ລັດຖະບານລາວເຜີຍແຜ່ມາດຕະການຕ້ານໂຄວິດ-19 ຕໍ່ທູດຕ່າງປະເທດປະຈໍາລາວ

197

ເນື່ອງຈາກສະພາບການລະບາດຂອງເຊື້ອໄວຣັດໂຄວິດ-19 ທີ່ແຜ່ລາມຢ່າງຮ້າຍແຮງຢູ່ຫຼາຍປະເທດໃນທົ່ວໂລກ ເຮັດໃຫ້ລາວເຮົາຕ້ອງເພີ່ມຄວາມເອົາໃຈໃສ່ຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ. ທັງນີ້ ໃນການປະຕິບັດມາດຕະການຕ່າງໆກໍ່ລ້ວນແຕ່ສົ່ງຜົນກະທົບຫຼາຍດ້ານທັງພາຍໃນ ແລະ ການຮ່ວມມືຕ່າງໆກັບຕ່າງປະເທດ ດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງໄດ້ເຜີຍແຜ່ມາດຕະການເຫຼົ່ານັ້ນ ຕໍ່ບັນດາທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ໃຫ້ຮັບຮູ້ຢ່າງທົ່ວເຖິງ.

ກອງປະຊຸມເຜີຍແຜ່ກ່ຽວກັບ ມາດຕະການສະກັດກັ້ນ ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານລາວ ຕໍ່ບັນດາທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ຈັດຂຶ້ນໃນວັນທີ 19 ມີນາ 2020 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ: ມາຮອດ ເວລາ 16:00 ໂມງ ຂອງວັນທີ 19 ມີນາ 2020 ພະຍາດໂຄວິດ-19 ໄດ້ແຜ່ລະບາດໄປສູ່ 165 ປະເທດໃນທົ່ວໂລກ ມີຜູ້ຕິດເຊື້ອທັງໝົດ 219.345 ກໍລະນີ ເສຍຊີວິດ 8.969 ກໍລະນີ ປິ່ນປົວດີ 85.745 ກໍລະນີ. ສຳລັບ ສປປ ລາວ ແມ່ນຍັງບໍທັນມີກໍລະນີໃດຜູ້ຕິດເຊື້ອ.

ໃນໄລຍະຜ່ານມາ, ລັດຖະບານ ໄດ້ປະຕິບັດບາງມາດຕະການ ເພື່ອສະກັດກັ້ນ ແລະ ປ້ອງກັນ ແຕ່ຫົວທີ ເປັນຕົ້ນແມ່ນ: ໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ; ເຂັ້ມງວດກັ່ນກອງຜູ້ເດີນທາງເຂົ້າມາໃນລາວ; ກຽມຄວາມພ້ອມຂອງໂຮງໝໍ; ຈັດສັນງົບປະມານ; ອອກມາດຕະການຄຸ້ມຄອງລາຄາຜ້າປິດປາກ-ປິດດັງ, ນໍ້າຢາລ້າງມື ແລະ ອຸປະກອນການແພດ.

ແຕ່ເນື່ອງຈາກວ່າ ປະເທດລາວ ມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກຕ່າງປະເທດທີ່ມີຜູ້ຕິດເຊື້ອ ເຮັດໃຫ້ ສປປ ລາວ ມີຄວາມສ່ຽງສູງ. ດັ່ງນັ້ນ, ລັດຖະບານ ໄດ້ສຸມໃສ່ບັນດາມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີແຜນການກະກຽມຄວາມພ້ອມໃນການຮັບມືກັບກໍລະນີ ທີ່ອາດກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ.

ສະນັ້ນ, ລັດຖະບານ ຈື່ງສືບຕໍ່ປະຕິບັດມາດຕະການຜ່ານມາທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພື່ອສະກັດກັ້ນເພີ່ມເຕີມຄື: ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ, ສ່ວນດ່ານສາກົນ ໃຫ້ເບິ່ງຄວາມຮັບປະກັນຮອບດ້ານ ຈຶ່ງອະນຸຍາດໃຫ້ເປີດ ໃຫ້ເຂົ້າ-ອອກ ປົກກະຕິ; ໂຈະການອອກ VISA ກັບດ່ານທຸກປະເພດ ສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ.

ສຳລັບຜູ້ທີ່ໄດ້ວີຊາເຂົ້າລາວແລ້ວ ກໍຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໃນໄລຍະ 14 ວັນຜ່ານມາ, ສ່ວນປະເທດ ທີ່ໄດ້ຮັບການຍົກເວັ້ນວີຊາ ເຫັນດີໃຫ້ຍົກເລີກການຍົກເວັ້ນວີຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາໃໝ່ຂອງລັດຖະບານ; ຫຼີກລ່ຽງການເດີນທາງໄປຕ່າງປະເທດ ຂອງພົນລະເມືອງລາວ ໃນໄລຍະນີ້; ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບ.

ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ສຳພາດວ່າ: ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນໃຫ້ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການສາກົນ ມາຮັບຟັງບັນດາມາດຕະການຂອງລັດຖະບານລາວ ໃນການສະກັດກັ້ນ ແລະ ຮັບມື ເພື່ອຂໍຄວາມຮ່ວມມື, ສະໜັບສະໜູນຂອງຕ່າງປະເທດ ເພື່ອໃຫ້ສະດວກໃນການຈັດຕັ້ງປະຕິບັດ ແລະ ຮ່ວມມື ພ້ອມທັງແຈ້ງໄປຫາປະເທດຂອງບັນດາທູດ ໃຫ້ເຂົ້າໃຈທົ່ວເຖີງ ສະເພາະແມ່ນການກັກໂຕເອງ ແລະ ການເຮັດວີຊ່າທາງການທ່ອງທ່ຽວ ທີ່ໂຈະຈົນຮອດວັນທີ 20 ເມສາ 2020 ແລະ ຄວາມເຂົ້າໃຈຂອງບັນດານັກທຸລະກິດ ທີ່ໄປເຮັດວີຊ່າມາລາວ ແມ່ນຍັງສາມາດເຮັດໄດ້ ແຕ່ຕ້ອງປະຕິບັດຕາມຂັ້ນຕອນການແຍກປ່ຽວ ແລະ ມືໃບຢັ້ງຢືນການແພດຢ່າງຄົບຖ້ວນ ຈື່ງສາມາດມາລາວໄດ້.