ທຫລ ສ້າງນະໂຍບາຍເສີມສະພາບຄ່ອງໃຫ້ທະນາຄານທຸລະກິດ ບັນເທົາຜົນກະທົບຈາກໂຄວິດ-19

204

ດັ່ງທີ່ຮູ້ກັນແລ້ວວ່າການລະບາດຂອງພະຍາດໂຄວິດ-19 ມັນສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດເຮົາ ໃນຫຼາຍຂົງເຂດ ຫຼາຍຂະແໜງການ ແຕ່ມື້ນີ້ແອັດມິນຈະຂໍຍົກເອົາຜົນກະທົບຂອງການລະບາດພະຍາດນີ້ຕໍ່ທຸລະກິດການເງິນ-ການທະນາຄານ ທີ່ໄດ້ຮັບຜົນກະທົບບໍ່ຕ່າງຈາກຂະແໜງການອື່ນເຊັ່ນດຽວກັນ. ຕໍ່ກັບບັນຫາດັ່ງກ່າວ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມີບາງນະໂຍບາຍເພື່ອເສີມສະພາບຄ່ອງໃຫ້ແກ່ລະບົບທະນາຄານທຸລະກິດ ບັນເທົາຜົນກະທົບຈາການລະບາດຂອງເຊື້ອໄວຣັດນີ້.

ອີງຕາມບົດລາຍງານ ຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະມາດຕະການສໍາລັບໄລຍະສັ້ນ, ກາງ ແລະ ຍາວ ປະຈໍາເດືອນເມສາ 2020 ສະບັບເລກທີ 005/ສຄສຊ ລົງວັນທີ 19 ເມສາ 2020 ໃຫ້ຮູ້ເຖິງຜົນກະທົບຕໍ່ທຸລະກິດການເງິນ-ການທະນາຄານວ່າ: ສະພາບຄ່ອງຂອງລະບົບທະນາຄານ ອາດໄດ້ຮັບຜົນກະທົບຈາກການສະລໍຕົວຂອງເສດຖະກິດ ແລະ ການຟື້ນຕົວຊ້າຂອງທຸລະກິດເອກະຊົນໂດຍສະເພາະທຸລະກິດໃນກຸ່ມທ່ອງທ່ຽວ ແລະ ບໍລິການທີ່ໄດ້ຮັບຜົນກະທົບ ແລະ ໄດ້ກູ້ຢືມເງິນຈາກລະບົບທະນາຄານໃນໄລຍະກາງເຊິ່ງຈະມີຄວາມສ່ຽງເຮັດໃຫ້ເກີດມີຫນີ້ເສຍ(NPL) ເພີ່ມຂຶ້ນພາຍຫຼັງໄລຍະຜ່ອນຜັນການຈ່າຍຄືນດອກເບ້ຍ ແລະ ຕົ້ນທຶນໃນປີ 2020.

ອີງຕາມການສໍາຫຼວດຫົວໜ່ວຍທຸລະກິດບໍລິການ ຂອງສະພາອຸດສາຫະກໍາ ແລະ ການຄ້າ ອີຢູ ປະຈໍາລາວ ໃຫ້ຮູ້ວ່າ ຫຼາຍກວ່າ 70% ຂອງຫົວຫນ່ວຍທຸລະກິດທີ່ຖືກສອບຖາມ 56 ຫົວຫນ່ວຍ (ຄາດວ່າຈະສູນເສຍລາຍຮັບຫຼາຍກວ່າ 50% ຂອງລາຍຮັບທັງຫມົດ), ສະນັ້ນ ບັນຫາດັ່ງກ່າວ ຄາດວ່າຈະຈໍາກັດຄວາມສາມາດໃນການປ່ອຍກູ້ຂອງທະນາຄານພາຍໃນ 1 ຫຼື 2 ປີຕໍ່ຫນ້າ.
ນອກຈາກນີ້, ອີງຕາມການສໍາຫຼວດຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໃຫ້ຮູ້ວ່າ ຫນຶ່ງໃນຄວາມສ່ຽງທີ່ຈະເກີດຂຶ້ນຍ້ອນຜົນກະທົບຈາກ ໂຄວິດ-19 ແມ່ນຫົວຫນ່ວຍທຸລະກິດຈະບໍ່ສາມາດຈ່າຍຕົ້ນທຶນ ແລະ ດອກເບ້ຍ. ບັນຫາດັ່ງກ່າວນີ້ ຍັງຈະກະທົບຕໍ່ສະພາບຄ່ອງຂອງລະບົບທະນາຄານທຸລະກິດ ເຊິ່ງຈະຈໍາກັດຄວາມສາມາດໃນການປ່ອຍກູ້ຂອງທະນາຄານໃນໄລຍະ 1 ປີຕໍ່ຫນ້າ.

ເຖິງຢ່າງໃດກໍ່ຕາມ, ທະນາຄານແຫ່ງ ສປປ ລາວ ໄດ້ມີບາງນະໂຍບາຍເສີມສະພາບຄ່ອງໃຫ້ແກ່ລະບົບທະນາຄານທຸລະກິດເຊັ່ນ: ຫຼຸດດອກເບ້ຍພື້ນຖານຂອງທະນາຄານກາງ 1% ແລະ ຫຼຸດອັດຕາເງິນແຮຝາກບັງຄັບ1% ສໍາລັບເງິນກີບ ແລະ 2% ສໍາລັບເງິນຕາຕ່າງປະເທດ, ຕາມການປະເມີນເບື້ອງຕົ້ນ ການປະຕິບັດຫຼຸດອັດຕາເງິນແຮຝາກບັງຄັບ ຄາດວ່າຈະສາມາດສ້າງສະພາບຄ່ອງໃຫ້ແກ່ທະນາຄານທຸລະກິດ ລວມມູນຄ່າປະມານ 965 ຕື້ກີບ.