ເລີ່ມຈຳໜ່າຍ V20 Pro ບາງ-ເບົາ​-ກ້ອງລະອຽດສູງຕອບໂຈດຄົນມັກຖ່າຍຮູບ

247

ວັນທີ​ 25 ຕຸລາ 2020​ ນີ້ທີ່​ LAP DE Lines ຖະໜົນດອນນົກຂຸ້ມ ນະຄອນຫລວງວຽງຈັນ ບໍລິສັດວີໂວ່ ລາວ​ (vivo Sole, (lao) Co., Ltd)​ ໄດ້ນຳສະເໜີຜະລິດຕະພັນໃໝ່ຫລ້າສຸດຂອງຕົນ​ ໂດຍການເຂົ້າຮ່ວມຂອງຜູ້ບໍລິຫານວີໂວ່ປະຈຳລາວ,​ແຂກຮັບເຊີນ​ ແລະ​ ​ສື່ມວນຊົນ.

ພາຍໃຕ້ຈຸດປະສົງນໍາສະເໜີສິນຄ້າ vivo V20​ Pro ຮັບຮອງ​ 5G ພ້ອມໃຫ້ລູກຄ້າໄດ້ເຂົ້າສຳຜັດສິນຄ້າຕົວຈິງພາຍໃນງານ ແລະ​ ຍັງມີການຄືນກຳໄລໃຫ້ລູກຄ້າ ຜ່ານກິດຈະກຳຈັບສະຫລາກຫລາຍລາງວັນ ພ້ອມດ້ວຍລາງວັນໃຫຍ່ vivo​ V20​ Pro.

ທ່ານ​ ເມກຂະຫລາ ກິ່ງສັກດາ ຜູ້ຈັດການຝ່າຍຜະລິດຕະພັນ ໄດ້ກ່າວນໍາສະເໜີຈຸດເດັ່ນຂອງສະມາດໂຟນ vivo​ V20​ Pro ວ່າ: ຕົວເຄື່ອງບາງ-ເບົາທີ່ສຸດໃນໂລກ ແລະ​ ອີກໜຶ່ງຈຸດເດັ່ນແມ່ນເນັ້ນທີ່ກ້ອງເປັນຫລັກ​ ເພື່ອເອົາໃຈໄວໜຸ່ມລາວທີ່ມັກຖ່າຍເຊວຟີ່, ສາຍ​YouTuber,​ ຄົນທີ່ມັກຖ່າຍ clog ແລະ​ live ສົດຂາຍສິນຄ້າຕ່າງໆ ເພາະລຸ້ນນີ້ກ້ອງໜ້າມີຄວາມລະອຽດເຖິງ 44 ລ້ານພິກເຊວ ກ້ອງຫລັງຄວາມລະອຽດສູງເຖິງ 64 ລ້ານພິກເຊວ​ ພ້ອມກັບຈຸດເດັ່ນດ້ານການອອກແບບທີ່ສະດຸດຕາງົດງາມມີລະດັບ.

ທ່ານ​ ໄດ້ເວົ້າອີກວ່າ: ໂຕເຄື່ອງບາງພຽງ 7,39 ມິນລີແມັດ ນໍ້າໜັກພຽງ 170 ກຣາມເທົ່ານັ້ນ ມີທັງໝົດ 3 ສີ​ ຄື: midnight jazz ສີດຳ, moonlight sonata ສີຂາວ​ ແລະ​ sunset melody ສີສາຍຮຸ່ງ.

ສຳລັບໜ້າຈໍມີຂະໜາດໃຫຍ່ເປີດປະສົບການເບິ່ງເຫັນໄດ້ກວ້າງ ແລະ​ ຄວາມລະອຽດສົດໃສ ມາພ້ອມກັບໂຄ້ງແບບ 2,5 D ໃຫ້ມູມມອງຄວາມງົດງາມ.

#ສະຫລຸບຈຸດເດັ່ນຕົ້ນຕໍຂອງ vivo​ V20​ Pro ມີຄື: ໂຕເຄື່ອງບາງເບົາທີ່ສຸດໃນໂລກສາມາດຮອງຮັບສັນຍານ​ 5G,​ ໜ້າຈໍໃຫຍ່​ AMOLED ກວ້າງເຖິງ 6,44 ນີ້ວ​ Full HD+, ກ້ອງໜ້າຄູ່ເລກຫລັກຄວາມລະອຽດ 44 ລ້ານພິກເຊວ Eye Auto focus + 8 ລ້ານພິກເຊວ,​ກ້ອງຫລັງ 3 ເລນ​ AI ຄວາມລະອຽດ​ 64​ +8+2 ລ້ານພິກເຊວ,​ຖ່າຍພາບໄດ້ໂດດເດັ່ນໃນຍາມຄໍ່າຄືນດ້ວຍ super night mode, ສາມາດຖ່າຍວີດີໂອ Slow mottion ທັງກ້ອງໜ້າ ແລະ​ ກ້ອງຫລັງ,​CPU 765 G ຄວາມແຮງສູງວ່ອງໄວທຸກການສຳຜັດ,​ຄວາມຈໍາ Ram 8G+ROM 128G,ແບັດເຕີຣີໃຫຍ່ 4000 mAh ຮອງຮັບລະບົບສາກໄວ ແລະ​ອື່ນໆ

ສົນໃຈສາມາດສອບຖາມຂໍ້ມູນໄດ້ທີ່ຕົວແທນຈໍ່ໜ່າຍ​ວີໂວ່ທົ່ວປະເທດ ຫລື​ ຕິດຕໍ່ທີ່ເບີ​ 030 9056977