ທ່ານ ອາລຸນໄຊ ສູນນະລາດ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບອຸທົກກະໄພ ທີ່ແຂວງສະຫວັນນະເຂດ

291

ຫ້ອງການ ຖ.ວ.ທ ເມືອງເຊໂປນ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ໃນວັນທີ 24 ຕຸລາ 2020 ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມທີມງານ ທ່ານ ສຸລິຍາ ມາຜາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງສະຫວັນນະເຂດ, ໄດ້ນຳເຄື່ອງອຸປະໂພກ ບໍລິໂພກຈຳນວນນື່ງ ລົງມາມອບໃຫ້ຄະນະນຳເມືອງເຊໂປນ, ນອງ, ເມືອງ ວິລະບູລີ, ແລະ ເມືອງ ພີນ

ເພື່ອນຳໄປຊ່ວຍເຫຼືອໃຫ້ກັບພໍ່ແມ່ ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ແຕ່ລະເມືອງ, ເຂົ້າສານ 10 ສອບ, ໝີ່ 4 ແກັດໃຫຍ່, ປາກະປ໋ອງ 1 ແກັດ ເສື້ອຊູຊີບ 26 ຜືນ ຢາປະຈໍາບ້ານ 4ແກັດ ມູນຄ່າເມືອງລະ 15.000.000ກີບ

.


ໃນໂອກາດທີ່ລົງມາໃນຄັ້ງນີ້ຄະນະຍັງສືບຕໍ່ລົງມອບເຄື່ອງຊ່ວຍເຫລືອ ແລະ ໄດ້ລົງພົບປະ ກັບພໍ່ແມ່ປະຊາຊົນຜູ້ທີໄດ້ຮັບຜົນກະທົບທີ່ບ້ານ ດົງໃຫຍ່ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ໃຫ້ບ້ານ ແລະ ວັດ ພ້ອມຖວາຍເຄື່ອງແດ່ພະສົງ ມີ ຜ້າສະບົງ 1 ແກັດ, ໝີ່1ແກັດໃຫຍ່, ເຄື່ອງນຸ່ງຮົ່ມ 6 ແກັດ, ຢາສະຜົມ1ແກັດ, ເງິນສົດ 2.000.000ກີບ ລວມມູນຄ່າ 4.400.000ກີບ.

ຈາກນັ້ນລົງຢ້ຽມຢາມພໍ່ແມ່ປະຊາຊົນຄຸ້ມວັງຄົດ ພ້ອມມອບເຄື່ອງທີ່ສູນພັກຊົ່ວຄາວ ໂຮງຮຽນປະຖົມບ້ານແກ້ງຫົວປາໃໝ່ , ແລະ ລົງພື້ນທີ່ ທີ່ຖືກຜົນກະທົບວັງຄົດທີ່ຖືກນໍ້າໄຫຼເຮືອນຊານປະຊາຊົນ

.

.

.