ສູດຕົ້ມຍຳທະເລນ້ຳໃສ

256

ຕົ້ມຍຳທະເລນ້ຳໃສ ລາຍການອາຫານຍອດນິຍົມທີ່ເຊົາກິນບໍ່ໄດ້ ດ້ວຍລົດຊາດທີ່ເຕັມໄປດ້ວຍສະໝຸນໄພຫຼາກຫຼາຍຊະນິດ ຈຳພວກ ກຸ້ງ, ຫ້ອຍ, ປາ ເໝາະແກ່ການເຮັດຕົ້ມຍຳທີ່ສຸດ ຈະກິນກັບເຂົ້າກໍດີ ຫຼື ຈະກິນເປັນກັບແກ້ມກໍໄດ້.

ສ່ວນປະສົມ: ຮາກຫອມປ້ອມ 3 – 4 ອັນ, ຫົວສີໃຄ 2 – 3 ຕົ້ນ, ຂ່າ 4 – 5 ປ່ຽງ, ໃບຂີ້ຫູດ, ມັນກຸ້ງ 1/2 ຖ້ວຍ, ຫອມບົ່ວແດງ 4 – 5 ຫົວ, ໝາກເຫຼ່ນ, ເຫັດເຟືອງ, ເກືອ 1 ບ່ວງແກງ, ນ້ຳປາ 3 ບ່ວງແກງ, ກຸ້ງຂາວ, ປາໝຶກ, ໝາກເຜັດແດງ, ໝາກເຜັດຂີ້ໜູສວນ, ໝາກເຜັດແຫ້ງຈືນ, ຍໍາໝາກນາວ 5 ບ່ວງແກງ ແລະ ຜັກຫອມປ້ອມ.

ວິທີເຮັດ

1 ຄ້າງໝໍ້ນ້ຳໃຫ້ຟົດ ໃສ່ເຄື່ອງຕົ້ມລົງໄປ, ຈາກນັ້ນກໍໃສ່ມັນກຸ້ງ, ຫອມບົ່ວແດງ, ໝາກເຫຼ່ນ ແລະ ເຮັດເຟືອງ.

2 ປຸງລົດດ້ວຍເກືອ, ນ້ຳປາ ຕາມດ້ວຍກຸ້ງຂາວ, ປາໝຶກ ຕົ້ມຈົນທຸກຢ່າງສຸກ.

3 ເພີ່ມຄວາມເຜັດດ້ວຍໝາກເຜັດສາມຢ່າງ, ໝາກເຜັດແດງ, ໝາກເຜັດຂີ້ໜູ ແລະ ໝາກເຜັດແຫ້ງ ປະລິມານຕາມໃຈມັກ ຊີມແລ້ວໄດ້ລົດຊາດທີ່ທ່ານພໍໃຈປິດໄຟທັນທີ.

4 ໃສ່ນ້ຳໝາກນາວ, ຫອມປ້ອມ ຄົນໃຫ້ເຂົ້າກັນ ຕັກໃສ່ຖ້ວຍເສີບໄດ້ເລີຍ.