ເງິນໂດລາສະຫະລັດ ແຂງຄ່າຍາວ ທະນາຄານກາງຫຼາຍປະເທດອາຊີຕ້ອງປັບແຜນ

12

ຄວາມຫວັງທີ່ຈະໄດ້ເຫັນທະນາຄານກາງປັບຫຼຸດອັດຕາດອກເບ້ຍໃນປີນີ້ ເລີ່ມເລືອນລາງລົງໃນຫຼາຍປະເທດ ຈາກປັດໄຈເຟດ, ຄວາມເຄັ່ງຕຶງໃນຕາເວັນອອກກາງ. ດ້ານນັກວິເຄາະຄາດເງິນໂດລາສະຫະລັດແຂງຄ່າຍາວ ກະຕຸ້ນທະນາຄານກາງໃນອາຊີຕ້ອງປັບແຜນຮັບມື.

อาจเป็นรูปภาพของ 1 คน, เงิน และ ข้อความ

ສຳນັກຂ່າວບລູມເບີກລາຍງານວ່າ: ຫລາຍປະເທດຕະຫຼາດເກີດໃໝ່ໃນອາຊີ ອາດຕ້ອງປັບແຜນຮັບມືການແຂງຄ່າຂອງສະກຸນເງິນໂດລາສະຫະລັດທີ່ກຳລັງສົ່ງໃຫ້ຜົນໃຫ້ສະກຸນເງິນທ້ອງຖິ່ນຫຼາຍປະເທດອ່ອນຄ່າລົງຢ່າງໜັກໃນຮອບຫຼາຍສິບປີ. ການປັບແຜນມີຕັ້ງແຕ່ການເລື່ອນແຜນຫຼຸດດອກເບ້ຍ ໄປຈົນເຖິງອາດຈະກັບມາຂຶ້ນດອກເບ້ຍອີກຄັ້ງແບບເໜືອຄວາມຄາດໝາຍ.

ຄ່າເງິນໂດລາທີ່ຈັດເຮັດໂດຍບລູມເບີກ (Bloomberg dollar index) ປັບຕົວແຂງຄ່າຂຶ້ນໄປແລ້ວ4%ໃນປີນີ້ ຊຶ່ງເປັນສະຖານະການທີ່ພິກຜັນຈາກໄລຍະຕົ້ນປີທີ່ນັກວິເຄາະສ່ວນໃຫຍ່ຄາດວ່າປີ2024ນີ້ ຄ່າເງິນໂດລາສະຫະລັດຈະອ່ອນຄ່າລົງເນື່ອງຈາກການປັບຫລຸດອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ ຫລື ເຟດທີ່ຄາດວ່າຈະມາໃນກາງປີນີ້.

ຢ່າງໃດກໍຕາມ, ການທີ່ສະຫະລັດບໍ່ສາມາດແກ້ບັນຫາເງິນເຟີ້ໄດ້ຕາມທີ່ຄາດໝາຍ ສົ່ງຜົນໃຫ້ປະທານເຟດສົ່ງສັນຍານອາດຕ້ອງຮັກສາອັດຕາດອກເບ້ຍໃນລະດັບສູງໄປດົນກວ່າທີ່ຄິດ. ຂະນະທີ່ສະຖານະການໃນຕາເວັນອອກກາງທີ່ເຄັ່ງຕຶງຂຶ້ນ ເຮັດໃຫ້ເງິນໄຫຼເຂົ້າສິນຊັບປອດໄພເຊັ່ນ ໂດລາສະຫະລັດ ເຮັດໃຫ້ເງິນຫຼາຍປະເທດໃນອາຊີອ່ອນຄ່າໜັກສຸດໃນຮອບຫຼາຍປີ.