ນະຄອນຫລວງວຽງຈັນ ຊີ້ແຈງກ່ຽວກັບການຂາຍເຂົ້າ ຫລາມປີ້ງໄກ່ໃນໂອກາດບຸນທາດຫລວງ ຍັງຂາຍໄດ້ປົກກະຕິ ຕາມຈຸດທີ່ກຳນົດໄວ້

177

Lao National Radio, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນຊີ້ແຈງວ່າ:ການຂາຍເຂົ້າຫລາມປີ້ງໄກ່ ລວມເຖິງການຂາຍເຂົ້າປຸ້ນ ແລະຕົ້ມໄກ່ໃນມື້ໃສ່ບາດໃນງານບຸນນະມັດສະການພະທາດຫລວງວຽງຈັນປະຈຳປີນີ້ ຍັງມີປົກກະຕິຄືທຸກປີຜ່ານມາ ແຕ່ຕ້ອງຂາຍພາຍໃນຂອບເຂດ ແລະຈຸດທີ່ຄະນະກຳມະການຮັບຜິດຊອບກຳນົດໃຫ້ຊື່ງຈະຢູ່ໃນບໍລິເວນເຂດກົມມະລຽນ, ເຂດວັດທາດຫລວງໃຕ້ ແລະ ບ້ານຊົງລາວເບື້ອງລຸ່ມພະທາດຫລວງເທົ່ານັ້ນ, ສ່ວນຢູ່ບໍລິເວນຮອບນອກຮົ້ວສະໜາມຫລວງ ລວມທັງທາງຄົນຍ່າງເຂດບໍລິເວນອ້ອມຮອບຈະບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງຄືທຸກປີຜ່ານມາ.


ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ: ການຈັດງານບຸນນະມັດສະການພະທາດຫລວງວຽງຈັນ, ປະຈໍາປີນີ້ ແມ່ນເນັ້ນໜັກໃສ່ການຮັກສາຮີດຄອງປະເພນີເທົ່ານັ້ນ ສ່ວນງານຕະຫລາດນັດວາງ ສະແດງສິນຄ້າ, ການຂາຍເຄື່ອງດື່ມທີ່ມີທາດເຫລົ້າ ແລະງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ. ສ່ວນຮ້ານຂາຍອາຫານ, ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ,ຮ້ານຂາຍດອກໄມ້, ທູບທຽນ ເພື່ອບູຊາ ລວມເຖິງຮ້ານຂາຍເຂົ້າຫລາມປີ້ງໄກ່ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫລາຍຈຸດ ຊຶ່ງຄະນະຮັບຜິດຊອບກໍ່ຄືອະນຸກຳມະການງານບຸນໄດ້ກຳນົດ ແລະຈັດສັນໄວ້ຢ່າງລະອຽດ ເພື່ອຫລີກເວັ້ນຄວາມສ່ຽງ ແລະປ້ອງກັນພະຍາດໂຄວິດ19.


ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ສຳລັບຊາວຄ້າຂາຍທີ່ມີຈຸດປະສົງຢາກນໍາເອົາອາຫານທີ່ຄະນະກຳມະການອະນຸຍາດໄປວາງຂາຍໃນງານສາມາດຕິດຕໍ່ໄດ້ໂດຍກົງກັບອະນຸກຳມະການຈັດງານຊຶ່ງຈະມີໜ່ວຍງານບໍລິການຢູ່ເດີ່ນທາດຫລວງ.


ງານບຸນນະມັດສະການພະທາດຫລວງວຽງຈັນໃນປີນີ້ ຈະຈັດຂຶ້ນເປັນເວລາ 3 ວັນ ລະຫວ່າງວັນທີ 29 ຫາ 31 ຕຸລານີ້ ໃນນີ້ມື້ຂຶ້ນ 13 ຄໍ່າເດືອນ 12 ລາວ ກົງກັບວັນພະຫັດ ວັນທີ 29 ຕຸລານີ້ ຕອນເຊົ້າປະດັບປະດາຕົບແຕ່ງສະຖານທີ່ ພາຍນອກ ແລະພາຍໃນກົມມະລຽນພະທາດຫລວງ ສ່ວນຕອນແລງມີສູດປະລິຕະມຸງຄຸນທີ່ພະທາດຫລວງ, ພິທີວຽນທຽນ ແຫ່ຜາສາດເຜິ້ງ ແລະຄົບງັນຕາມປະເພນີ, ວັນສຸກຂຶ້ນ 14 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 30 ຕຸລານີ້ ຈະມີພິທີແຫ່ຜາສາດເຜິ້ງ ຈາກ 4 ເມືອງ ເລີ່ມແຕ່ເວລາ 13:30 ໂມງ ເປັນຕົ້ນໄປ. ສ່ວນວັນເສົາ 15 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 31 ຕຸລານີ້ ຕອນເຊົ້າຈະມີພິທີໄຫວ້ພະຮັບສິນ ຟັງທຳມະເທດສະໜາ ໃສ່ບາດຖະຫວາຍສັງກະທານ, ສ່ວນຕອນບ່າຍຈະມີພິທີຕີຄີ ແລະ ຕອນຄໍ່າຈະມີພິທີວຽນທຽນອ້ອມພະທາດຫລວງ ແລະຈູດບັ້ງໄຟສັກກາລະບູຊາພະທາດຫລວງ ແລະ ຄົບງັນຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ.


ຂ່າວ: ຈັນທະສອນ ສີຫານາດ