ຮູ້ຈັກກັບ 4 ກົນລະຍຸດ ເພີ່ມຍອດຂາຍໃນລະດູຝົນ

330

ໃນລະດູຝົນແນ່ນອນວ່າເຮັດໃຫ້ການໄປ – ມາຂອງຜູ້ຄົນບໍ່ຄ່ອຍສະດວກ ໂດຍສະເພາະເຂດໃດເສັ້ນທາງຫຍຸ້ງຍາກເຮັດທຸລະກິດຢູ່ເຂດນັ້ນກໍອາດຈະຂາດລູກຄ້າ. ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະນຳພາທ່ານມາຮູ້ຈັກກັບ 4 ວິທີເພີ່ມຍອດຂາຍໃນໄລຍະລະດູຝົນ ມີດັ່ງລຸ່ມນີ້.

1 ຄົ້ນຫາບັນຫາ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າ: ໃນໄລຍະຝົນຈະເຮັດໃຫ້ລູກຄ້າມີຄວາມກັງວົນໃນການອອກໄປຊື້ສິນຄ້າ ຫຼື ບໍລິການຈາກຮ້ານຄ້າ ເພາະບໍ່ສາມາດອອກນອກບ້ານໄດ້ຢ່າງສະດວກ, ທັງປຽກ ແລະ ລົດຕິດ. ດັ່ງນັ້ນ, ຜູ້ທີ່ປະກອບອາຊີບຄ້າຂາຍໃນໄລຍະຝົນຈະຕ້ອງເບິ່ງໄປທີ່ບັນຫາລູກຄ້າກໍາລັງພົບຢູ່ ເຊັ່ນ: ບໍ່ຢາກປຽກຝົນ, ຢ້ານລົດຕິດ, ເສຍເວລາ ນີ້ຖືເປັນບັນຫາຂອງລູກຄ້າ ເມື່ອຮູ້ວ່າບັນຫາຂອງລູກຄ້າແມ່ນຫຍັງເຮົາກໍຕ້ອງຕອບສະໜອງ ຄວາມຕ້ອງການຂອງລູກຄ້າຈະເຮັດໃຫ້ລູກຄ້າບໍ່ຢາກທີ່ຈະໄປຮ້ານອື່ນເລີຍກາຍເປັນລູກຄ້າປະຈໍາໃນທີ່ສຸດ.

2 ໃຫ້ບໍລິການທີ່ດີ ແລະ ສ້າງຄວາມປະທັບໃຈໃຫ້ເກີດຂຶ້ນກັບລູກຄ້າທັນທີ: ການເຮັດທຸລະກິດຄ້າຂາຍຈະຕ້ອງໃຫ້ ຄວາມສໍາຄັນກັບລູກຄ້າ ເພາະລູກຄ້າມີຕົ້ນທຶນໃນການມາໃຊ້ບໍລິການຈາກທ່ານ ເຊິ່ງຕົ້ນທຶນບໍ່ໄດ້ໝາຍເຖິງເງິນຄ່າສິນຄ້າທີ່ຈ່າຍເທົ່ານັ້ນ ແຕ່ໝາຍເຖິງຕົ້ນທຶນທີ່ເສຍໄປໃນການຖ້າໃນການເດີນທາງມາຫາທ່ານ. ດັ່ງນັ້ນ, ທ່ານຈະຕ້ອງເຮັດໃຫ້ລູກຄ້າໄດ້ຮັບຄວາມສະດວກສະບາຍສິນຄ້າ ຫຼື ບໍລິການຕ້ອງມີຄຸນນະພາບຖືກໃຈລູກຄ້າມີການບໍລິການທີ່ດີ, ໃຫ້ບໍລິການທີ່ວ່ອງໄວ, ບໍ່ເຮັດໃຫ້ລູກຄ້າເສຍເວລາ ເຊິ່ງທ່ານຈະມີຄວາມໄດ້ປຽບໃນການແຂ່ງຂັນທາງທຸລະກິດ.

3 ໃຫ້ບໍລິການຫຼັງການຂາຍທີ່ດີເລີດກັບລູກຄ້າ: ທ່ານຄວນທີ່ຈະມີຊ່ອງທາງໃຫ້ລູກຄ້າໄດ້ສາມາດຕິດຕໍ່ສື່ສານກັບທ່ານໄດ້ຕະຫຼອດເວລາ, ສະດວກສະບາຍທີ່ສຸດ, ປະຢັດທີ່ສຸດສໍາລັບລູກຄ້າບໍ່ວ່າທ່ານຈະໃຊ້ຊ່ອງທາງສື່ສານໃດກໍຕາມຕ້ອງປະກາດໃຫ້ລູກຄ້າໄດ້ຮູ້ຢ່າງທົ່ວເຖິງ ແລະ ພ້ອມທີ່ຈະຮອງຮັບຄວາມຕ້ອງການໃນການຕິດຕໍ່ສື່ສານນັ້ນໆຢູ່ຕະຫຼອດເວລາ ບໍ່ວ່າຈະເປັນການຕິດຕໍ່ສອບຖາມ ຫຼື ໃຫ້ຄໍາແນະນໍາຕ່າງໆ.

4 ເພີ່ມຊ່ອງທາງຈໍາໜ່າຍໃຫ້ລູກຄ້າເຂົ້າເຖິງສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍ: ຄວາມສະດວກສະບາຍຂອງລູກຄ້າໃນການເຂົ້າເຖິງສິນຄ້າ ຫຼື ບໍລິການຂອງທ່ານເປັນສິ່ງສໍາຄັນຍິ່ງໃນໄລຍະລະດູຝົນລູກຄ້າຍິ່ງມີຄວາມຄາດຫວັງວ່າຈະໄດ້ຮັບຄວາມສະດວກສະບາຍຫຼາຍຍິ່ງຂຶ້ນ ກວ່າເກົ່າ ທ່ານຕ້ອງຄິດວ່າລູກຄ້າຈະເຂົ້າເຖິງສິນຄ້າ ຫຼື ບໍລິການຂອງທ່ານຕັ້ງແຕ່ກ່ອນຕັດສິນໃຈລະຫວ່າງຊື້ ແລະ ຫຼັງການຊື້ໄດ້ແນວໃດແດ່?, ສ່ວນຫຼາຍລູກຄ້າຕ້ອງການຄວາມວ່ອງໄວໃນການເຂົ້າເຖິງຂໍ້ມູນສິນຄ້າ ແລະ ບໍລິການຂອງທ່ານ ເພື່ອນໍາໄປໃຊ້ປະກອບການຕັດສິນໃຈ ແລະ ປຽບທຽບກັບຮ້ານອື່ນ.

ຂໍ້ມູນ thaismescenter.com