ອຸຕຸເຕືອນ! ພາຍຸໝຸນເຂດຮ້ອນໂຊເດວ ຂຶ້ນຝັ່ງຫວຽດນາມເຊົ້າມື້ນີ້ ແລະ ຈະສືບຕໍ່ຜ່ານເຂົ້າແຂວງພາກໃຕ້ ຫາ ພາກກາງຂອງສປປລາວ

161

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພາຍຸໝູນເຂດຮ້ອນປະຈຳວັນທີ 25/10/2020ວ່າ: ພາຍຸໝຸນເຂດຮ້ອນໂຊເດວ (TS Saudel) ຫົວທີ 17 ປະຈຳປີ 2020, ໃນເວລາ 08 ໂມງ 10 ນາທີ ຂອງວັນທີ 25 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.5 ອົງສາເໜືອ ແລະ ເສັ້ນແວງທີ 108.6 ອົງສາຕາເວັນອອກ.

ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ. ພາຍຸຫົວນີ້ໄດ້ເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມໃນຕອນເຊົ້າຂອງມື້ນີ້ ແລະ ຈະສືບຕໍ່ຜ່ານເຂົ້າແຂວງພາກໃຕ້ ຫາ ພາກກາງຂອງ ປະເທດລາວ.

ຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນໍ້າສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງໃນໄລຍະ 1 ຫາ 2 ວັນນີ້.