ຮອງນາຍົກ ຊີ້ນຳກົມສ່ວຍສາອາກອນເອົາໃຈໃສ່ການເກັບລາຍຮັບ

283

ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ເປີດກອງປະຊຸມໃຫຍ່ IV ຂອງຕົນຂຶ້ນ ເພື່ອຜ່ານບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານກົມສ່ວຍສາອາກອນ; ສະຫຼຸບສັງລວມຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃນໄລຍະຜ່ານມາໂດຍຍົກໃຫ້ເຫັນສະພາບການຕົວຈິງ. ຂະນະດຽວກັນ, ກໍໄດ້ກໍານົດທິດທາງລວມ ແລະ ໜ້າວຽກຕົ້ນຕໍຂອງຕົນໃນ 5 ປີຕໍ່ໜ້າໄວ້ຢ່າງຊັດເຈນ, ດ້ານຮອງນາຍົກເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາ ໂດຍສະເພາະແມ່ນການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ກໍາຈັດການຮົ່ວໄຫຼຂອງງົບປະມານ.


ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະພັກຮາກຖານກົມສ່ວຍສາອາກອນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານ ແລະ ທິດທາງໃນຕໍ່ໜ້າ ວ່າ: ແຕ່ນີ້ຮອດປີ 2025 ຕ້ອງເລັ່ງໃສ່ເປົ້າໝາຍກໍ່ສ້າງມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍສະມາຊິກພັກໃຫ້ໄດ້ ຈໍານວນ 20 ສະຫາຍ ແລະ ສ້າງສະມາຊິກພັກແຂງໃຫ້ໄດ້ 90% ຂອງສະມາຊິກພັກທັງໝົດ; ບໍ່ໃຫ້ມີສະມາຊິກພັກອ່ອນ ຫຼື ຖືກວິໄນ, ຮັບປະກັນການຄຸ້ມຄອງລາຍຮັບສ່ວຍສາອາກອນໃຫ້ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ 8 -10% ທຽບໃສ່ປີຜ່ານມາ ແລະ ທຽບໃສ່ການຂະຫຍາຍຕົວຂອງເສດຖະກິດສະເລ່ຍ 5 ປີໃຫ້ໄດ້ລະຫວ່າງ 7-8% ຂອງ GDP.

ຮູບປະກອບຂ່າວ

ຄຽງຄູ່ກັນນັ້ນ, ສືບຕໍ່ຫັນຫົວໜ່ວຍທຸລະກິດທີ່ບໍ່ແມ່ນຈຸນລະວິສາຫະກິດເຂົ້າລະບົບອາກອນມູນຄ່າເພີ່ມຕາມກົດໝາຍກໍານົດໃຫ້ເພີ່ມຂຶ້ນສະເລ່ຍ 5 ປີ ໃຫ້ໄດ້ 30% ຂອງຖານຫົວໜ່ວຍທຸລະກິດທັງໝົດ; ສູ້ຊົນສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ກົນໄກການຄຸ້ມຄອງ ແລະ ບໍລິການຜູ້ເສຍອາ ກອນໃຫ້ມີປະສິດທິຜົນ; ເຂົ້າຮ່ວມໃນການສ້າງກົດໝາຍວ່າດ້ວຍອາກອນຊັບສິນ ແລະ ທີ່ດິນ; ກົດໝາຍ ວ່າດ້ວຍອາກອນສິ່ງແວດລ້ອມໃຫ້ສໍາເລັດ; ຫັນການຄຸ້ມຄອງສ່ວຍສາອາກອນໃຫ້ໄປສູ່ລະບົບທັັນສະໄໝໃຫ້ສໍາເລັດຂັ້ນພື້ນຖານ ເຊິ່ງລວມມີການຂະຫຍາຍລະບົບ TaxRIS ໄປສູ່ບັນດາເມືອງໃນຂອບເຂດທົ່ວປະເທດ ກ້າວໄປເຖິງຫັນການຊໍາລະອາກອນທຸກປະເພດຜ່ານລະບົບດິຈິຕອລຫຼາຍຂຶ້ນ.


ໃນກອງປະຊຸມ, ຄະນະຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຮາກຖານກົມສ່ວຍສາອາກອນຊຸດໃໝ່ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ເຊິ່ງມີຜູ້ສະໝັກ ຈໍານວນ 7 ສະຫາຍ ຍິງ 1 ສະຫາຍ ແລະ ເລືອກໄດ້ 5 ສະຫາຍ ຄື: ສະຫາຍ ພູທະນູເພັດ ໄຊສົມບັດ ເປັນເລຂາຄະນະພັກຮາກຖານ, ສະຫາຍ ທໍາມະລົດ ລາດຊະພົນ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ສຸພັນ ວິລະວົງ ເປັນກໍາມະການ ທັງເປັນປະທານກວດກາຄະນະພັກຮາກຖານ, ສະຫາຍ ໄພທູນ ທ່ຽງລະໄມ, ສະຫາຍ ວິເລດ ກິນນະວົງ ເປັນກໍາມະການ.

ຮູບປະກອບຂ່າວ

ໃນຕອນທ້າຍ, ສະຫາຍ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການຊີ້ນໍາ – ນໍາພາຂອງຄະນະພັກຊຸດເກົ່າທີ່ໄດ້ຊີ້ນໍາ – ນໍາພາພະນັກງານ, ສະມາຊິກພັກພາຍໃນຄະນະພັກທີ່ປະຕິບັດໜ້າທີ່ການເມືອງຂອງຕົນຍາດໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານ.
ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານດີດ້ານອ່ອນ, ຂໍ້ຄົງຄ້າງໃນການຊີ້ນໍາ – ນໍາພາໃນໄລຍະຜ່ານມາ ແລະ ເນັ້ນໃຫ້ຄະນະພັກຊຸດໃໝ່ສືບຕໍ່ນໍາພາປັບປຸງແກ້ໄຂຈຸດອ່ອນ ແລະ ເນັ້ນໜັກບາງວຽກງານຕົ້ນຕໍທີ່ຕ້ອງເອົາໃຈໃສ່ ເປັນຕົ້ນ: ເອົາໃຈໃສ່ປະເມີນຕີລາຄາຜົນໄດ້ຮັບກໍຄືຜົນສໍາເລັດອີງໃສ່ແຜນ, ຄາດໝາຍຕາມຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະຕ້ອງມີແບບແຜນການປະຕິບັດວຽກງານ ແລະ ຜັນຂະຫຍາຍໄປແຕ່ລະປີ.

ຮູບປະກອບຂ່າວ

ສິ່ງສໍາຄັນແມ່ນປະຕິບັດຕາມຄາດໝາຍສູ້ຊົນໃຫ້ໄດ້, ປັບປຸງກົດໝາຍ, ນິຕິກໍາ ເພື່ອໃຫ້ລາຍຮັບເພີ່ມຂຶ້ນຈໍາກັດການຮົ່ວໄຫຼ ແລະ ເກັບກໍາບໍ່ໝົດ, ອໍານວຍຄວາມສະດວກໃຫ້ທຸລະກິດໃນການເຄື່ອນໄຫວມີເງື່ອນໄຂພັດທະນາ ເພື່ອເປັນພື້ນຖານລາຍຮັບ ແລະ ມີນັກລົງທຶນທີ່ຫຼາຍຂຶ້ນ ທັງສ້າງຄວາມເຂົ້າໃຈກັບຜູ້ປະກອບການໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນໃນການຊໍາລະພັນທະອາກອນຢ່າງຈະແຈ້ງ ແລະ ປະຕິບັດຕາມລະບຽບກົດໝາຍ.
ພິທີດັ່ງກ່າວຈັດຂຶ້ນໃນວັນທີ 7 ສິງຫາ 2020 ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ໂດຍການເຂົ້າຮ່ວມຂອງ ສະຫາຍ ສົມດີ ດວງດີ, ສະຫາຍ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ພູທະນູເພັດ ໄຊສົມບັດ ມີບັນດາໜ່ວຍພັກອ້ອມຂ້ອງກະຊວງການເງິນ ພ້ອມດ້ວຍສະມາຊິກພັກສົມບູນ – ສໍາຮອງຂອງກົມສ່ວຍສາອາກອນເຂົ້າຮ່ວມ.