ຫວຽດນາມ ເປັນທີ່ສົນໃຈຂອງບັນດານັກລົງທຶນຕ່າງປະເທດ

36

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດກອງປະຊຸມປະຈຳປີລະດູບານໃໝ່ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ທີ່ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ທ່ານ Paulo Medas ຫົວໜ້າຄະນະໃຫ້ຄຳປຶກສາ ແລະ ຕິດຕາມກວດກາເສດຖະກິດມະຫາພາກ ຫວຽດນາມ ຂອງ IMFເນັ້ນໜັກວ່າ: ຫວຽດນາມ ແມ່ນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ (FDI).

ນີ້ແມ່ນໝາກຜົນຂອງເລື່ອງ ຫວຽດນາມ ມີສະພາບແວດລ້ອມແຫ່ງການລົງທຶນຢ່າງມີສະຖຽນລະພາບ, ພື້ນຖານເສດຖະກິດເຕີບໂຕສູງ, ຕະຫຼາດພາຍໃນໃຫຍ່ ແລະ ມີແຫຼ່ງຊັບພະຍາກອນມະນຸດໜຸ່ມ. ເພື່ອຮັກສາໄດ້ກຳລັງດຶງດູດນີ້ ຫວຽດນາມ ຄວນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຫລຸດຜ່ອນລະບຽບການບໍລິຫານ, ພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນພະລັງງານສະອາດ ແລະ ຍູ້ແຮງນະວັດຕະກຳ.