ສຕລ ເປີດຮັບສະໝັກນັກເຕະເຂົ້າ ສູນພັດທະນາ ຈໍາປີ-ຈໍາປາ

151

ກ່ອນໜ້ານີ້ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ກ່າວລາຍງານໃນກອງປະຊຸມໃຫຍ່ຂອງ ສຕລ ປະຈໍາປີ 2020 ວ່າ: ສະຫະພັນບານເຕະແຫ່ງຊາດລາວ ຈະສ້າງສູນພັດທະນາກີລາບານເຕະ, ຈໍາປີ – ຈໍາປາ ກໍນອນຢູ່ໃນແຜນອັນຕົ້ນຕໍໃນປີ 2021 ເພື່ອເປັນອີກຊ່ອງທາງໃນການສ້າງນັກກີລາຮຸ່ນສືບທອດ.

ຈົນຫຼ້າສຸດເມື່ອວັນທີ 25 ມັງກອນ 2021 ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດຮັບສະໝັກ ນັກກີລາ ຮຸ່ນອາຍຸ 8 ປິ, ຮຸ່ນອາຍຸ 10 ປີ, ຮຸ່ນອາຍຸ 12 ປີ, ຮຸ່ນອາຍຸ 14 ປີ ແລະ ຮຸ່ນອາຍຸ 16 ປີ ທີ່ມັກໃນກິລາບານເຕະ ສົນໃຈຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ, ລາຍລະອຽດມີດັ່ງລຸ່ມນີ້:
– ຮຸ່ນອາຍຸ 8 ປີ ເກີດໃນປີ 2014 / 2013
– ຮຸ່ນອາຍຸ 10 ປີ ເກິດໃນປີ 2012 / 2011
– ຮຸ່ນອາຍຸ 12 ປີ ເກີດໃນປີ 2010 / 2009

  • ຮຸ່ນອາຍຸ 14 ປີ ເກີດໃນປີ 2008 / 2007
  • ຮຸ່ນອາຍຸ 16 ປີ ເກີດໃນປີ 2006 / 2005

ສໍາລັບ ຄ່າສະໝັກລົງທະບຽນເບື້ອງຕົ້ນ 300.000 ກີບ ( ສາມແສນກີບ ) ຈຳນວນ 10 ອາທິດ, ຄ່າຊຸດຝຶກຊ້ອມ 200.000 ກີບ ໄດ້ 2 ຊຸດ, ໂດຍຈະຝຶກຊ້ອມທຸກໆວັນເສົາ ແລະ ວັນອາທິດ ຢູ່ທີ່ສະຫນາມຝຶກຊ້ອມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສອບຖາມຂໍ້ມູນເພີ່ມຕື່ມ: 020 54443133, 020 52512321 ແລະ 020 59611465.