ນາງສັງຂານໝາຍເລກໃດທີ່ຢູ່ໃນໃຈທຸກຄົນ ຟ້າວໄປໂຫວດເລີຍ

457

ຂ່າວບັນເທີງພາມາສ່ອງເວທີປະກວດນາງສັງຂານຫຼວງພະບາງ ປີນີ້ນາງສັງຂານ ມະໂຫທອນເທວີ ຊົງຂີ່ມະຍຸລະປັກ (ນົກຍຸງ) ເປັນພາຫະນະ ເຊິ່ງຕອນນີ້ເປີດໂອກາດໃຫ້ທຸກຄົນເຂົ້າໄປໂຫວດ ສາວງາມໝາຍເລກທີ່ທ່ານມັກ ແລະ ຢາກໃຫ້ເປັນນາງສັງຂານຫຼວງພະບາງ ປະຈໍາປີ ພສ 2567ນີ້ ຕອນນີ້ເຫຼືອເວລາພຽງແຕ່ມື້ນີ້ເທົ່ານັ້ນໃນການໂຫວດຟ້າວໄປໂຫວດເລີຍ.

อาจเป็นรูปภาพของ ข้อความ

ບຸນປີໃໝ່ລາວ ພສ 2567 ປີທ່ອງທ່ຽວ 2024 ຄະນະກຳມະການຈັດງານບຸນ ໄດ້ຕົກລົງຈັດຕັ້ງປະຕິບັດຕາມແຈ້ງການຂອງສູນກາງອົງການພຸດທະສາສະໜາ ໄດ້ກຳນົດເອົາ ວັນທີ 13 ສັງຂານລ່ວງ,14 ສັງຂານເນົາ,15 ສັງຂານເນົາ, 16 ສັງຂານຂຶ້ນ.

ມື້ສັງຂານລ່ວງ ກົງກັບວັນເສົາ ໃຜຈະໄດ້ເປັນຕົວແທນລູກສາວພະຍາກະບິນລະພົມເພື່ອນຳເອົາຫົວ ຂອງພໍ່ໄປຫົດສົງໃນປີນີ້.

ເປີດໂຫວດຕັ້ງແຕ່ມື້ນີ້ ໄປຈົນຮອດວັນທີ 11 ເມສາ 2024 ເວລາ 19:30 ໂມງແລງ ແລະ ຈະປະກາດຜົນຜູ້ທີ່ໄດ້ລາງວັນ “ຂວັນໃຈມະຫາຊົນ” ໃນຮອບຕັດສິນຂອງການປະກວດ ນາງສັງຂານຫຼວງພະບາງ ປີ 2024 ທີ່ເດີ່ນທາດຫຼວງ ແຂວງຫຼວງພະບາງນັ້ນເອງ ຮ່ວມໂຫວດ 30 ນາງສາວທີ່ເຂົ້າຮ່ວມການປະກວດ ນາງສັງຂານຫຼວງພະບາງ ທີ່ມັກ ແລະ ຢູ່ໃນໃຈທຸກຄົນ ເພື່ອໃຫ້ໄດ້ລາງວັນ ຂວັນໃຈມະຫາຊົນ ແລະ ຂຶ້ນຮັບລາງວັນໃນວັນທີ 11 ເມສາ 2024ນີ້!

อาจเป็นรูปภาพของ 2 คน

ວິທີການໂຫວດ: ເຂົ້າໄປທີ່ເວັບໄຊ https://nangsangkhan.wevote.la ຈາກນັ້ນເຂົ້າສູ່ລະບົບໂດຍໃຊ້ເບີໂທຂອງທ່ານ ແລະ ຕື່ມລະຫັດ OTP ທີ່ລະບົບສົ່ງໃຫ້ທາງຂໍ້ຄວາມ. ຢູ່ໜ້າທຳອິດຈະມີລາຍຊື່ ແລະ ຮູບພາບຂອງຜູ້ເຂົ້າປະກວດທັງ 30 ໝາຍເລກ, ເລື່ອນຫາໝາຍເລກທີ່ມັກຈາກນັ້ນກົດປຸ່ມໂຫວດກ້ອງໝາຍເລກນັ້ນ ໂດຍສາມາດໂຫວດໄດ້ບໍ່ຈຳກັດຈຳນວນຄັ້ງ ເຊິ່ງແຕ່ລະຄັ້ງຈະມີຈຳນວນຄະແນນ ແລະ ລາຄາລະບຸໄວ້ ໝາຍເຫດ: ສາມາດໂຫວດຟຣີໄດ້ 1 ຄັ້ງຕໍ່ 1 ບັນຊີຜູ້ໃຊ້.

อาจเป็นรูปภาพของ 3 คน และ ข้อความพูดว่า "ูสระบายดีป รทวงพะบาง ො ลำอว มะถอมทองพะบาง ทาอ Diamond Studio Luang Brabang"

ທຸກຄົນສາມາດສອບຖາມຂໍ້ມູນເພີ່ມເຕີມ ແລະ ຕິດຕາມການເຄື່ອນໄຫວຂອງກອງປະກວດໄດ້ທີ່ ບຸນປະເພນີທີ່ນະຄອນຫຼວງພະບາງໄດ້ເດີ້ ບອກເລີຍງານນີ້ຍິ່ງໃຫຍ່ ອາລັງການ ປີທ່ອງທ່ຽວລາວ 2024 ຄວາມງົດງາມຂອງ ມະຍຸລະປັກສີ ເໝືອນດັ່ງນະວະນິຍາຍສະຫວັນປັ້ນແຕ່ງເສກສັນລົງມາຈາກປ່າຫິມະພານ ຢ່າລືມເຂົ້າໄປໂຫວດເປັນກຳລັງໃຈໃຫ້ສາວງາມກັນຫຼາຍໆເດີ.