ວໂມງ ກ່ອນຮັບປະທານ.

May be an image of dessert

ທີ່ມາ: https://laapzaab.com/5-homemade-mousse-cake-recipes/