ບ້ານຜັກເພື້ອ ຈັດພິທີເທທອງຫຼໍ່ຮູບເໝືອນຍາທ່ານ ສິວິໄຊ ເພຍວັງສົງຄາມ

113

ໃນວັນທີ 7 ມີນາ 2020 ນີ້ ຢູ່ທີ່ວັດສີທອງ ບ້ານຜັກເພື້ອ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີເທທອງຫຼໍ່ຮູບ ເໝືອນຍາທ່ານ ສີວິໄຊ ເພຍວັງສົງຄາມ ເຊິ່ງເປັນພຣະນັກພັດທະນາ ເປັນຜູ້ນຳພາກໍ່ຕັ້ງ ແລະ ນຳເອົາຄວາມຈະເລີນດ້ານການສຶກສາ ແລະ ພຸດທະສາສະໜາ ມາສູ່ປວງຊົນບ້ານຜັກເພື້ອ ແລະ ບ້ານໃກ້ຄຽງຍາທ່ານ ສີວິໄຊ ຖືກຳເນີດເມື່ອວັນທີ 6 ສິງຫາ ປີ 1914 ທີ່ບ້ານຜັກເພື້ອນາດີ ເມືອງສາລະພູມ ແຂວງສະຫວັນນະເຂດ ຫຼື ບ້ານຜັກເພື້ອ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນປັດຈຸບັນ. ເພິ່ນເປັນບຸດຂອງພໍ່ ຈານພົມ ແລະ ແມ່ແກ້ວ ເພຍວັງສົງຄາມ ມີອ້າຍເອື້ອຍນ້ອງຮ່ວມກັນ 7 ຄົນ,ຍາທ່ານ ສີວິໄຊ ເປັນລູກຫຼ້າຂອງຄອບຄົວ ພໍອາຍຸໄດ້ 15 ປີເພິ່ນກໍ່ໄດ້ບວດເປັນສຳມະເນນ ທີ່ວັດສີທອງ ບ້ານຜັກເພື້ອ ເມືອງໄຊບູລີ ແລະ ໄດ້ໄປສຶກສາຮ່ຳຮຽນໃນລະດັບ ພຣະປະລິຍັດຕິທຳ ທີ່ສຳນັກໃຫຍ່ວັດພຣະທາດພະນົມ. ພໍອາຍຸໄດ້ 21 ປີ ເພິ່ນກໍ່ໄດ້ອາຣັດຕະນາອຸບປະສົມບົດເປັນພຣະພິກຂຸໂດຍສົມບູນ ຫຼັງຈາກນັ້ນກໍ່ໄດ້ສືບຕໍ່ສຶກສາຮ່ຳຮຽນໄປເລື້ອຍໆຈົນຈົບລະດັບນັກທຳເອກ ທີ່ຈັງຫວັດເລີຍ ຣາຊະອານາຈັກໄທ.

ຈາກນັ້ນເພິ່ນກໍ່ໄດ້ຕັດສິນໃຈກ້າວສູ່ພາລະກິດທີ່ຍິ່ງໃຫຍ່ ນັ້ນກໍ່ຄືການກັບມາສ້າງສາພັດທະນາບ້ານເມືອງຂອງຕົນເອງດ້ວຍການສ້າງໂຮງຮຽນມູນລະປະຖົມສຶກສາຫຼັງທຳອິດຂຶ້ນທີ່ບ້ານຜັກເພື້ອ ເພື່ອສ້າງໂອກາດໃນການສຶກສາ ທີ່ສາມາດເຮັດໃຫ້ລູກຫຼານມີໂອກາດໄດ້ເຂົ້າໂຮງຮຽນ. ປີ 1955 ເພິ່ນໄດ້ດຳລົງຕຳແໜ່ງເປັນເຈົ້າອະທິການວັດສີທອງ ບ້ານຜັກເພື້ອ ເມືອງໄຊບູລີ,ປີ 1983-1989 ເປັນປະທານອົງການພຸດທະສາສະໜາສຳພັນເມືອງໄຊບູລີ ໃນຕະຫຼອດຊີວິດຂອງຍາທ່ານ ສີວິໄຊ ເພິ່ນໄດ້ອຸທິດໃນການສ້າງສາວັດວາອາຮາມ ແລະ ສ້າງສາສະນະສະຖານໄດ້ຫຼາຍແຫ່ງ ໃນນັ້ນນຳພາສ້າງວັດໄດ້ທັງໝົດ 7 ແຫ່ງ,ສ້າງກຸດຕິ 2 ຫຼັງ ແລະ ສ້າງພຣະພຸດທະຮູບໃຫຍ່ 1 ອົງ ພ້ອມນີ້ຍາທ່ານ ສີວິໄຊ ຍັງໄດ້ນຳພາປະຊາຊົນສ້າງເສັ້ນທາງແຕ່ບ້ານສົມສະອາດຫາບ້ານນາສັງມາຄວາມຍາວ 19 ກິໂລແມັດ,ລະດົມປະຊາຊົນສ້າງຄັນຄູກັ້ນນ້ຳ ແລະໄດ້ຂໍຈັກສູບນ້ຳຈາກຫ້ອງການກະສິກຳ ເມືອງອຸທຸມພອນ ເພື່ອສ້າງໃຫ້ປະຊາຊົນເຮັດນາໄດ້ທັງ 2 ລະດູ.

ນອກຈາກການພັດທະນາທາງດ້ານເສດຖະກິດແລ້ວ ເພິ່ງຍັນໄດ້ນຳພາສ້າງສິ່ງອຳນວຍຄວາມສະດວກ ທາງດ້ານສາທາລະນະສຸກ ໂດຍສ້າງສຸກສາລາໄວ້ 2 ແຫ່ງຄື: ສຸກສາລາຕາແສງແກ້ງໂພສີ 1 ຫຼັງ ແລະ ສຸກສາລາບ້ານຜັກເພື້ອ 1 ຫຼັງ. ດ້ວຍຜົນງານອັນໃຫຍ່ຫຼວງເລົ່ານີ້ ໄດ້ເຮັດໃຫ້ຍາທ່ານ ສີວິໄຊ ມີບົດບາດອິດທິພົນ ແລະ ບາລະມີເປັ່ງປະກາຍຂຶ້ນຢ່າງສູງເດັ່ນຈົນເປັນທີ່ຍອມຮັບ ແລະ ເປັນທີ່ສັກກະລະບູຊາໃນອົງການພຸດທະສາສະໜາ,ລວມທັງອົງການຈັດຕັ້ງພັກ-ລັດຄື: ຂະແໜງການສຶກສາ,ສາທາລະນະສຸກ ແລະ ຂະແໜງການກະສິກຳ ຈົນໄດ້ຮັບນາມມະຍົດວ່າ ເປັນບິດາຈານຜູ້ປະເສີດ ທີ່ໄດ້ອຸທິດຕົນເພື່ອສັງຄົມ ແລະ ປະເທດຊາດຢ່າງແທ້ຈິງ.

ຍາທ່ານ ສີວິໄຊ ເພຍວັງສົງຄາມ ໄດ້ເຖິງແກ່ມໍລະນະພາບໃນວັນ 13 ຕຸລາ 1989 ລວມອາຍຸໄດ້ 75 ປີ. ເພື່ອເປັນການສະແດງຄວາມຕັນຍູກະຕະເວທີ ຕໍ່ຜູ້ມີພະຄຸນ ດັ່ງນັ້ນທາງອຳນາດການປົກຄອງ ແລະ ປະຊາຊົນຊາວບ້ານຜັກເພື້ອ ແລະ ບ້ານໃກ້ຄຽງຈຶ່ງໄດ້ສ້າງ ຫຸ່ນຈຳລອງເໝືອນ ຍາທ່ານ ສີວິໄຊ ດ້ວຍໂລຫະທອງສຳລິດ ໃນທ່ານັ່ງສະມາທິ ເພື່ອເປັນທີ່ສັກກະລະບູຊາຂອງລູກຫຼານຮຸ່ນຕໍ່ໆໄປເຂົ້າຮ່ວມໃນພິທີຄັ້ງນີ້ມີ ຍາທ່ານຫຼັກຄຳສຸວັນນະເຂດຕາທິຄຸນເຖຣາຈານ ສົມບູນ ສິລິປັນໂຍ ເຈົ້າຄະນະແຂວງສະຫວັນນະເຂດ ພ້ອມດ້ວຍພຣະເຖຣານຸເຖຣະ, ມີທ່ານ ປອ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ, ທ່ານ ຄຳສິດ ພົມມະຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍຊາວພຸດຊະນິກະຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ທີ່ມາ: savannakhet