ຟັງມ່ວນຊວນເຕັ້ນ! ເພງຕ້ອນຮັບປີໃໝ່ກັບເພງໃໝ່ຈາກສອງສາວສຽງດີ

66

ເທສະການບຸນປີໃໝ່ລາວ ພສ 2567 ງານນີ້ຂ່າວບັນເທີງກໍບໍ່ພາດ ພາທຸກຄົນມາຕິດຕາມການອັບເດດຜົນງານເພງໃໝ່ ເພງມ່ວນຊວນໂຢກຈາກສອງສາວສຽງດີ ທີ່ມີເພງດັງຫຼາກຫຼາຍເພງ ແລະ ເມື່ອເອີ່ຍຊື່ ເຊື່ອວ່າບໍ່ມີໃຜບໍ່ຮູ້ຈັກສອງສາວນີ້ຢ່າງແນ່ນອນ ເພາະເປັນນັກຮ້ອງອັນດັບຕົ້ນໆຂອງລາວເລີຍ ເຊິ່ງຕອນນີ້ສອງສາວໄດ້ຈັບມືປະຊັນສຽງກັນກັບເພງ “ ຢາກມີ ຄວາມຮັກ ” ເພງໃໝ່ຂອງສອງສາວສຸດງາມສຸດໜ້າຮັກ ຖິ່ນລໍາພອນ ແລະ ນັດດາວ ຈະມ່ວນຈະມັນຊໍ່າໃດຕ້ອງໄປຟັງກັນແລ້ວ!

อาจเป็นรูปภาพของ 3 คน, เสื้อโค้ทขนสัตว์ และ เสื้อโค้ทขนห่าน

ບອກເລີຍເມື່ອສອງສາວສິລະປິນຂວັນໃຈຊາວລາວມາຮ່ວມງານກັນ ຄວາມມ່ວນກໍເກີດຂຶ້ນແນ່ນອນ.

THINLAM PHONE x NUTDAO ປ່ອຍເພງມາໃຫ້ຟັງກັນໃນວັນທີ 9ເມສາຜ່ານມານີ້ ແລະ ຕອນນີ້ຍອດທະລຸ 2 ໝື່ນກວ່າວິວແລ້ວ ຟ້າວໄປປັ່ນວິວກັນເດີທຸກຄົນ ເປັນກຳລັງໃຈໃຫ້ກັບສິລະປິນລາວເຮົາໃນການສ້າງສັນຜົນງານເພງ ອອກມາສ້າງສີສັນຄວາມເບີກບານມ່ວນຊື່ນໃຫ້ກັບວົງການເພງບ້ານເຮົານັ້ນເອງ ແລະ ຂ່າວບັນເທີງບອກເລີຍການປ່ອນເພງໃໝ່ເທື່ອນີ້ກໍຈັດເຕັມຄວາມມັນໃຫ້ເຮົາໄດ້ມ່ວນກັບບຸນປີໃໝ່ລາວ

อาจเป็นรูปภาพของ 2 คน

ດ້ວຍເພງສະໄຕລ໌ບ້ານນາຂອງຖິ່ນລໍາພອນ ປະສົມກັບຄວາມສາມາດທີ່ຫຼາກຫຼາຍຂອງນັດດາວ! ‘ຢາກມີຄວາມຮັກ’ ເພງນີ້ຕ້ອງມອບໃຫ້ໜຸ່ມສາວຄົນໂສດທີ່ຢູ່ໃນໂຫມດຫາຄູ່ຫຼິ້ນປີໃໝ່ນັ້ນເອງ! ເປີດເພງນີ້ໂປຣໂໝດຫາຄູ່ເດີ ຈະໄດ້ບໍ່ເຫງົາໃນມື້ສົງການ  ທີ່ຈະມາເຖິງນີ້.

อาจเป็นรูปภาพของ 2 คน

ສາມາດເຂົ້າໄປຕິດຕາມຟັງເພງຂອງສອງສາວກັນໄດ້ເດີທີ່ ຢູທູບໄດ້ເລີຍພຽງແຕ່ພິມຊື່ເພງ “ຢາກມີ ຄວາມຮັກ” https://youtu.be/hTN8c_fDzIA  ກໍໄດ້ຟັງເພງມ່ວນໆກັນແລ້ວ.