ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມກວດກາສູນກັກກັນຊົ່ວຄາວແຮງງານລາວທີ່ເດີນທາງມາຈາກຕ່າງປະເທດ ເຝົ້າລະວັງໂຄວິດ-19

135

ເພື່ອຕິດຕາມການເຝົ້າລະວັງ ແລະ ໂຕ້ຕອບການລະບາດຂອງພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດພາຍໃນແຂວງສະຫວັນນະເຂດ ດັ່ງນັ້ນໃນວັນທີ 23 ມີນາ 2020 ນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ,ທ່ານ ດຣ ບົງສຸວັນ ພັນທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງ,ພ້ອມດ້ວຍຫົວໜ້າພະແນກການຕ່າງໆຂອງແຂວງ ໄດ້ລົງເຄື່ອນໄຫວຕິດຕາມກວດກາແຮງງານລາວທີ່ເດີນທາງກັບຄືນປະເທດທີ່ດ່ານສາກົນຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ ແລະ ລົງກວດກາເບິ່ງສູນກັກກັນຊົ່ວຄາວເພື່ອຮອງຮັບບຸກຄົນທີ່ມີຄວາມສ່ຽງດັ່ງກ່າວ ທີ່ນະຄອນໄກສອນ ພົມວິຫານ.

ປະກອບມີ 2 ສູນຄື: ສູນກັກກັນຊົ່ວຄາວມັດທະຍົມຕົ້ນຍາງສູງ,ສູນຫ້ອງການບ້ານສົ້ມປ່ອຍມີຈຳນວນຜູ້ທີ່ຖືກກັກກັນທັງໝົດ 21 ຄົນ,ຍິງ 8 ຄົນ ສຳລັບເມືອງໄຊພູທອງແມ່ນໄດ້ກຳນົດເອົາບ້ານທີ່ມີສຸກສາລາປະຈຳບ້ານເປັນບ່ອນກຳນົດສູນກັກກັນຊົ່ວຄາວຊຶ່ງປະກອບມີ 8 ສູນຄື:ໂຮງຮຽນໄຊພູທອງ,ໂຮງຮຽນນາຄຳ,ໂຮງຮຽນຫົວຫາດ,ໂຮງຮຽນທ່າໂພ,ໂຮງຮຽນເຮືອນຫີນ,ໂຮງຮຽນພູມມະເຈດີ,ໂຮງຮຽນມ່ວງໄຂ່,ໂຮງຮຽນນ້ຳພຸ,ໂຮງຮຽນບຸ່ງນາດີ ແລະ ໂຮງຮຽນນາໂມງເຊິ່ງລວມມີຜູ້ຖືກກັກກັນທັງໝົດ 446 ຄົນ,ຍິງ 248 ຄົນ. ສຳລັບບຸກຄົນທີ່ຖືກກັກກັນໃນຄັ້ງນີ້ແມ່ນຈະໄດ້ມີການຕິດຕາມກວດກາດ້ານສຸຂະພາບຢ່າງໃກ້ຊິດຈາກພະນັກງານແພດໝໍປະຈຳສູນຈົນກວ່າຈະເຖິງກຳນົດ 14 ວັນຖ້າຫາກວ່າບໍ່ພົບກໍລະນີສົງໃສ ຫຼື ເປັນໄຂ້ທາງສູນແມ່ນຈະອະນຸຍາດໃຫ້ບຸກຄົນດັ່ງກ່າວກັບຄືນບ້ານເຮືອນຂອງຕົນເອງໄດ້.

ໂອກາດລົງເຄື່ອນໄຫວຕິດຕາມກວດກາແຮງງານລາວທີ່ເດີນທາງກັບຄືນປະເທດທີ່ດ່ານສາກົນຂົວມິດຕະພາບ 2 ແລະ ສູນກັກກັນຊົ່ວຄາວຄັ້ງນີ້ ທ່ານເຈົ້າແຂວງກໍ່ໄດ້ເນັ້ນໜັກໃຫ້ເຈົ້າໜ້າທີ່ຂອງດ່ານສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໃນການຈັດສັນລົດໂດຍສານເພື່ອຂົນສົ່ງແຮງງານລາວທີ່ມາຈາກປະເທດໄທ ນຳສົ່ງໄປຍັງສູນກັກກັນຊົ່ວຄາວຂອງແຕ່ລະເມືອງຕາມຄວາມເໝາະສົມ.

ທ່ານຍັງໄດ້ເນັ້ນໃຫ້ການນຳຂອງເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ ໂຄສະນາສຸຂະສຶກສາໃຫ້ປະຊາຊົນມີຄວາມຕື່ນຕົວເປັນເຈົ້າຕົນເອງໃນການເຝົ້າລະວັງ,ຮ່ວມກັນສືບຕໍ່ແກ້ໄຂທາງດ້ານຂໍ້ຫຍຸ້ງຍາກເປັນຕົ້ນແມ່ນອຸປະກອນການແພດ,ເຄື່ອງມືຮັບໃຊ້ຕ່າງໆໂດຍການແບ່ງໃຊ້ງົບປະມານຂອງທ້ອງຖິ່ນ ພ້ອມທັງປຸກລະດົມການຊ່ວຍເຫຼືອຈາກສັງຄົມ ແລະ ເອົາໃຈໃສ່ສືບຕໍ່ກຽມຮອງຮັບຕື່ມອີກ ເນື່ອງຈາກວ່າໄລຍະນີ້ຍັງມີຜູ້ເດີນທາງກັບຄືນປະເທດຢູ່ເລື້ອຍໆ. ສໍາລັບແຮງງານລາວທີ່ເດີນທາງກັບຄືນປະເທດ ຜ່ານດ່ານສາກົນຂົວມິດຕະພາບ 2 ໃນຄັ້ງວັນທີ 23 ມີນາ 2020 ນີ້ ຈາກໂຕເລກລ່າສຸດແມ່ນ 4.000 ກວ່າຄົນ ໃນນີ້ມີຄົນຕ່າງແຂວງ 400 ກວ່າຄົນ

ທີີ່ມາ:ວິທະຍຸກະຈາຍສຽງ ສະຫວັນນະເຂດ