ໂຄປາ ອະເມຣິກາ ຍ້າຍໄປແຂ່ງຂັນທີ່ປະເທດບຣາຊິນ ຫຼັງ ອາກຊັງຕິນ ຖືກຖອນສິດເຈົ້າພາບ

546

ສະຫະພັນບານເຕະອາເມຣິກາໃຕ້ ( ຄອມເມໂບລ ) ອອກຖະແຫຼງຂ່າວຢືນຢັນວ່າການແຂ່ງຂັນບານເຕະ ໂຄປາ ອະເມຣິກາ 2021 ຈະຍ້າຍໄປແຂ່ງຂັນທີ່ປະເທດບຣາຊິນ ຫຼັງກ່ອນໜ້ານີ້ ປະເທດອາກຊັງຕິນ ຮັບໜ້າທີ່ເປັນເຈົ້າພາບ ກ່ອນຖືກຕັດສິດ ເນື່ອງຈາກການແຜ່ລະບາດຂອງ ໂຄວິດ-19 ໃນອາກຊັງຕິນ ເພີ່ມສູງຂຶ້ນ.

ສະຫະພັນບານເຕະອາເມຣິກາໃຕ້ ຖະແຫຼງການຢ່າງເປັນທາງການວ່າ: ບຣາຊິນ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນໃນຄັ້ງນີ້ແທນ ອາກຊັງຕິນ ໂດຍຈະເລີ່ມແຂ່ງຂັນວັນທີ 13 ມິຖຸນາ ຈົນເຖິງ 10 ກໍລະກົດ 2021 ຕາມປົກກະຕິ, ສ່ວນນັດແຂ່ງຂັນ ແລະ ສະໜາມແຂ່ງຂັນຈະມີການຢືນຢັນອີກຄັ້ງໜຶ່ງ.

ສໍາລັບ ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາເມຣິກາໃຕ້ ຫຼື ໂຄປາ ອະເມຣິກາ ປົກກະຕິແມ່ນຈະແຂ່ງຂັນໃນປີ 2020 ແຕ່ເນື່ອງຈາກການລະບາດຂອງໂຄວິດ-19 ເຮັດໃຫ້ການແຂ່ງຂັນເລື່ອນມາຈັດໃນປີ 2021.