ທະນາຄານໂລກ ຄາດຄະເນເສດຖະກິດຫວຽດນາມ ປີນີ້ ຈະບັນລຸການຂະຫຍາຍຕົວໃນລະດັບ 5,5%

17

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມລາຍງານວ່າ:  ເສດຖະກິດ ຫວຽດນາມ ພວມຄ່ອຍໆ ມີບັນດາ ສັນຍານຟື້ນຟູ ເຊິ່ງຄາດຄະເນ ການເຕີບໂຕ ຈະບັນລຸ 5,5% ໃນປີ 2024 ແລະ ຄ່ອຍໆເພີ່ມຂຶ້ນ ເປັນ 6% ໃນປີ 2025.

ໃນບົດລາຍງານ ອັບເດດ ສະພາບ ເສດຖະກິດ ຫວຽດນາມ ພາຍໃຕ້ຫົວຂໍ້ “ຍູ້ແຮງການເລີ່ມຕົ້ນ ທຸລະກິດ ນະວັດຕະກຳ” ໂດຍທະນາຄານໂລກ (WB) ປະຈຳ ຫວຽດນາມ ປະກາດ ໃນວັນທີ 23 ເມສານີ້ ຢູ່ຮ່າໂນ້ຍ ໄດ້ຍົກໃຫ້ເຫັນການສົ່ງອອກຂອງ ຫວຽດນາມ ພວມຟື້ນຟູ, ການບໍລິໂພກ ແລະ ລົງທຶນພາກເອກະຊົນ ຢູ່ພາຍໃນປະເທດ ກໍພວມຢູ່ໃນທ່າເພີ່ມຂຶ້ນ.

อาจเป็นรูปภาพของ ถนน และ ข้อความ

ການສົ່ງອອກຄາດວ່າ ບັນລຸ ລະດັບ ເຕີບໂຕ 3,5% ໃນປີ 2024, ສ່ອງແສງ ໃຫ້ເຫັນ ຄວາມຕ້ອງການ ທົ່ວໂລກ ຄ່ອຍໆໄດ້ຮັບການປົວແປງ. ໃນນັ້ນ, ການສົ່ງອອກ ບັນດາປະເພດ ສິນຄ້າ ອຸດສາຫະກຳປຸງແຕ່ງ ແລະ ຈະສືບຕໍ່ຟື້ນຟູ ໃນສອງປີຈະມາເຖິງ ໂດຍອີງໃສ່ ການຄາດຄະເນ ການເຕີບໂຕຄ່ອຍໆ ແລະ ຄວາມຕ້ອງການ ສົ່ງອອກຂອງບັນດາປະເທດ ຄູ່ຮ່ວມມືການຄ້າລາຍໃຫຍ່ຄື: ສ.ອາເມລິກາ, ເອີຣົບ ແລະ ສປ ຈີນ.

ທ່ານ ແອນເດຣຍ (Andrea Coppola) ນັກຊ່ຽວຊານ ເສດຖະກິດຂອງ WB ປະຈຳ ຫວຽດນາມ ເນັ້ນໜັກວ່າ:“ເຖິງວ່າທົ່ວໂລກ ມີບັນດາຄວາມບໍ່ເປັນປົກກະຕິ, ກໍຕາມແຕ່ການເຕີບໂຕຂອງ ສສ ຫວຽດນາມ ປີ 2024 ຈະເພີ່ມລະດັບຄວາມໄວ ເພື່ອບັນລຸໄດ້ການພັດທະນາໄວ ຄືໄລຍະກ່ອນເກີດ ໂຄວິດ-19, ສສ ຫວຽດນາມ ຄວນມີບັນດານະໂຍບາຍ ການເງິນ ແລະ ເງິນຕາ, ກໍຄືບັນດາ ການປະຕິຮູບ ໂຄງປະກອບ ແລະ ປະຕິຮູບ ນິຕິກຳ. ພາກເອກະຊົນ ຕ້ອງສວມບົດບາດ ສຳຄັນ ໃນພື້ນຖານ ເສດຖະກິດ ຫວຽດນາມ”.