ຂົ້ວໝາກເຂືອມ່ວງ ໃສ່ໝູບົດ

1933

ໝາກເຂືອມ່ວງ ຫຼາຍຄົນນິຍົມເອົາມາຈີ່ຕຳແຈ່ວ, ປີ້ງ ແລະ ຂົ້ວ. ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດຂົ້ວໝາກເຂືອມ່ວງ ໃສ່ຊີ້ນບົດ ເຊິ່ງກິນກັບເຂົ້າຈ້າວຮ້ອນໆເຂົ້າກັນເຂົ້າກັນ.

ไม่มีคำอธิบายรูปภาพ

▶ວັດຖຸດິບ: ໝາກເຂືອມ່ວງ, ຊີ້ນໝູບົດ ປະມານ 1 – 2 ຂີດ, ນໍ້າມັນຫອຍ ຫຼື ຊັອດຫອຍ, ຫອມປ້ອມ ແລະ ຫອມບົ່ວ, ຫົວຜັກທຽມ, ເກືອ, ແປ້ງນົວ, ຄະນໍ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ນໍ້າມັນພືດ, ພິກໄທດຳປົ່ນ, ນໍ້າຕານ.

▶ວິທີເຮັດ: ເອົາໝາກເຂືອມາລ້າງ 1 ໝາກແມ່ນໃຫ້ຕັດເປັນ 3 ທ່ອນ ແລ້ວ 1 ທ່ອນ ຜ່າອອກເປັນ 4 ປ່ຽງ ຫຼື ຫຼາຍກວ່າຫັ້ນໄດ້ ສ່ວນຈຳນວນແລ້ວແຕ່ຄວາມຕ້ອງການຫາກຈະເຮັດກິນປະມານ 2 ຄົນ ແມ່ນໃຊ້ໝາກເຂືອປະມານ 3 ໜ່ວຍກໍໄດ້, ຈາກນັ້ນມາທຸບຫົວຜັກທຽມເຄິ່ງຫົວ, ຊອຍໝາກເຜັດດິບ ຫຼື ແຫ້ງ ປະມານ 3 – 5 ໜ່ວຍ, ຊອຍຫົວຫອມບົ່ວ ແລະ ຫອມປ້ອມ ຫຼື ຈະໃສ່ແຕ່ຫອມບົ່ວກໍໄດ້.

อาจเป็นรูปภาพของ อาหาร

▶ຂັ້ນຕອນຂົ້ວ: ອາດຈະເອົາໝາກເຂືອໄປລວກໃຫ້ເກືອບສຸກ ເວລາຂົ້ວຈຶ່ງສຸກໄວ. ຄ້າງໝໍ້ຂາງຂຶ້ນເປີດໄຟແຮງຫາກາງ, ເທນໍ້າມັນພືດໃສ່ປະມານ 3 – 4 ບ່ວງແກງ ພ້ອມເອົາຫົວຜັກທຽມທີ່ທຸບແລ້ວ ກັບ ໝາກເຜັດ ລົງໄປຂົ້ວໃຫ້ກະທຽມຫອມ ແລ້ວເອົາໝູບົດລົງໄປຂົ້ວໃຫ້ເກືອບສຸກ, ຈາກນັ້ນກໍເອົາໝາກເຂືອລົງໄປ ( ຖ້າບໍ່ໄດ້ລວກໝາກເຂືອ ໃຫ້ເທໝາກເຂືອລົງໄປ ແຕ່ຈະໃຊ້ເວລາດົນ ແລະ ໄດ້ຕື່ມນໍ້າຕະຫຼອດ ), ປິດຝາໝໍ້ກະວ່າໝາກເຂືອສຸກແລ້ວ ໃຫ້ປຸງລົດຊາດດ້ວຍເກືອ, ແປ້ງນົວ, ຊັອດຫອຍ, ຄະນໍ, ນໍ້າຕານ ( ຖ້າບໍ່ມັກບໍ່ໃສ່ກໍໄດ້ ) ຖ້າລົດຊາດໄດ້ຕາມທີ່ມັກແລ້ວ ໃຫ້ເອົາພິກໄທດຳໂຮຍໃສ່ເລັກໜ້ອຍ ພ້ອມເອົາຫອມທີ່ກຽມໄວ້ຊອຍລົງ ຄົນໃຫ້ເຂົ້າກັນ ພ້ອມປິດໄຟທັນທີ ເທົ່ານີ້ກໍຖືວ່າເປັນອັນສຳເລັດ.