ຮອງລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ລົງຕິດຕາມການດຳເນີນງານໂຄງການເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງ

234

ເມື່ອບໍ່ດົນມານີ້,ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ເຄື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງໂດຍມີ ທ່ານ ສຸກັນ ບຸນຍົງຮອງເຈົ້າແຂວງ ຫຼວງພະບາງ,ມີເຈົ້າເມືອງ ຈອມເພັດ ແລະ ເມືອງ ປາກອູພ້ອມດ້ວຍຄະນະ ຮ່ວມເດີນທາງ.


ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບຄວາມຄືບໜ້າວຽກກະກຽມກໍ່ສ້າງລ່ວງໜ້າໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງວ່າ: ການກໍ່ສ້າງສາຍສົ່ງສະຖານນີໄຟຟ້າແສນສຸກ,ສະຖານີ,ລະບົບສາຍຈຳໜ່າຍແລະລະບົບສື່ສານສຳລັດ36,60%,ກໍ່ສ້າງເສັ້ນທາງຈຸດບ້ານຫາດຢາເສັ້ນທາງເລກທີ່13ເໜືອຫາບ່ອນສ້າງເຂື່ອນມີຄວາມຍາວ14ກິໂລແມັດແລະເສັ້ນທາງຊອຍຕ່າງໆເຂດໂຄງການສຳເລັດ59,45%,ກໍ່ສ້າງຂົວເບຕົງເສີມເຫຼັກຂ້າມນ້ຳຂອງລະຫວ່າງເມືອງປາກອູຫາເມືອງຈອມເພັດມີຄວາມຍາວ500ແມັດສຳເລັດ7,86%,ກໍ່ສ້າງທ່າເຮືອບັກທັງສອງຟາກເມືອງປາກອູຫາເມືອງຈອມເພັດສຳເລັດ100%.

ສຳຫຼວດແລະກໍ່ສ້າງສະຖານທີ່ບ່ອນຕັ້ງແຄ້ມຊົ່ວຄາວ,ລານເກັບມ້ຽນ,ໂຮງຄົບຫີນ,ສາງແລະປ້ຳນ້ຳມັນ,ຮ້ານອາຫານແລະອື່ນໆສຳເລັດ85,24%,ນຳໃຊ້ຫີນຊາຍແລະພັດທະນາບໍ່ຫີນຮັບໃຊ້ໂຄງການທັງໝົດສຳເລັດ64,24%,ນຳໃຊ້ກົນຈັກຮັບໃຊ້ໂຄງການເຂືື່ອນນໍ້າຂອງໄຊຍະບູລີມາຮັບໃຊ້ໂຄງການເຂື່ອນນ້ຳຂອງແຂວງຫຼວງພະບາງສຳເລັດ66,03%.

ໂອກາດນີ້, ທ່ານ ສີນາວາ ສຸພານຸວົງໄດ້ເນັ້ນໜັກໃຫ້ຜູ້ຮັບຜິດຊອບໂຄງການໃສ່ໃຈຄຸນນະພາບຂອງວຽກງານເພື່ອຮັບປະກັນທາງດ້ານຄຸນະພາບລວມໄປເຖິງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບແລະການຟືື້ນຟູສະພາບແວດລ້ອມ.

ຂ່າວຍັງໃຫ້ຮູ້ອີກຕື່ມວ່າໃນຕອນເຊົ້າຂອງວັນດຽວກັນຄະນະທີມງານ ທ່ານ ສີນາວາ ສຸພານຸວົງຍັງໄດ້ລົງໂອ້ລົມປະຊາຊົນ5ບ້ານພາຍໃນເມືອງຈອມເພັດທີ່ຖືກຜົນກະທົບທີ່ຫ້ອງປະຊຸມບ້ານຫ້ວຍຍໍ້ເຊິ່ງໄດ້ແກ່ບ້ານມ່ວງແກ້ວ,ບ້ານຖິ່ນໂຮງ,ບ້ານນາສັ່ງ,ບ້ານຫ້ວຍຍໍ້ແລະບ້ານຫ້ວຍກໍ້ເຊິ່ງທ່ານໄດ້ຊີ້ແຈງບັນຫາໃຫ້ພໍແມ່ປະຊາຊົນຮັບຮູ້,ເຂົ້າໃຈແລະເຊື່ອໝັ້ນຕໍ່ແນວທາງການນະນຳພາຂອງພັກເພື່ອພ້ອມກັນພັດທະນາປະເທດຊາດໃນຄະນະດຽວກັນກໍເນັ້ນໜັກສິດຜົນປະໂຫຍດຂອງປະຊາຊົນເປັນຫຼັກໃນການຊົດເຊີຍຜົນປະໂຫຍດໃຫ້ພໍ່ແມ່ປະຊາຊົນລວມໄປເຖິງການສ້າງວຽກເຮັດງານທຳ,ການທຳການຜະລິດ,ການປູກການລ້ຽງເພື່ອພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ນັບມື້ນັບດີຂຶ້ນ.

ຂ່າວ:ເມືອງ ຈອມເພັດ, Media Laos