ຂະໜົມກ້ອນມົນໆ ນ້ອຍໆ ກັບຂະໜົມ “ໄຂ່ເຕົ່າ”

267

ຂະໜົມໄຂ່ເຕົ່າເປັນຂະໜົມຊະນິດໜຶ່ງທີ່ໃຜໄດ້ກິນແລ້ວຈະຕິດໃຈ ເພາະຈະມີລົດຊາດຫວານ ກອບ ໄດ້ກິນແລ້ວຈະຢຸດບໍ່ໄດ້ເລີຍ ເຊິ່ງສ່ວນປະກອບຂອງຂະໜົມໄຂ່ເຕົ່າກໍຫາຊື້ໄດ້ງ່າຍ ວິທີເຮັດບໍໍຫຍຸ້ງຍາກ ເຮັດໃຫ້ລູກນ້ອຍກິນຫຼິ້ນ ຫຼື ຈະຊວນລູກມາຮ່ວມກິດຈະກຳມາປຸງແຕ່ງຂະໜົມໄຂ່ເຕົ່ານຳກັນກໍໄດ້.

ສ່ວນປະສົມ: ມັນດ້າງ (ສີມ້ວງ ຫຼື ສີເຫຼືອງ ຕາມໃຈມັກເລີຍ) 500 ກຣາມ, ແປ້ງມັນ 200 ກຣາມ, ແປ້ງສາລີ 30 ກຣາມ, ຜົງຟູ ½ ບ່ວງຊາ, ເກືອ ½ ບ່ວງຊາ, ນ້ຳຕານຊາຍຂາວ 130 ກຣາມ, ກະທິ ½ ຖ້ວຍ ແລະ ນ້ຳມັນສຳລັບຈືນ.

ວິທີເຮັດ

1 ນຳເອົາມັນດ້າງໄປນຶ້ງ ແລ້ວນຳມາບົດໃຫ້ລະອຽດ.

2 ເທແປ້ງມັນ, ແປ້ງສາລີ, ຜົງຟູ, ເກືອ ແລະນ້ຳຕານຊາຍຂາວ ລົງໃນພາຊະນະປະສົມແລ້ວຄົນໃຫ້ເຂົ້າກັນ. ( ແນະນຳໃຫ້ຮ່ອນສ່ວນປະສົມ 1 ຄັ້ງ ເພື່ອຄວາມນຽນຂອງໂຕຂະໜົມ)

3 ຈາກນັ້ນໃສ່ມັນທີ່ບົດໄວ້ລົງໄປ ເອົາມືນວດໃຫ້ເປັນເນື້ອດຽວກັນ ແລ້ວເທກະທິລົງໄປໃຫ້ເຂົ້າກັນອີກເທື່ອໜຶ່ງ.

4 ເມື່ອໄດ້ແປ້ງທີ່ປະສົມແລ້ວ ເອົາມາປັ້ນໃຫ້ເປັນເມັດກົມມົນຂະໜາດເທົ່າລູກຊີ້ນໃສ່ຖາດ ເວັ້ນໄລຍະຫ່າງເພື່ອບໍ່ໃຫ້ຂະໜົມຕິດກັນ.

5 ເທນ້ຳມັນລົງໝໍ້ ຕັ້ງໄຟໃຫ້ຮ້ອນແລ້ວໃສ່ຂະໜົມລົງໄປ ເມື່ອຂະໜົມປ່ຽນສີໃຫ້ໃຊ້ຕະຫຼິວຄຶງໂຕຂະໜົມເພື່ອໃຫ້ຂະໜົມກອບນອກນຸ້ມໃນ.

6 ພໍຂະໜົມມີສີເຂັ້ມຂຶ້ນໃຫ້ຕັກໃສ່ກະຕ່ອງເພື່ອສະເດັດນ້ຳມັນ ຫຼື ໃສ່ພາຊະນະທີ່ມີເຈ້ຍຊັບມັນ ພ້ອມເສີບໄດ້.