ທ່ານ ເກຍ ອູ໊ສິດທິເດດ ໃຫ້ອີກແລ້ວ ເກືອບ 3 ຕື້ກີບພັດທະນາເຂດບ້ານຊອກ ແລະບ້ານແກ້ງຫີນສູງ

69

ທ່ານ ເກຍ ອູ໊ສິດທິເດດ ພວກເຮົາຮັບຮູ້ຂ່າວເພິ່ນມາຕະຫຼອດ ເປັນເຈົ້າພໍ່ແຫ່ງຜູ້ໃຫ້ ເພິ່ນຍືນມືໃຫ້ການຊ່ວຍເຫຼືອບ້ານຫຼາຍບ້ານໃນຜ່ານມາ ໂດຍສະເພາະບ້ານທີ່ມີປະຊາຊົນຈຳນວນຫຼາຍອອກຂໍທານຫາກິນຈົນມີອາຊີບມີຢູ່ມີກິນໄດ້ ຊຶ່ງໃຊ້ງົບປະມານຈຳນວນຫຼາຍຕື້ກີບ, ຫຼ້າສຸດນີ້ເພິ່ນໄດ້ໃຫ້ງົບອີກ 2,7 ຕື້ກີບ ເພື່ອພັດທະນາພື້ນຖານໂຄງລ່າງຂອງສອງບ້ານໃນນະຄອນໄກສອນພົມວິຫານອີກ.

May be an image of 9 people, barong, dais and text
ທ່ານ ເກຍ ອູ໊ສິດທິເດດ ດ້ວຍກຳລັງແຮງ ແລະກຳລັງຊັບຂອງເພິ່ນທີ່ໄດ້ທຸ່ມເທ ເພື່ອຊ່ວຍເຫຼືອສັງຄົມ ລັດຖະບານຈຶ່ງມອບນາມມະຍົດວິລະຊົນແຮງງານ ນັກພັດທະນາດີເດັ່ນແຫ່ງຊາດໃຫ້ເພິ່ນ ທ່ານເກຍເອງເປັນເຈົ້າຂອງໂຮງງານນໍ້າ ດື່ມ ແລະນ້ຳກ້ອນໂລມາຄໍາ ຊຶ່ງ ເປັນຜູ້ທີ່ມີຜົນງານດີເດັ່ນໃນການ ມີສ່ວນຮ່ວມຊ່ວຍເຫຼືອປະຊາຊົນ ໃນການແກ້ໄຂຄວາມທຸກຍາກ ບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍ ເມືອງຈຳພອນ; ບ້ານ ຕະຍົງ ແລະບ້ານປະແນະ ຈຸດສຸມ ຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ແລະໃນ ເມື່ອບໍ່ດົນມານີ້, ທ່ານ ເກຍ ອູ໊ສິດທິເດດ ກໍ່ຍັງໄດ້ໃຫ້ການປະ ກອບ ສ່ວນໃນການກໍ່ສ້າງ, ສ້ອມ ແປງ, ຍົກລະດັບທາງດິນແດງ-ຕັດ ທາງໃໝ່ ແລະຈົກໜອງສະໃຫຍ່ ຢູ່ບ້ານຊອກນະຄອນໄກສອນພົມ ວິຫານ ຕື່ມອີກ, ລວມມູນຄ່າ 2,725 ຕື້ກີບ ທັງນີ້ກໍ່ເພື່ອເປັນ ການຍົກລະດັບພື້ນຖານໂຄງລ່າງ ແລະສ້າງເງື່ອນໄຂແກ່ການດຳ ລົງຊີວິດຂອງປະຊາຊົນ ຊາວບ້ານຊອກ ແລະບ້ານແກ້ງ ຫີນສູງນະຄອນໄກສອນ ພົມວິ ຫານ ໃຫ້ມີການພັດທະນາດີຂຶ້ນ ກວ່າເກົ່າ.

May be an image of 2 people, motorcycle, street and road
ພິທີມອບ-ຮັບຜົນສຳເລັດ ໂຄງການກໍ່ສ້າງສ້ອມແປງທາງ ດິນແດງ ບ້ານຊອກ ແລະບ້ານແກ້ງ ຫີນສູງ ນະຄອນໄກສອນ ພົມວິ ຫານ ແຂວງສະຫວັນນະເຂດໄດ້ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ເດີ່ນໂຮງຮຽນ ປະຖົມໂນນສຳລານ. ໂດຍມີທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນພົມວິຫານ, ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ທັງເປັນເຈົ້າຂອງບໍລິສັດອຸດົມຊັບກໍ່ສ້າງ ສ້ອມແປງຂົວທາງຈຳກັດຜູ້ດຽວ, ຝາຍສົງມີພະອາຈານ ບຸນມີ ທີ່ປືກສາ ອພສ ແຂວງ ເຈົ້າອາ ທິການວັດປ່າໂນນສຳລານ ພ້ອມ ດ້ວຍ ພະເຖຣາ-ນຸເຖຣະ ພ້ອມດ້ວຍອົງການປົກ ຄອງບ້ານ ແລະປະຊາຊົນ ເຂົ້າຮ່ວມ.

May be an image of motorcycle, grass and road
ທ່ານ ຄຳພູວົງ ສຸວັນນະລາດ ຮັກສາການຫົວໜ້າຫ້ອງ ການໂຍ ທາທິການ ແລະຂົນສົ່ງ (ຍທຂ)ນະຄອນ ໄດ້ລາຍງານໃຫ້ຮູ້ວ່າ: ການກໍ່ສ້າງສ້ອມແປງເສັ້ນທາງຢູ່ ບ້ານຊອກ (ຄຸ້ມບ້ານໂນນ ສຳລານ ເສັ້ນທາງດິນແດງຜ່າບ້ານເບື້ອງ ເໜືອຂອງບ້ານຊອກ (ເສັ້ນທາງ ສາມສ້າງ) ດັ່ງນັ້ນ, ທາງຫ້ອງ ການ ຍທຂ ນະຄອນ ໄດ້ສົມທົບຮ່ວມກັບບໍລິສັດອຸດົມຊັບກໍ່ສ້າງ ສ້ອມແປງຂົວ-ທາງຈຳກັດຜູ້ດຽວ ໄດ້ລົງສຳຫຼວດ, ເກັບກຳຂໍ້ມູນ ເພື່ອອອກແບບ ແລະຄິດໄລ່ລາ ຄາໃຫ້ບໍລິສັດ, ໃນການຈັດຕັ້ງປະ ຕິບັດການກໍ່ສ້າງທາງທັງ 3 ເສັ້ນ ຄື: ເສັ້ນທີ 1 ເລີ່ມແຕ່ທາງເລກ 9B ຫາທາງຊອຍບ້ານ ລວງຍາວ 1.430 ແມັດ, ກວ້າງ 6 ແມັດ ຊຶ່ງວຽກທີ່ເຮັດແມ່ນໄດ້ບຸກເບີກ ປັບເກດຮູບໜ້າທາງ, ຂຸດຮ່ອງລະ ບາຍນ້ຳ, ຂຸດດິນໂຄງສ້າງ, ຖົມຊັ້ນ ຍົກລະດັບ, ຊັ້ນໜ້າທາງ, ຕິດຕັ້ງທໍ່ ກົມ, ເທຝາປີດທໍ່ ແລະໄດ້ຈົກໜອງ ສະໃຫ້ປະຊາຊົນຢູ່ໃນເຂດໃກ້ຄຽງ ກັບຈຸດການກໍ່ສ້າງເສັ້ນທາງມີຈຳ ນວນ 7 ຄອບຄົວ, ລວມມູນຄ່າ ການກໍ່ສ້າງ 685 ລ້ານກວ່າກີບ.

May be an image of 8 people and text

ເສັ້ນທີ 2 ແມ່ນຕໍ່ຈາກເສັ້ນທາງ ທີ 1 ຫາທາງທຳມະຊາດອອກໄປບ້ານ ສົມປ່ອຍ ມີຄວາມຍາວ 1.800 ແມັດ, ກວ້າງ 6ແມັດ, ວຽກທີ່ເຮັດ ແມ່ນໄດ້ບຸກເບີກປັບເກດຮູບໜ້າ ທາງ, ຕັດຕົ້ນໄມ້ທີ່ມີເສັ້ນຜ່າສູນ ກາງ, ຂຸດຮ່ອງລະບາຍນ້ຳ, ຂຸດດິນ ໂຄງສ້າງ, ຖົມຊັ້ນຍົກລະດັບ, ຊັ້ນ ຮອງໜ້າທາງ, ຕິດຕັ້ງທໍ່ກົມຟີ, ເທຝາ ປິກທໍ່ ລວມມູນຄ່າທັງໝົດ 569 ລ້ານກວ່າກີບ ແລະເສັ້ນທີ 3 ເສັ້ນທາງຮ່ອມບ້ານຊອກ(ເສັ້ນ ທາງສາມສ້າງ) ຍາວ 2.000 ແມັດ, ກວ້າງ 6 ແມັດ ຊຶ່ງໄດ້ປັບ ເກດຮູບໜ້າທາງ, ຊັ້ນໜ້າທາງ, ລວມມູນຄ່າການກໍ່ສ້າງ 256 ລ້ານກວ່າກີບ, ມາຮອດປັດຈຸບັນ, ການ ກໍ່ສ້າງເສັ້ນທາງທັງສາມເສັ້ນ ດັ່ງກ່າວແມ່ນໄດ້ສຳເລັດແລ້ວໃນ ລວງ ຍາວ 5.835 ແມັດ ໃນມູນຄ່າ 1,511 ຕື້ກວ່າກີບ.

May be an image of 3 people

ສຳລັບການ ກໍ່ສ້າງເສັ້ນທາງດິນແດງບ້ານ ແກ້ງຫີນສູງ ເລີ່ມແຕ່ທາງເລກ 9B ເຂົ້າຫາບ້ານ(ລວມທັງທາງຊອຍ ໃນບ້ານ) ແມ່ນໄດ້ບຸກເບີກປັບ ເກດຮູບໜ້າທາງ, ວາງທໍ່ລອດ ທາງ, ຖົມດິນຍົກລະດັບ, ຖົມດິນ ໜ້າທາງ, ປັບເກດໂລອັດແໜ້ນ, ມີ ຄວາມຍາວ 5.200 ແມັດ, ກວ້າງ 6 ແມັດ, ມູນຄ່າການກໍ່ສ້າງ 1,214 ຕື້ກວ່າກີບ. ຊຶ່ງໂຄງການກໍ່ສ້າງ ສ້ອມແປງທາງດິນແດງທັງສອງ ບ້ານດັ່ງກ່າວລວມມີຄວາມຍາວ ທັງໝົດ 11.035 ແມັດ, ມູນຄ່າ ການກໍ່ສ້າງທັງໝົດ 2,725 ຕື້ ກວ່າກີບ. ໂດຍແມ່ນການຊ່ວຍ ເຫຼືອຈາກທ່ານ ເກຍ ອູ໊ສິດທິເດດ .

 

May be an image of grass and road
ໂອກາດນີ້, ໃນພິທີຍັງໄດ້ມີ ການມອບໃບຍ້ອງຍໍຂັ້ນແຂວງ ແລະນະຄອນໃຫ້ແກ່ຜູ້ທີ່ມີຜົນ ງານດີເດັ່ນໃນການປະກອບສ່ວນ ທາງດ້ານວັດຖຸ, ທຶນຮອນ ແລະ ເຫື່ອແຮງ ເຂົ້າໃນການກໍ່ສ້າງທາງ ໃນຄັ້ງນີ້. ພ້ອມດຽວກັນນີ້, ທ່ານ ເກຍ ອູ໊ສິດທິເດດ ຍັງໄດ້ມອບເງິນ ໃຫ້ຄະນະປົກຄອງທັງສອງບ້ານ, ບ້ານລະ 10 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽກງານບໍລິຫານບ້ານນຳອີກ. ຈາກນັ້ນ, ຄະນະປະທານ ພ້ອມດ້ວຍແຂກ ກໍ່ໄດ້ຮ່ວມກັນຕັດແຜ່ນຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນໃນພິທີຄັ້ງຂ່າວ:ສະຫວັນນະເຂດ