ຄະນະສະເພາະກິດອອກຂໍ້ຄຳແນະນຳ ຜ່ອນຜັນການຈໍາກັດບໍລິເວນ ສຳລັບຜູ້ທີ່ເດີນທາງມາຈາກປະເທດທີ່ບໍ່ມີການລະບາດພະຍາດໂຄວິດ-19 ໃນຊຸມຊົນ

143

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ອອກຄຳແນະນຳ ສະບັບເລກທີ 3053/ສພກ, ນະຄອນຫຼວງວຽງຈັນ, ວັນທີ 14 ຕຸລາ 2020 ຄຳແນະນຳ ກ່ຽວກັບການປະຕິບັດມາດຕະການຜ່ອນຜັນ ການຈໍາກັດບໍລິເວນຜູ້ທີ່ເດີນທາງມາຈາກປະເທດທີ່ບໍ່ມີການລະບາດພະຍາດ COVID-19 ໃນຊຸມຊົນ.

ໂດຍອີງຕາມ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນ ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19, ສະບັບເລກ ທີ 06/ນຍ, ລົງວັນທີ 29 ມີນາ 2020; ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1049/ຫສນຍ, ລົງວັນທີ 30 ກັນຍາ 2020; ອີງຕາມ ຜົນກອງປະຊຸມຂອງກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຄັ້ງວັນທີ 07 ຕຸລາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ອອກຄໍາແນະນໍາ ສໍາລັບຜູ້ທີ່ຈະເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ ດັ່ງລຸ່ມນີ້:

  1. ຕ້ອງມີໃບຢັ້ງຢືນຜົນກວດ COVID-19 ພາຍໃນ 72 ຊົ່ວໂມງ ກ່ອນການເດີນທາງ, ເວລາເຂົ້າມາຕ້ອງໄດ້ກວດຫາເຊື້ອ ແລະ ຈໍາກັດບໍລິເວນຢູ່ສະຖານທີ່ ທີ່ຄະນະສະເພາະກິດກໍານົດໄວ້ ເພື່ອລໍຖ້າຜົນກວດ 48 ຊົ່ວໂມງ ຫຼື ຈົນກວ່າໄດ້ຮັບຜົນກວດ, ຄະນະສະເພາະກິດຈະພິຈາລະນາຕາມສະພາບການລະບາດຂອງປະເທດຕົ້ນທາງ ເພື່ອອະນຸຍາດໃຫ້ໄປສືບຕໍ່ຈໍາກັດບໍລິເວນຢູ່ເຮືອນ, ສະຖານທີ່ເຮັດວຽກ ຫຼື ໂຮງແຮມ ຈົນຄົບ 14 ວັນ.

ກ. ກໍລະນີບໍ່ພົບເຊື້ອ:

  1. ສໍາລັບພົນລະເມືອງລາວ: ເມື່ອໄດ້ຮັບອະນຸຍາດໃຫ້ໄປສືບຕໍ່ຈໍາກັດບໍລິເວນຢູ່ເຮືອນຂອງຕົນແລ້ວ ມອບໃຫ້ອົງການປົກຄອງທ້ອງຖິ່ນ, ຄອບຄົວ ຮັບຜິດຊອບຕິດຕາມ ໃຫ້ຜູ້ກ່ຽວປະຕິບັດຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຄົບ 14 ວັນ ເປັນຕົ້ນ: ຕິດຕາມແທກອຸນຫະພູມແຕ່ລະວັນ, ໝັ່ນລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ບໍ່ໃຫ້ເດີນທາງອອກໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ, ຮັກສາມາລະຍາດໃນການໄອ ແລະ ຈາມ, ເປີດປ່ອງຢ້ຽມ ເພື່ອລະບາຍອາກາດພາຍໃນຫ້ອງໃຫ້ຖ່າຍເທ, ຖ້າວ່າຮູ້ສຶກບໍ່ສະບາຍ ໃຫ້ໂທຫາສາຍດ່ວນ 165, 166.

  1. ສໍາລັບຕົ້ນຕ່າງປະເທດ: ເມື່ອໄດ້ຮັບອະນຸຍາດໃຫ້ໄປສືບຕໍ່ຈໍາກັດບໍລິເວນຢູ່ເຮືອນພັກຂອງຕົນ, ສະຖານທີ່ເຮັດວຽກ ຫຼື ໂຮງແຮມ, ຖ້າບ່ອນເຮັດວຽກບໍ່ແອອັດ ແມ່ນອະນຸຍາດໃຫ້ເຮັດວຽກໄດ້ ມອບໃຫ້ບໍລິສັດ ຮັບຜິດຊອບຕິດຕາມ ແລະ ລາຍງານໃຫ້ອົງການປົກຄອງທ້ອງຖິ່ນ ເປັນແຕ່ລະໄລຍະ, ໃຫ້ພວກກ່ຽວປະຕິບັດຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດຈົນຄົບ 14 ວັນ ເປັນຕົ້ນ: ຕິດຕາມແທກອຸນຫະພູມແຕ່ລະວັນ, ໝັ່ນລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ , ບໍ່ໃຫ້ເດີນທາງອອກໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ, ຮັກສາມາລະຍາດໃນການໄອ ແລະ ຈາມ, ເປີດປ່ອງຢ້ຽມ ເພື່ອລະບາຍອາກາດພາຍໃນຫ້ອງໃຫ້ຖ່າຍເທ, ຖ້າວ່າຮູ້ສຶກບໍ່ສະບາຍ ໃຫ້ໂທຫາສາຍດ່ວນ 165, 166.

  2. ສໍາລັບນັກທ່ອງທ່ຽວເປັນກຸ່ມ: ຕ້ອງມີເອກະສານຢັ້ງຢືນການຈໍາກັດບໍລິເວນ 14 ວັນ ແລະ ໃບຢັ້ງຢືນຜົນກວດ COVID-19 ພາຍໃນ 7 ຊົ່ວໂມງ ກ່ອນການເດີນທາງຈາກປະເທດຕົ້ນທາງ, ຖ້າກວດບໍ່ພົບເຊື້ອ ສາມາດໄປເຄື່ອນໄຫວຕາມແຜນການທ່ອງທ່ຽວທີ່ໄດ້ກໍານົດໄວ້ ໂດຍມອບໃຫ້ສະມາຄົມ ແລະ ບໍລິສັດ ທ່ອງທ່ຽວ ຕິດຕາມ ໃຫ້ພວກກ່ຽວປະຕິບັດຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ຂ. ກໍລະນີພົບເຊື້ອ: ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ຖ້າກວດພົບເຊື້ອ ຈະຖືກນໍາສົ່ງໄປແຍກປ່ຽວ ແລະ ປິ່ນປົວ ຢູ່ໂຮງໝໍທີ່ໄດ້ກໍານົດໄວ້.

  1. ຜູ້ເດີນທາງຈາກປະເທດທີ່ມີລາຍງານການລະບາດຂອງ COVID-19 ໃນຊຸມຊົນ ແມ່ນໃຫ້ຈໍາກັດບໍລິເວນ ຢູ່ສະຖານທີ່ ຄະນະສະເພາະກິດໄດ້ກໍານົດໄວ້ຈົນຄົບ 14 ວັນ.

ຄໍາແນະນໍາສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີສະບັບໃຫມ່ປ່ຽນແທນ.