ກິນເຈແນວໃດບໍ່ໃຫ້ໝາກໄຂ່ຫຼັງຖືກທຳລາຍ

212

1 ເລືອກເຮັດອາຫານເອງ

ການເລືອກເຮັດອາຫານເອງ ເຮັດໃຫ້ເຮົາໄດ້ເລືອກວັດຖຸດິບໄດ້ເອງ ແລະ ເລືອກໃຊ້ເຄື່ອງປຸງໄດ້ເອງຕາມໃຈມັກ ເຊິ່ງເຮັດໃຫ້ການກະຕວງປະລິມານໃນການໃຊ້ເຄື່ອງປຸງໃຫ້ເໝາະສົມກັບລົດຊາດຂອງເຮົາໄດ້ ຈຶ່ງຄວນຖືໂອກາດນີ້ຫຼຸດການປຸງລົດຊາດຈາກຊ໋ອດ ແລະ ເຄື່ອງປຸງຕ່າງໆລອງໃຊ້ເຄື່ອງເທດໃນການເພີ່ມລົດຊາດ ເນັ້ນອາຫານທີ່ມີລົດຊາດບໍ່ເຜັດ ບໍ່ເຄັມຫຼາຍ ເຊັ່ນ: ແກງຈືດ, ຂົ້ວຜັກ ລວມໄປເຖິງການຫຼຸດການບໍລິໂພກນ້ຳເຝີ, ຕົ້ມ, ແກງຕ່າງໆ ຈະເຮັດໃຫ້ເຮົາໄດ້ຫຼຸດການບໍລິໂພກໂຊດ້ຽມລົງໄດ້ເອງ.

2 ເລືອກກິນໝາກໄມ້

ຖ້າຢາກຮັບປະທານອາຫານຫວານໆໃນໄລຍະກິນເຈ ຫັນມາຮັບປະທານໝາກໄມ້ຫຼາຍຂຶ້ນ ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບວິຕາມິນ, ກາກໃຍອາຫານ ແລະ ຄຸນຄ່າທາງສານອາຫານທີ່ດີຕໍ່ຮ່າງກາຍແທນການຮັບປະທານເຂົ້າໜົມທີ່ອາດເຮັດມາຈາກແປ້ງ ແລະ ນ້ຳຕານ ລວມເຖິງຂອງຈືນຕ່າງໆ.

3 ເລືອກກິນຖົ່ວ ແລະ ທັນຍະພືດ

ຖົ່ວ ແລະ ທັນຍະພືດ ເປັນແຫຼ່ງໂປຣຕິນ ແລະ ວິຕາມິນອັນຫຼາກຫຼາຍທີ່ດີຕໍ່ຮ່າງກາຍ. ນອກຈາກນີ້, ຍັງໃຫ້ພະລັງງານມີກາກໃຍອາຫານທີ່ຊ່ວຍໃຫ້ການເຮັດວຽກຂອງລະບົບຂັບຖ່າຍດີຂຶ້ນ ແລະ ຍັງຊ່ວຍເສີມສ້າງຄວາມແຂງແຮງໃຫ້ກັບຮ່າງກາຍ.

4 ຫຼີກລຽງຊີ້ນທຽມຈາກແປ້ງ

ອາຫານເຈທີ່ເປັນສັດທຽມ ມັກມີສ່ວນປະສົມເປັນແປ້ງ ຫາກສາມາດຫຼຸດ ຫຼື ຫຼີກລຽງການກິນຊີ້ນທຽມໄດ້ ກໍຈະຊ່ວຍຫຼຸດການບໍລິໂພກແປ້ງໃຫ້ກັບຮ່າງກາຍໄດ້ເຊັ່ນກັນ. ນອກຈາກນີ້, ຊີ້ນສັດທຽມມັກມີການປຸງລົດຊາດ. ດັ່ງນັ້ນ, ຫາກການຮັບປະທານໃນປະລິມານຫຼາຍໆ ຈຶ່ງອາດເຮັດໃຫ້ຮ່າງກາຍໄດ້ຮັບໂຊດ້ຽມຫຼາຍເກີນໄປໃນແຕ່ລະມື້ໄດ້ເຊັ່ນກັນ.

ເທສະການກິນເຈປີນີ້ ທ່ານຄວນປັບປ່ຽນພຶດຕິກຳໃນການເບິ່ງແຍງສຸຂະພາບດ້ວຍການກິນເຈວິທີໃໝ່ ເນັ້ນຮັບປະທານຜັກໃຫ້ຫຼາຍຂຶ້ນ, ຫຼຸດແປ້ງ ແລະ ອາຫານຈືນ, ບໍລິໂພກອາຫານສຸກ ສະອາດ ລ້າງມືກ່ອນຫຼັງປຸງອາຫານ ແລະ ຮັບປະທານອາຫານທຸກຄັ້ງ ລວມທັງໃສ່ຜ້າອັດປາກ – ດັງ ແລະ ຮັກສາໄລຍະຫ່າງເມື່ອຕ້ອງຕໍ່ຄິວຊື້ອາຫານ ເທົ່ານີ້ກໍຈະເຮັດໃຫ້ທ່ານມີສຸຂະພາບທີ່ດີ ແຂງແຮງ ໄປພ້ອມໆກັບການໄດ້ບຸນກຸສົນຕະຫຼອດການກິນເຈໃນຄັ້ງນີ້ໄດ້ຢ່າງແນ່ນອນ.