Monthly Archives: October, 2020

ຮອງລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ລົງຕິດຕາມການດຳເນີນງານໂຄງການເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງ

ເມື່ອບໍ່ດົນມານີ້,ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ເຄື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງໂດຍມີ ທ່ານ ສຸກັນ ບຸນຍົງຮອງເຈົ້າແຂວງ ຫຼວງພະບາງ,ມີເຈົ້າເມືອງ ຈອມເພັດ ແລະ ເມືອງ ປາກອູພ້ອມດ້ວຍຄະນະ ຮ່ວມເດີນທາງ. ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບຄວາມຄືບໜ້າວຽກກະກຽມກໍ່ສ້າງລ່ວງໜ້າໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງວ່າ: ການກໍ່ສ້າງສາຍສົ່ງສະຖານນີໄຟຟ້າແສນສຸກ,ສະຖານີ,ລະບົບສາຍຈຳໜ່າຍແລະລະບົບສື່ສານສຳລັດ36,60%,ກໍ່ສ້າງເສັ້ນທາງຈຸດບ້ານຫາດຢາເສັ້ນທາງເລກທີ່13ເໜືອຫາບ່ອນສ້າງເຂື່ອນມີຄວາມຍາວ14ກິໂລແມັດແລະເສັ້ນທາງຊອຍຕ່າງໆເຂດໂຄງການສຳເລັດ59,45%,ກໍ່ສ້າງຂົວເບຕົງເສີມເຫຼັກຂ້າມນ້ຳຂອງລະຫວ່າງເມືອງປາກອູຫາເມືອງຈອມເພັດມີຄວາມຍາວ500ແມັດສຳເລັດ7,86%,ກໍ່ສ້າງທ່າເຮືອບັກທັງສອງຟາກເມືອງປາກອູຫາເມືອງຈອມເພັດສຳເລັດ100%. ສຳຫຼວດແລະກໍ່ສ້າງສະຖານທີ່ບ່ອນຕັ້ງແຄ້ມຊົ່ວຄາວ,ລານເກັບມ້ຽນ,ໂຮງຄົບຫີນ,ສາງແລະປ້ຳນ້ຳມັນ,ຮ້ານອາຫານແລະອື່ນໆສຳເລັດ85,24%,ນຳໃຊ້ຫີນຊາຍແລະພັດທະນາບໍ່ຫີນຮັບໃຊ້ໂຄງການທັງໝົດສຳເລັດ64,24%,ນຳໃຊ້ກົນຈັກຮັບໃຊ້ໂຄງການເຂືື່ອນນໍ້າຂອງໄຊຍະບູລີມາຮັບໃຊ້ໂຄງການເຂື່ອນນ້ຳຂອງແຂວງຫຼວງພະບາງສຳເລັດ66,03%. ໂອກາດນີ້, ທ່ານ ສີນາວາ ສຸພານຸວົງໄດ້ເນັ້ນໜັກໃຫ້ຜູ້ຮັບຜິດຊອບໂຄງການໃສ່ໃຈຄຸນນະພາບຂອງວຽກງານເພື່ອຮັບປະກັນທາງດ້ານຄຸນະພາບລວມໄປເຖິງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບແລະການຟືື້ນຟູສະພາບແວດລ້ອມ. ຂ່າວຍັງໃຫ້ຮູ້ອີກຕື່ມວ່າໃນຕອນເຊົ້າຂອງວັນດຽວກັນຄະນະທີມງານ ທ່ານ ສີນາວາ...

ສູດຕົ້ມຍຳທະເລນ້ຳໃສ

ຕົ້ມຍຳທະເລນ້ຳໃສ ລາຍການອາຫານຍອດນິຍົມທີ່ເຊົາກິນບໍ່ໄດ້ ດ້ວຍລົດຊາດທີ່ເຕັມໄປດ້ວຍສະໝຸນໄພຫຼາກຫຼາຍຊະນິດ ຈຳພວກ ກຸ້ງ, ຫ້ອຍ, ປາ ເໝາະແກ່ການເຮັດຕົ້ມຍຳທີ່ສຸດ ຈະກິນກັບເຂົ້າກໍດີ ຫຼື ຈະກິນເປັນກັບແກ້ມກໍໄດ້. ສ່ວນປະສົມ: ຮາກຫອມປ້ອມ 3 - 4 ອັນ, ຫົວສີໃຄ 2 - 3 ຕົ້ນ, ຂ່າ 4 -...

ກິນເຈແນວໃດບໍ່ໃຫ້ໝາກໄຂ່ຫຼັງຖືກທຳລາຍ

1 ເລືອກເຮັດອາຫານເອງ ການເລືອກເຮັດອາຫານເອງ ເຮັດໃຫ້ເຮົາໄດ້ເລືອກວັດຖຸດິບໄດ້ເອງ ແລະ ເລືອກໃຊ້ເຄື່ອງປຸງໄດ້ເອງຕາມໃຈມັກ ເຊິ່ງເຮັດໃຫ້ການກະຕວງປະລິມານໃນການໃຊ້ເຄື່ອງປຸງໃຫ້ເໝາະສົມກັບລົດຊາດຂອງເຮົາໄດ້ ຈຶ່ງຄວນຖືໂອກາດນີ້ຫຼຸດການປຸງລົດຊາດຈາກຊ໋ອດ ແລະ ເຄື່ອງປຸງຕ່າງໆລອງໃຊ້ເຄື່ອງເທດໃນການເພີ່ມລົດຊາດ ເນັ້ນອາຫານທີ່ມີລົດຊາດບໍ່ເຜັດ ບໍ່ເຄັມຫຼາຍ ເຊັ່ນ: ແກງຈືດ, ຂົ້ວຜັກ ລວມໄປເຖິງການຫຼຸດການບໍລິໂພກນ້ຳເຝີ, ຕົ້ມ, ແກງຕ່າງໆ ຈະເຮັດໃຫ້ເຮົາໄດ້ຫຼຸດການບໍລິໂພກໂຊດ້ຽມລົງໄດ້ເອງ. 2 ເລືອກກິນໝາກໄມ້ ຖ້າຢາກຮັບປະທານອາຫານຫວານໆໃນໄລຍະກິນເຈ ຫັນມາຮັບປະທານໝາກໄມ້ຫຼາຍຂຶ້ນ ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບວິຕາມິນ, ກາກໃຍອາຫານ ແລະ ຄຸນຄ່າທາງສານອາຫານທີ່ດີຕໍ່ຮ່າງກາຍແທນການຮັບປະທານເຂົ້າໜົມທີ່ອາດເຮັດມາຈາກແປ້ງ...

ເລີ່ມຈຳໜ່າຍ V20 Pro ບາງ-ເບົາ​-ກ້ອງລະອຽດສູງຕອບໂຈດຄົນມັກຖ່າຍຮູບ

ວັນທີ​ 25 ຕຸລາ 2020​ ນີ້ທີ່​ LAP DE Lines ຖະໜົນດອນນົກຂຸ້ມ ນະຄອນຫລວງວຽງຈັນ ບໍລິສັດວີໂວ່ ລາວ​ (vivo Sole, (lao) Co., Ltd)​ ໄດ້ນຳສະເໜີຜະລິດຕະພັນໃໝ່ຫລ້າສຸດຂອງຕົນ​ ໂດຍການເຂົ້າຮ່ວມຂອງຜູ້ບໍລິຫານວີໂວ່ປະຈຳລາວ,​ແຂກຮັບເຊີນ​ ແລະ​ ​ສື່ມວນຊົນ. ພາຍໃຕ້ຈຸດປະສົງນໍາສະເໜີສິນຄ້າ vivo V20​ Pro...

ນາຍົກ ເນັ້ນໃຫ້ແຂວງສາລະວັນເອົາໃຈໃສ່ສົ່ງເສີມການຜະລິດ, ຄົ້ນຄວ້າສ້າງທ່າບົກ

ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ແຂວງສາລະວັນ, ໂດຍມີທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການໂອ້ລົມ ໃນຕອນເຊົ້າວັນທີ 24 ຕຸລາ 2020, ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງໆສາລະວັນ...

ທ່ານ ອາລຸນໄຊ ສູນນະລາດ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບອຸທົກກະໄພ ທີ່ແຂວງສະຫວັນນະເຂດ

ຫ້ອງການ ຖ.ວ.ທ ເມືອງເຊໂປນ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ໃນວັນທີ 24 ຕຸລາ 2020 ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມທີມງານ ທ່ານ ສຸລິຍາ ມາຜາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງສະຫວັນນະເຂດ, ໄດ້ນຳເຄື່ອງອຸປະໂພກ ບໍລິໂພກຈຳນວນນື່ງ ລົງມາມອບໃຫ້ຄະນະນຳເມືອງເຊໂປນ,...

ນະຄອນຫລວງວຽງຈັນ ຊີ້ແຈງກ່ຽວກັບການຂາຍເຂົ້າ ຫລາມປີ້ງໄກ່ໃນໂອກາດບຸນທາດຫລວງ ຍັງຂາຍໄດ້ປົກກະຕິ ຕາມຈຸດທີ່ກຳນົດໄວ້

Lao National Radio, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນຊີ້ແຈງວ່າ:ການຂາຍເຂົ້າຫລາມປີ້ງໄກ່ ລວມເຖິງການຂາຍເຂົ້າປຸ້ນ ແລະຕົ້ມໄກ່ໃນມື້ໃສ່ບາດໃນງານບຸນນະມັດສະການພະທາດຫລວງວຽງຈັນປະຈຳປີນີ້ ຍັງມີປົກກະຕິຄືທຸກປີຜ່ານມາ ແຕ່ຕ້ອງຂາຍພາຍໃນຂອບເຂດ ແລະຈຸດທີ່ຄະນະກຳມະການຮັບຜິດຊອບກຳນົດໃຫ້ຊື່ງຈະຢູ່ໃນບໍລິເວນເຂດກົມມະລຽນ, ເຂດວັດທາດຫລວງໃຕ້ ແລະ ບ້ານຊົງລາວເບື້ອງລຸ່ມພະທາດຫລວງເທົ່ານັ້ນ, ສ່ວນຢູ່ບໍລິເວນຮອບນອກຮົ້ວສະໜາມຫລວງ ລວມທັງທາງຄົນຍ່າງເຂດບໍລິເວນອ້ອມຮອບຈະບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງຄືທຸກປີຜ່ານມາ. ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ...

ອຸຕຸເຕືອນ! ພາຍຸໝຸນເຂດຮ້ອນໂຊເດວ ຂຶ້ນຝັ່ງຫວຽດນາມເຊົ້າມື້ນີ້ ແລະ ຈະສືບຕໍ່ຜ່ານເຂົ້າແຂວງພາກໃຕ້ ຫາ ພາກກາງຂອງສປປລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພາຍຸໝູນເຂດຮ້ອນປະຈຳວັນທີ 25/10/2020ວ່າ: ພາຍຸໝຸນເຂດຮ້ອນໂຊເດວ (TS Saudel) ຫົວທີ 17 ປະຈຳປີ 2020, ໃນເວລາ 08 ໂມງ 10 ນາທີ ຂອງວັນທີ 25 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.5 ອົງສາເໜືອ...

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ

ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ,ນາຍົກລັດຖະມົນຕີ ສປປລາວ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນຕອນບ່າຍວັນທີ 24 ຕຸລາ 2020. ໂອກາດນີ້,ໄດ້ພົບປະໂອ້ລົມການນໍາແຂວງຈໍາປາສັກ,ທີ່ຫ້ອງວ່າການແຂວງ,ຮັບຟັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຈາກທ່ານ ມະໄລທອງ ກົມມະສິດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຈໍາປາສັກ ເຊິ່ງມີຜົນງານຫຼາຍດ້ານທີ່ຕັ້ງໜ້າ ແລະ ສິ່ງທ້າທາຍຕໍ່ການພັດທະນາ ເປັນຕົ້ນຜົນກະທົບມາຈາກສະພາບການລະບາດພະຍາດໂຄວິດ-19 ແລະ ອື່ນໆ.ພ້ອມທັງຍົກໃຫ້ເຫັນທິດທາງແຜນການ,ວິທີການ...

ແຈ້ງເຕືອນພາຍຸໝູນເຂດຮ້ອນປະຈຳວັນທີ 24/10/2020 

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໝູນເຂດຮ້ອນປະຈຳວັນທີ 24/10/2020ລະບຸວ່າ: ພາຍຸໄຕ້ຝຸ່ນໂຊເດວ (TY Saudel) ຫົວທີ 17 ປະຈຳປີ 2020, ໄດ້ອ່ອນກໍາລັງລົງເປັນພາຍຸໝູນເຂດຮ້ອນ, ປະຈຸບັນທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເໜືອ, ຊຶ່ງໃນເວລາ 07 ໂມງ 45 ນາທີ ຂອງວັນທີ 24 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ...
- Advertisment -
Slide
Slide

Most Read

error: Content is protected !!