ໂຣມິນາ ເຊເບວລອດ ມິສເວີ ເອກົວດໍ 2017 ອຸທິດເວລາຕົນເພື່ອສັງຄົມ

968

ໂຣມິນາ ເຊເບວລອດ ( Romina Zeballos ) ມິສເວີ ເອກົວດໍ 2017 ໄດ້ເປັນອາສາສະໝັກຢູ່ສູນສັກຢາກັນພະຍາດໃນທ້ອງຖິ່ນຂອງຕົນທີ່ເມືອງ ກວາຢ່າກິວ ( Guayaquil ).

ສູນສັກຢາກັນພະຍາດທີ່ໂຮງໝໍ Solca ເປີດໃນຕົ້ນເດືອນທີ່ຜ່ານມາ ໂຣມິນາ ໄດ້ຢູ່ທີ່ສູນທຸກໆມື້ເພື່ອຊ່ວຍເຮັດໃຫ້ຂະບວນການນີ້ວ່ອງໄວເທົ່າທີ່ຈະໄວໄດ້.

ໂຣມິນາ ເວົ້າວ່າ: ” ມັນເຮັດໃຫ້ຂ້ອຍຮູ້ສຶກມີຄວາມເພິ່ງພໍໃຈທີ່ໄດ້ເປັນສ່ວນໜຶ່ງຂອງທີມງານເທສະບານ Guayaquilເຊິ່ງເຕັມໄປດ້ວຍຄວາມມີແຮງຜັກດັນ ໂດຍບໍ່ມີຂໍ້ສົງໄສການເຮັດໃຫ້ຜູ້ອາຍຸສູງຂອງພວກເຮົາຮູ້ສຶກປອດໄພ, ໄດ້ຮັບການປົກປ້ອງ ແລະ ເບິ່ງແຍງດູແລແມ່ນເປົ້າໝາຍຂອງພວກເຮົາ, ນີ້ແມ່ນສິ່ງທີ່ພວກເຮົາບໍລິການສັງຄົມ ”.

ໂຣມິນາ ອຸທິດເວລາທັງໝົດຂອງຕົນເຂົ້າໃນວຽກງານສັງຄົມ ແລະ ສ້າງຄວາມແຕກຕ່າງໂດຍການຊ່ວຍຄອບຄົວ ແມ່ຍິງ ແລະ ເດັກນ້ອຍໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ.

ບັນດາໂຄງການຫຼ້າສຸດທີ່ຜ່ານມາຂອງ ໂຣມິນາ ປະກອບດ້ວຍ “ ສວນຄອບຄົວ ” Family Garden ເຊິ່ງໄດ້ຮຽນຮູ້ກ່ຽວກັບວິທີການປູກໃນສວນຂອງຕົນເອງ. ສ່ວນໜຶ່ງຂອງໂຄງການຂອງ ໂຣມິນາ ໄດ້ເຮັດວິດີໂອເພື່ອສະແດງໃຫ້ຄອບຄົວຮູ້ວິທີການຫວ່ານແກ່ນຜັກຢູ່ເຮືອນ, ການເຮັດສວນໃນເຮືອນແມ່ນມີຄຸນປະໂຫຍດຫຼາຍຢ່າງຕໍ່ການເຊື່ອມຕໍ່ກັບທຳມະຊາດ, ການກິນອາຫານທີ່ດີຕໍ່ສຸຂະພາບ ແຕ່ສິ່ງທີ່ສຳຄັນທີ່ສຸດມັນໄດ້ສົ່ງເສີມໃຫ້ຄອບຄົວດຳເນີນກິດຈະກຳຮ່ວມກັນ.

ຂໍສະແດງຄວາມຍິນດີກັບ ໂຣມິນາ ໃນທຸກໆຄວາມພະຍາຍາມທີ່ທ່ານອຸທິດຕົນເພື່ອຊ່ວຍເຫຼືອຄົນອື່ນ.